ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ບາຣັກ ໂອບາມາ ພວມຢູ່ໃນລະຫວ່າງ ການຢ້ຽມຢາມ ມາເລເຊຍ (ວີດີໂອ)


ປະທານາທິບໍດີ Barack Obama ຍົກຈອກດື່ມອວຍພອນກັບ ກະສັດ Abdul Halim ທີ່ພະລາດຊະວັງ Istana Negara ນະຄອນກົວລາລຳເປີ
ປະທານາທິບໍດີ Barack Obama ຍົກຈອກດື່ມອວຍພອນກັບ ກະສັດ Abdul Halim ທີ່ພະລາດຊະວັງ Istana Negara ນະຄອນກົວລາລຳເປີ
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້
ເດີນທາງ​ໄປເຖິງ ມາ​ເລ​ເຊຍ ຊຶ່ງເປັນບ່ອນ​ຢຸດແວ່ແຫ່ງ​ທີ​
ສາມ​ ໃນ​ການຢ້ຽມຢາມ​ ສີ່​ປະ​ເທດ ​ເພື່ອເສີມຂະຫຍາຍ​
ສາຍສຳພັນ​ກັບ​ບັນດາປະເທດພັນທະ​ມິດໃນ​ເອ​ເຊຍ.

ເປັນທີ່ຄາດກັນວ່າ ປະທານາທິບໍດີສະຫະລັດ ​ຈະ​ພະຍາ
ຍາມຫາທາງຜ່ອນຄາຍ​ຄວາມ​ເປັນ​ຫ່ວງ​ຂອງນາຍົກລັດ
ຖະມົນຕີ Najib Razak ກ່ຽວ​ກັບຂໍ້​ຕົກລົງການຄ້າພາຄີ
ຂ້າມມະຫາສະມຸດປາຊີຟິກ ຂອງທ່ານໂອບາມາ. ມາ​ເລ
ເຊຍ ​ເປັນ​ຄູ່​ ​ການ​ຄ້າ​ທີ່ໃກ້ຊິດ​ກັບຈີນ ​ແລະ​ໄດ້​ຄັດ​ຄ້ານ
ບາງ​ພາກສ່ວນ​ຂອງ​ຂໍ້ຕົກລົງດັ່ງກ່າວນີ້.
OBAMA ASIA VOSOTVO
please wait
Embed

No media source currently available

0:00 0:01:33 0:00

ກ່ອນ​ອອກ​ເດີນທາງ​ຈາກ​ເກົາຫລີ​ໃຕ້ ໃນ​ວັນ​ເສົາມື້​ນີ້ ທ່ານ Obama ​ໄດ້​ກ່າວ​ຕໍ່ທະ
ຫານສະຫະລັດ ທີ່​ປະ​ຈຳ​ການ ຢູ່ນະຄອນຫຼວງ​ໂຊ​ລ ໂດຍບອກ​ເຂົາ​ເຈົ້າ​ວ່າສະຫະ
ລັດ “ບໍ່​ມີ​ຄວາມ​ລັ່ງ​ເລໃຈ ທີ່​ຈະ​ໃຊ້​ກຳລັງ​ທະຫານ​ເພື່ອ​ປ້ອງ​ກັນ ບັນດາພັນທະ​ມິດ
ຂອງ​ພວກ​ເຮົາ ​ແລະ​ແນວທາງ​ການດຳລົງຊີວິດ​ຂອງ​ພວກ​ເຮົາ.” ຄຳ​ຖະ​ແຫລ​ງ
ຂອງປະທານາທິບໍດີ Obama ມີ​ຂື້ນ​ທ່າມກາງ​ການ​ຂົ່ມຂູ່​ຂອງເກົາຫຼີເໜືອ ທີ່​ຈະ
ທຳ​ການ​ທົດ​ລອງນິວ​ເຄລຍຄັ້ງ​ທີສີ່​ຂອງຕົນ.
CN-Obama Warns North Korea Against New Nuclear Test
please wait

No media source currently available

0:00 0:02:19 0:00

ທ່ານ Obama ກ່າວ​ວ່າ “ຂ້າພະ​ເຈົ້າຢາກ​ໃຫ້​ເປັນ​ທີ່​ແຈ້ງ​ຂາ​ວວ່າ. ຄວາມ​ໝາຍ​ໝັ້ນ
​ທີ່ສະຫະລັດອາ​ເມຣິກາ ໄດ້​ໃຫ້ໄວ້ໃນ​ຕໍ່​ຄວາມ​ໝັ້ນຄົງ​ຂອງສາທາລະນະ​ລັດ ​ເກົາຫລີ
ມີແຕ່​ຈະເຂັ້ມ​ແຂງຂື້ນ​ກວ່າ​ເກົ່າ ທ່າມກາງ​ການ​ປະ​ເຊີນ​ໜ້າ​ກັບ​ການ​ລຸກ​ລານ. ພັນທະ​
ມິດ​ຂອງ​ພວກ​ເຮົາ​ ບໍ່ແມ່ນຈະຍອມໃຫ້ກ່ຽວ​ກັບການ​ຊອກ​ຫາຄວາມ​ສົນ​ໃຈ​ຂອງ​ເຂົາ​
ເຈົ້າ. ມີແຕ່ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ທົ່ວ​ໂລກ. ການ​ສືບຕໍ່ ຊອກ​ສະ​ແຫວ​ງຫາ
​ເພື່ອໃຫ້ໄດ້ມາຊຶ່ງອາວຸດນິວ​ເຄລຍຂອງ​ເກົາຫລີ​ເໜືອແມ່ນເປັນ​ ​ຫົນທາງມີແຕ່ຈະນຳ
ພາໄປ​ສູ່​ການ​ຢູ່​ໂດດດ່ຽວຕື່ມຂຶ້ນ. ມັນ​ບໍ່​ແມ່ນ​ຮ່ອງ​ຮອຍ​ຂອງ​ຄວາ​ມ​ແຂງ​ແຮງ. ທຸກ​ຄົນ
​ສາມາດ​ຂົ່ມຂູ່​ໄດ້. ທຸກ​ຄົນ​ສາມາດ​ເຄື່ອນ​ຍ້າຍ​ທະຫານ. ທຸກ​ຄົນ​ສາມາດນຳ​ສະ​ແດງ​
ລູກ​ສອນ​ໄຟຂອງຕົນ. ນັ້ນ​ບໍ່​ໄດ້ສະແດງໃຫ້ເຫັນ​ວ່າ ທ່ານມີ​ຄວາມ​ແຂງ​ແຮງແຕ່ຢ່າງ
ໃດ. ມັນ​ຕ້ອງການໃຫ້ມີການ​ນຳພາ​ໄປສູ່ຄວາມ​ປອດ​ໄພ ຫລື​ໂອກາດ ຫລື​ການ​ໃຫ້​
ຄວາມ​ນັບຖື.”

​ໃນ​ລະຫວ່າງ​ການ​ຖະ​ແຫລ​ງຂ່າວ​ຮ່ວມ​ກັນ​ກັບ ປະທານາທິບໍດີ ​ເກົາຫລີ​ໃຕ້ ທ່ານ​ນາງ
Park Geun-hye ​ທີ່​ນະຄອນ​ໂຊ​ລ ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ທ່ານ Obama ກ່າວ​
ວ່າ ພຽງ​ຢາງ ຈະ​ບໍ່​ໄດ້​ຮັບ​ຫຍັງ​ໝົດ ຍົກ​ເວັ້ນແຕ່​ການ​ຢູ່​ຢ່າງໂດດດ່ຽວ​ຕື່ມຂຶ້ນ ຖ້າ​ຫາກ​
ຍັງ​ດຳ​ເນີນ​ຕໍ່ໄປ ໃນການ​ທົດ​ລອງ​ນິວ​ເຄລຍ.

ຜູ້ນຳ​ເກົາຫລີ​ໃຕ້ ກ່າວ​ວ່າ ການ​ຢ້ຽມຢາມ​ຂອງ ທ່ານ Obama ໄດ້ສົ່ງຄຳເຕືອນ ທີ່ໜັກ
ແໜ້ນ​ວ່າ ​ການ​ທ້າທາຍເກາະຜິດຂອງເກົາຫລີ​ເໜືອຈະ​ເປັນທີ່ຮັບເອົາບໍ່ໄດ້.
XS
SM
MD
LG