ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ລົງນາມໃນ ສົນທິສັນຍາ ຄວາມໝັ້ນຄົງ ກັບ ຟີລິບປິນ (ວີດີໂອ ພາສາລາວ/ອັງກິດ)


Philippine Defense Deal Caps Obama Asia Tour
please wait

No media source currently available

0:00 0:01:54 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ເມື່ອທ້າຍ​ເດືອນ​ເມສາ​ ຜ່ານ​ມາ​ນີ້ ປະທາ​ນາ​ທິບໍດີ ບາ​ຣັກ​
ໂອ​ບາ​ມາ ​ເດີນ​ທາງ​ໄປຢ້ຽມຢາມ 4 ປະ​ເທດ​ ໃນເຂດເອ​ເຊຍ
ບ່ອນ​ທີ່ທ່ານ ​ໄດ້ໃຫ້​ຄວາມ​ໝັ້ນ​ໃຈອີກເທື່ອ​ນຶ່ງ ​ຕໍ່ບັນ​ດາພັນ
ທະ​ມິດ​ໃນ​ຂົງ​ເຂດ​ນັ້ນວ່າ ສະຫະລັດຈະ​ສືບ​ຕໍ່ສະໜັບສະໜຸນ
​ເຂົາ​ເຈົ້າ​ ​ຕໍ່ໜ້າ​ການ ມີ​ອິດ​ທິພົນ ເພີ້​ມຂຶ້ນ​ເລື້​ອຍໆຂອງຈີນ​ ຢູ່
ໃນ​ຂົງ​ເຂດ​ນັ້ນ. ຢູ່ບ່ອນ​ຢຸດ​ແວ່​ ຢ້ຽມຢາມແຫ່ງ​ສຸດ​ທ້າຍ ຂອງ
​ທ່ານ ຄື​ ນະຄອນຫລວງ ມາ​ນີລານັ້ນ ທ່າ​ນ​ ໂອ​ບາ​ມາ ​ໄດ້​ສະ​
ແດງຄວາມ​ຍິນ​ດີ​ ນຳ​ການ​ລົງ​ນາມ​ໃນສົນ​ທິສັນຍາ​ ດ້ານ​ການ
​ປ້ອງ​ກັນ ສະບັບ​ໃໝ່ ກັບຟີລິບ​ປິນ. ຜູ້​ສື່​ຂ່າວ ວີ​ໂອ​ເອ ປະຈຳ
ທຳ​ນຽບຂາວ​ Luis Ramirez ທີ່​ເດີນທາງຕິດຕາມ​ ໄປກັບ
ຄະນະ​ ຂອງ​ທ່ານປະທານາທິບໍ​ດີ​ ມີ​ລາຍງານກ່ຽວ​ກັບ​ເລື້ອງ​ນີ້
ຊຶ່ງ ​ໄຊ​ຈະ​ເຣີນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ການ​ຍິງ​ປືນ​ໃຫຍ່ ​ທີ່ດັງ​ກ້ອງ​ສະໜັ່ນ​ແລະ​ສັ່ນ​ສະ​ເທືອນ​ແຜ່ນດິນ ​ໄດ້​ຄຳ​ນັບ​ຕ້ອນຮັບ ​ປະທາ
ນ​າທິບໍ​ດີ ​ໂອ​ບາ​ມາ ຢູ່​ທີ່ພະລາດ​ຊະ​ວັງ ມາລາການັງ ຂອງ​ນະຄອນຫລວງມາ​ນີລາ ຊຶ່ງ​ເປັນ​ບ່ອນ​ຢຸດແວ່ແຫ່ງສຸດ​ທ້າຍຂອງ​ທ່ານ ​ໃນ​ການ​ຢ້ຽມຢາມ​ເອ​ເຊຍ ເປັນ​ເວລາ​ນຶ່ງອາທິດ.

​ແມ່ນບ່ອນນີ້ເອງ ທີ່​ເປັນຂີດ​ໝາຍ ຂອງ​ອັນ​ທີ່​ ບາງທີ​ ອາດ​ຈະເປັນ ຜົນສຳ​ເລັດ​ອັນ​ໃຫຍ່ຫຼວງ
ທີ່​ສຸດ ​ຂອງ​ການ​ເດີນທາງ​ ຂອງ​ທ່ານໂອ​ບາ​ມາ ​ໃນ​ຄັ້ງນີ້ກໍໄດ້ ​ນັ້ນ​ກໍ​ຄື ຂໍ້​ຕົກລົງ 10 ປີ ກັບ
ຟີລິບ​ປິນ ທີ່ຈະ​ອຳນວຍ​ໃຫ້​ສະຫະລັດ ສາມາດ​ສົ່ງ​ທະຫານ ​ໄປ​ປະຈຳການ​ແບບໝຸນວຽນ
​ຢູ່ຄ້າຍ​ທະຫານ​ ຂອງຟີລິບ​ປິນ​ໄດ້ ​ໃນ​ລະດັບ​ທີ່ບໍ່​ເຄີຍ​ເຫັນ​ມາ​ກ່ອນ ນັບຕັ້ງແຕ່ສະຫະລັດ
ໄດ້​ປິດ​ຄ້າຍຫຼາຍໆແຫ່ງ​ຂອງ​ຕົນ ຢູ່​ໃນ​ຟີ​ລິບ​ປິນ ລົງ ​ເມື່ອ​ດົນກວ່າ 2 ທົດ​ສະຫວັດ​ມາ​ແລ້​ວ.

ທ່ານ ​ໂອ​ບາ​ມາ ​ເວົ້າວ່າ “ຂ້າພະ​ເຈົ້າຢາກ​ໃຫ້​ຮັບ​ຮູ້​ ຢ່າງ​ຈະແຈ້ງວ່າ ສະຫະລັດບໍ່​ມີ​ຈຸດປະສົງ​ ທີ່ ​ຈະເອົາຄ້າຍ​ເກົ່າ​ຄືນ ຫຼື ສ້າງ​ຄ້າຍໃໝ່ຂຶ້ນມາ. ແຕ່ທະຫານ​ອາເມຣິກັນ
ຈະ​ສັບປ່ຽນ​ກັນ​ ປະຈຳການ​ຢູ່​ຕາມ​ຄ້າຍຕ່າງໆ​ ຂອງຟີລິບ​ປິນ ຕາມການ​ເຊື້ອເຊີນ

​ຂອງຟີລິບ​ປິນ.”

​ສັນຍາດັ່ງ​ກ່າວ​ໄດ້​ຖືກ​ລົງ​ນາມ ​ໃນ​ຂະນະ​ທີ່ ຟີລິບ​ປິນຕິດພັນ​ຢູ່ກັບຂໍ້​ຂັດ​ແຍ້​ງເລື້ອງເຂດ​ແດນ​ກັບ​ຈີນ ກ່ຽວ​ກັບ​ໝູ່​ເກາະ ຢູ່​ໃນທະ​ເລ​ຈີນ​ໃຕ້.

​ໄພພິບັດ​ຈາກ​ລົມ​ພາ​ຍຸ​ ໄຕ້​ຝຸ່ນ ​ໄຫ​ຢ້ຽນ ຢູ່​ຟິລິບ​ປິນ ​ໃນປີ​ກາຍ​ນີ້ ​ໄດ້​ ​ເຜີຍ​ແບ​ໃຫ້ເຫັນເຖິງ
ຄວາມ​ຈຳ​ເປັນທີ່ກອງ​ກຳລັງ​ທະຫານຟິລິບປິນ​ ຈະຕ້ອງ​ໄດ້ຮັບການ​ຝຶກ​ຊ້ອມ ໃນ​ດ້ານ​ການ
ບັນເທົາທຸກ ​ແລະ ຊ່ອຍ​ເຫຼືອດ້ານ​ມະນຸດສະທຳ ຍາມມີໄພພິບັດ ແລະນັ້ນກໍແມ່ນດ້ານ​ນຶ່ງ​
ໃນ​ຫລາຍໆ​ດ້ານ​ທີ່ສຳຄັນ ທີ່ທະຫານສະຫະລັດ ຈະຊ່ອຍເຫຼືອຟີ​ລິບ​ປິນ. ນອກຈາກນັ້ນ ທະຫານສະຫະລັດ ຍັງຈະຊ່ອຍ ​ໃນດ້ານການປ້ອງກັນ ຄວາມໝັ້ນຄົງທາງທະເລ ຊຶ່ງ
ເປັນຄວາມ​ຕ້ອງການທີ່​ສຳຄັນອັນ​ນຶ່ງ ໃນເວລາ ທີ່ຟິລິບປິນຮູ້ສຶກວ່າ ຕົນກຳລັງ​ຖືກຂົ່ມຂູ່
ຈາກຄວາມ​ປະພຶດ ແບບຮຸກຮານ ຢືນຢັນ​ສິດທິ ຂອງຈີນ.

ໃນຂະນະທີ່ ​ໃຫ້ຄວາມໝັ້ນໃຈຄືນ​ໃໝ່ ແກ່ພັນທະມິດຟິລິປິນນັ້ນ ພ້ອມ​ດຽວ​ກັນ ທ່ານ ໂອບາມາ ກໍ​ແມ່ນ​ພະຍາຍາມ​ຈະ ກຳຈັດແນວ ຄິດໃດໆກໍ​ຕາມ ທີ່ເຫັນວ່າ ສົນທິສັນຍາ
ດ້ານ​ການ​ປ້ອງ​ກັນ​ສະບັບນີ້ ເປັນການເຄື່ອນໄຫວ ​ເພື່ອຕໍ່ຕ້ານຈີນ.

ທ່ານ ​ໂອ​ບາ​ມາ ​ເວົ້າວ່າ “ເປົ້າໝາຍຂອງພວກເຮົາ ບໍ່ແມ່ນ​ເພື່ອຕ້ານຢັນຈີນ.ເປົ້າໝາຍ
ຂອງພວກເຮົາ ບໍ່ແມ່ນ
ເພື່ອຄວບຄຸມຈີນ. ເປົ້າໝາຍ ຂອງພວກເຮົາ ແມ່ນເພື່ອເຮັດ
ໃຫ້ແນ່ໃຈວ່າ ກົດລະບຽບ ແລະ ບັນທັດຖານຕ່າງໆ ຂອງສາກົນ ໄດ້ຮັບຄວາມເຄົາ
ລົບນັບຖື ​ແລະ​ ນັ້ນ​ແມ່ນລວມໄປເຖິງ ຂໍ້ຂັດແຍ້ງທາງທະເລ.”


ຢູ່ທາງນອກ ພະລາດຊະວັງ ມາລາ​ການັງ ບ່ອນທີ່ປະທານາທິບໍດີ ໂອບາມາ ກ່າວຄຳປາ​
ໄສຂອງ​ທ່ານ​ນັ້ນ ພວກເຄື່ອນໄຫວ ນິຍົມຊ້າຍ ກຸ່ມນຶ່ງ ພາກັນປະທ້ວງ ສັນຍາດັ່ງກ່າວ ໂດຍ​
ເວົ້າວ່າ ການມີໜ້າ ຂອງທະຫານສະຫະລັດ ຢູ່​ໃນ​ປະ​ເທດ ເປັນການລະ ເມີດອະທິປະໄຕ
ຂອງຟິລິບປິນ.
XS
SM
MD
LG