ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂອບາມາ ເປີດເຜີຍ ແຜນການ ທາງທະເລ ສຳລັບ ປະເທດ ອາຊຽນ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຕໍ່ບັນດານັກຂ່າວຫຼັງຈາກທ່ຽວຊົມເຮືອທະຫານນາວີກະໂຍທິນ BRP Gregorio del Pilar ໃນນະຄອນຫຼວງ ມະນິລາ, ປະເທດ ຟີລິບປິນ. 17 ພະຈິດ, 2015.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຕໍ່ບັນດານັກຂ່າວຫຼັງຈາກທ່ຽວຊົມເຮືອທະຫານນາວີກະໂຍທິນ BRP Gregorio del Pilar ໃນນະຄອນຫຼວງ ມະນິລາ, ປະເທດ ຟີລິບປິນ. 17 ພະຈິດ, 2015.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ປະຕິຍານ ໃນວັນອັງຄານມື້ນີ້ ເພື່ອຊ່ວຍເຫຼືອບັນດາພັນທະມິດໃນພາກພື້ນ ເອເຊຍ ປາຊີຟິກ ເພື່ອເສີມຂະຫຍາຍຄວາມໝັ້ນຄົງທາງທະເລອັນ ເປັນສ່ວນໜຶ່ງ ຂອງການເຈລະຈາກັບບັນດາຜູ້ນຳໃນນະຄອນ ຫຼວງ ມະນິລາ ປະເທດ ຟີລິບປິນ.

ທ່ານ ໂອບາມາ ໄດ້ກ່າວວ່າ “ການຢ້ຽມຢາມຂອງຂ້າພະເຈົ້າຢູ່ທີ່ນີ້ ເນັ້ນຢ້ຳຄຳໝັ້ນສັນຍາຮ່ວມກັນຂອງພວກເຮົາຕໍ່ຄວາມໝັ້ນຄົງ ຂອງໜ້ານ້ຳໃນພາກພື້ນນີ້ ແລະ ເພື່ອເສລີພາບໃນການເດີນ ທາງ.”

ທຳນຽບຂາວໄດ້ປະກາດກ້ອນເງິນທຶນສູງເຖິງ 259 ລ້ານໂດລາໃນ ການຊ່ວຍເຫຼືອໃນຮອບ ຂອງເວລາ 2 ປີ, ລວມທັງ 79 ລ້ານໂດລາ ສຳລັບ ຟີລິບປິນ, 40 ລ້ານໂດລາສຳລັບ ຫວຽດນາມ, 21 ລ້ານ ໂດລາສຳລັບ ອິນໂດເນເຊຍ ແລະ 2 ລ້ານ 5 ແສນສຳລັບ ມາເລເຊຍ.

ສະຫະລັດ ກໍຍັງໄດ້ສົ່ງເຮືອໄວຍາມຊາຍຝັ່ງ ແລະ ກໍ່າປັ່ນຄົ້ນຄວ້າໃຫ້ ຟີລິບປິນ.

ລັງຈາກເດືອນທາງຮອດປະເທດບໍ່ດົນໃນວັນອັງຄານມື້ນີ້, ທ່ານ ໂອບາມາ ໄປຢ້ຽມຢາມເຮືອ ນາວິກະໂຍທິນຂອງ ຟີລິບປິນ ຊື່ວ່າ BRP Gregorio del Pilar, ເຊິ່ງເປັນຂອງທະຫານຍາມ ຊາຍຝັ່ງ ສະຫະລັດ ແຕ່ວ່າຕອນນີ້ປະຕິບັດພາລະກິດຕໍ່ຕ້ານການກໍ່ການຮ້າຍ ແລະ ເຝົ້າຍາມ ເຂດທີ່ມີບັນຫາໃນທະເລຈີນໃຕ້.

ການອ້າງເອົາເຂດແດນຂອງປັກກິ່ງ ຢູ່ໃນພາກພື້ນໄດ້ເພີ່ມຄວາມເຄັ່ງຕຶງກັບປະເທດທີ່ຢູ່ອ້ອມ ຂ້າງ.

ທ່ານ ໂອບາມາ ໄດ້ກ່າວວ່າ “ທະຫານນາວິກະໂຍທິນທີ່ມີຄວາມສາມາດເພີ່ມຂຶ້ນ ແລະ ການ ເປັນຄູ່ຮ່ວມກັນກັບ ສະຫະລັດ ແມ່ນສຳຄັນຕໍ່ຄວາມໝັ້ນຄົງຂອງພາກພື້ນນີ້.”

ການຮັກສາຄວາມປອດໄພໃນນະຄອນຫຼວງ ມະນິລາ ແມ່ນມີຄວາມເຂັ້ມ ງວດເພີ່ມຂຶ້ນສຳລັບ ກອງປະຊຸມສຸດຍອດການຮ່ວມມືທາງດ້ານ ເສດຖະກິດ ເອເຊຍປາຊີຟິກ, ເຊິ່ງຈະລວມມີບັນ ດາຜູ້ນຳເສດຖະກິດ 21 ຄົນ ແລະ ບັນດາຜູ້ນຳຈາກປະເທດອື່ນໆ. ເຖິງແມ່ນວ່າ ຈີນ ບໍ່ແມ່ນສະ ມາຊິກຂອງ APEC, ແຕ່ປະທານປະເທດຂອງ ຈີນ ທ່ານ ສີ ຈິ່ນຜິງ ກໍຍັງເຂົ້າຮ່ວມໃນກອງປະ ຊຸມສຸດຍອດໃນນະຄອນຫຼວງ ມະນິລາ.

ກອງປະຊຸມສຸດຍອດແມ່ນຄາດວ່າຈະເປັນສູນກາງກ່ຽວກັບ ການຄ້າ ແລະ ຂໍ້ຕົກລົງພາຄີຂ້າມ ມະຫາສະໝຸດປາຊີຟິກ ທີ່ໃຫຍ່ຫຼວງ, ເຊິ່ງ ເປັນອົງປະກອບຫຼັກຂອງ ລັດຖະບານທ່ານ ໂອບາມາ ເພື່ອເຮັດໃຫ້ ພາກພື້ນ ເອເຊຍປາຊີຟິກ ມີຄວາມດຸ່ນດ່ຽງຄືນ.

ທຳນຽບຂາວ ໄດ້ບົ່ງຊີ້ຕໍ່ພາກພື້ນທີ່ມີພົນລະເມືອງແໜ້ນໜາ, ຕື່ນເຕັ້ນ, ແລະ ເຕັມໄປດ້ວຍ ຄວາມຫວັງທາງດ້ານເສດຖະກິດ ຂອງ ໂລກ ເປັນບ່ອນທີ່ ອາເມຣິກາ ຕ້ອງຜູກມັດຢ່າງໃກ້ຊິດ ຫຼາຍຕື່ມກັບ ບັນດາປະເທດພັນທະມິດໃນດ້ານຄວາມໝັ້ນຄົງ ແລະ ເສດຖະກິດ.

ຜູ້ນຳ ສະຫະລັດ ໄດ້ກ່າວວ່າ “ຖ້າພວກເຮົາຈະສືບຕໍ່ປະສົບຄວາມ ສຳເລັດໃນການປົກປ້ອງ ປະເທດຂອງພວກເຮົາ ແລະ ການເປັນພັນ ທະມິດຂອງພວກເຮົາ, ແລ້ວພວກເຮົາກໍຈະຕ້ອງ ເປັນຜູ້ປະຕິບັດ ແລະ ຊ່ວຍ ສ້າງສາເສດຖະກິດ ແລະ ສ້າງຄວາມໝັັ້ນຄົງຢູ່ໃນພາກພື້ນນັ້ນ ສຳລັບ ສັດຕະວັດນີ້ ແລະ ຫຼາຍສັດຕະວັດທີ່ຈະມາເຖິງ.”

ທ່ານ ໂອບາມາ ໄດ້ຮຽກຮ້ອງໃຫ້ 12 ປະເທດທີ່ເປັນພາຄີຕໍ່ຂໍ້ຕົກລົງ TPP ເພື່ອໃຫ້ສັດຕະຍາ ບັນຕໍ່ຂໍ້ຕົກລົງຕາມຄວາມຮຽກຮ້ອງ.

ຂໍ້ຕົກລົງ TPP ໄດ້ປະເຊີນໜ້າກັບການຕໍ່ຕ້ານຢ່າງຮຸນແຮງໃນສະພາ ຂອງ ສະຫະລັດ ເຊິ່ງນັກ ວິຈານບາງຄົນໂຕ້ຖຽງວ່າ ມັນບໍ່ມີຜົນຫຼາຍພໍ ເພື່ອປົກປ້ອງກຳມະກອນ ອາເມຣິກາ ແລະ ຜົນ ປະໂຫຍດຂອງພວກ ເຂົາເຈົ້າ. ລັດຖະບານທ່ານ ໂອບາມາ ກ່າວວ່າຂໍ້ຕົກລົງແມ່ນດີສຳລັບ ທຸລະກິດ, ກຳມະກອນ ແລະ ຄວາມໝັ້ນຄົ້ງແຫ່ງຊາດຂອງ ສະຫະລັດ.

ໃນລະຫວ່າງການເດີນທາງຢ້ຽມຢາມຂອງທ່ານໃນນະຄອນຫຼວງ ມະນີລາ, ທ່ານ ໂອບາມາ ຈະ ເຂົ້າຮ່ວມໃນຫຼາຍກອງປະຊຸມສອງ ຝ່າຍກັບພັນທະມິດ ແລະ ຄູ່ຮ່ວມທີ່ສຳຄັນລວມທັງຜູ້ນຳ ຈາກ ອອສເຕຣເລຍ, ການາດາ, ຍີ່ປຸ່ນ, ຟີລິບປິນ, ສິງກະໂປ ແລະ ມາເລເຊຍ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG