ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ສາບານຕົວ ເຂົ້າຮັບຕໍາແໜ່ງ ສະໄໝທີສອງ ຢ່າງເປັນທາງການ ໃນມື້ນີ້ (ວີດິໂອ/ສະໄລດ໌)


ພາບທາງໜ້າຂອງຕຶກລັດຖະສະພາ ກໍ້າຕາເວັນຕົກ ຊຶ່ງຍັງມີການກໍ່ສ້າງດໍາເນີນໄປຢູ່ ໃນຂະນະທີ່ມີການຝຶກຊ້ອມ ກັນສໍາລັບວັນສາບານຕົວເຂົ້າຮັບຕໍາແໜ່ງຂອງປະທານາທິບໍດີ ໂອບາມາ ທີ່ຈະຈັດຂຶ້ນໃນມື້ອື່ນ, ວັນຈັນ ທີ 21 ມັງກອນ 2013 ນີ້.
ພາບທາງໜ້າຂອງຕຶກລັດຖະສະພາ ກໍ້າຕາເວັນຕົກ ຊຶ່ງຍັງມີການກໍ່ສ້າງດໍາເນີນໄປຢູ່ ໃນຂະນະທີ່ມີການຝຶກຊ້ອມ ກັນສໍາລັບວັນສາບານຕົວເຂົ້າຮັບຕໍາແໜ່ງຂອງປະທານາທິບໍດີ ໂອບາມາ ທີ່ຈະຈັດຂຶ້ນໃນມື້ອື່ນ, ວັນຈັນ ທີ 21 ມັງກອນ 2013 ນີ້.
ພາຍຫລັງທີ່ໄດ້ຮັບໄຊຊະນະ ໃນການແຂ່ງຂັນເລືອກຕັ້ງທີ່ຕ້ອງ
ໃຊ້ຄວາມທໍລະ ຫົດອົດທົນນັ້ນແລ້ວ ປະທານາທິບໍດີບາຣັກ ໂອ
ບາມາ ກໍມີກໍານົດຈະສາບານຕົວ ເຂົ້າຮັບຕໍາແໜ່ງສະໄໝທີສອງ ຢ່າງເປັນທາງການໃນວັນອາທິດມື້ນີ້ ຢູ່ໃນພິທີທີ່ ບໍ່ເປີດໃຫ້ປະຊາ
ຊົນເຂົ້າຮ່ວມ ທີ່ຈັດຂຶ້ນຢູ່ທໍານຽບຂາວ.

ລັດຖະທໍາມະນູນຂອງສະຫະລັດກໍານົດໃຫ້ປະທານາທິບໍດີ
ສາບານຕົວເຂົ້າຮັບຕໍາແໜ່ງ ໃນວັນທີ 20 ມັງກອນ ແຕ່ເນື່ອງ
ຈາກວັນດັ່ງກ່າວຕົກຖືກວັນອາທິດ ສໍາລັບປີນີ້ ສະນັ້ນ ປະທາ ນາທິບໍດີກໍຈະໄດ້ສາບານຕົວຄືນອີກ ໃນວັນຈັນມື້ອື່ນ ຢູ່ໃນພິ ທີທີ່ເປີດໃຫ້ຝູງຊົນໄດ້ຊົມຕາມປະເພນີ ຢູ່ລານຂັ້ນໄດໜ້າຕຶກ
ລັດຖະສະພາ ທີ່ປິ່ນໄປຫາ ສະໜາມຫລວງແຫ່ງຊາດ ຫລື
National Mall.



ພິທີໃນວັນຈັນມື້ອື່ນນີ້ ບໍ່ຄາດກັນວ່າ ຈະໃຫຍ່ໂຕເທົ່າກັນກັບພິທີສາບານຕົວເຂົ້າຮັບຕໍາ ແໜ່ງຄັ້ງທໍາອິດຂອງທ່ານໂອບາມາ ທີ່ມີເກືອບຮອດ 2 ລ້ານຄົນ ພາກັນລົງສູ່ສະໜາມ ຫລວງແຫ່ງຊາດ ເພື່ອເປັນສັກຂີພິຍານການສາບານຕົວຂອງປະທານາທິບໍດີຊາວ ອາເມ ຣິກັນເຊື້ອສາຍອາຟຣິກາ ຄົນທໍາອິດ. ໃນປີນີ້ ຄາດກັນວ່າ ຈະມີປະມານ 8 ແສນຄົນເຂົ້າ ຮ່ວມຊົມພິທີສາບານຕົວ ເຂົ້າຮັບຕໍາແໜ່ງຄັ້ງສອງ ແລະຄັ້ງສຸດທ້າຍຂອງປະທານາທິບໍດີ ໂອບາມາ.

ທ່ານໂອບາມາ ຈະເຂົ້າສາບານຕົວຢ່າງເປັນທາງການໃນວັນອາທິດມື້ນີ້ ໂດຍທີ່ ເອົາມືກໍ້ານຶ່ງ
ຂອງທ່ານຈະເອົາວາງໃສ່ພະຄໍາພີ Bible ທີ່ເປັນຂອງຄອບຄົວຂອງສະຕີໝາຍເລກນຶ່ງ ທ່ານນາງ Michelle Obama.

ເບິ່ງວີດິໂອທີ່ກ່ຽວຂ້ອງ:
XS
SM
MD
LG