ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ເຂົ້າຮ່ວມ ​ກອງ​ປະຊຸມສຸດ​ຍອດ ກຸ່ມ G7 ຢູ່​ທີ່ ເຢຍຣະມັນ


ປະທານາທິບໍດີ​ ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ພວມ​ຢູ່​ທີ່
ເຢຍຣະມັນ ເພື່ອເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ເປັນເວລາ 2 ມື້
ຂອງກຸ່ມຈີ 7 ຫລື​ 7 ປະ​ເທດທີ່​ຈະ​ເລີ​ນ​ແລ້ວ​ ທາງ​ອຸດສາຫະກຳ​
ຂອງ​ໂລກ.

ທ່ານ​ໂອ​ບາ​ມາ ​ໄດ້​ປາກົດ​ໂຕ​ຢູ່​ຂ້າງນອກ ​ໃນ​ວັນ​ອາທິດ​ມື້​ນີ້
ພ້ອມ​ກັນ​ກັບນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela
Merkel ພາຍ​ໃຕ້​ທ້ອງຟ້າ​ທີ່ແຈ່ມ​ໃສ ທີ່ເຂດ Bavarian ຊຶ່ງ
ເປັນສະຖານ​ທີ່​ພັກ​ຜ່ອນ ທີ່ສວຍສົດງົດງາມ ບ່ອນ​ທີ່​ຊາວ
​ເຢຍຣະມັນ ສ່ວນຫຼາຍແຕ່ງ​ກາຍ​ໃນ​ຊຸດ​ດັ້ງ​ເດີມ​ຂອງ​ຕົນ
ພາກັນ​ຮັບ​ຟັງ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ຜູ້ນຳ​ທັງ​ສອງ​ທ່ານ.

Obama to Focus on Russia, Islamic State at G-7
please wait

No media source currently available

0:00 0:02:13 0:00

ທ່ານ​ໂອ​ບາ​ມາກ່າວ​ວ່າ ທ່ານ​ຫວັງ​ວ່າຈະໄດ້​ປຶກສາ​ຫາລື​ກັບຄູ່​ຕຳ​ແໜ່​ງ ຝ່າຍ​ເຢຍຣະມັນ
ຂອງ​ທ່ານ ກ່ຽວກັບ “ອະນາຄົດ​ທີ່ຮ່ວມ​ກັນ” ຂອງ​ສະ​ຫະລັດ ​ແລະ ​ເຢຍຣະມັນ ລວມທັງ
“ການ​ລຸກ​ຂຶ້ນຕ້ານການ​ຮຸກຮານ​ຂອງຣັດ​ເຊຍໃນ​ຢູ​ເຄຣນ.”

ນາຍົກ​ລັດ​ທະ​ມົນຕີ​ Merkel ​ໄດ້ເອີ້ນ​ສະຫະລັດວ່າ ​ເປັນ “ພັນທະ​ມິດ ​ແລະ ພາຄີ​ຂອງ​ພວກ​ເຮົາ.”

ການ​ຄ້າ ​ແມ່ນ​ເປັນ​ເລື້ອ​ງອັນ​ສຳຄັນ​ຂອງ​ການ​ເຕົ້າ​ໂຮມ​ກັນ​ໃນ​ຄັ້ງນີ້ ​ແຕ່​ບັນດາ​ຜູ້ນຳ​ຂອງ​
ໂລກ ​ແມ່ນ​ກຳລັງ​ປະ​ເຊີນ​ໜ້າ​ກັບບັນຫາ​ທ້າ​ທ້າຍ​ຈຳນວນ​ນຶ່ງທີ່ມີ​ທ່າ​ທາງ​ວ່າ​ຈະຖືກນຳ​ຂຶ້ນ
ມາ​ປຶກສາ​ຫາລື​ກັນ ​ຢູ່​ທີ່​ສະຖານ​ທີ່​ພັກ​ຜ່ອນ ໃນເຂດ​ພູ Alpine ຂອງເຢຍຣະມັນດັ່ງກ່າວ.

ທ່ານ​ໂອ​ບາ​ມາແລະທ່ານ​ນາງ ​ເມີ​ໂກ້ ​ແມ່ນ​ເປັນ​ທີ່​ແນ່ນອນ​ແລ້ວ​ວ່າ ຈະ​ໃຊ້ວາ​ລະ​ໂອກາດ
​ອັນ​ນີ້ ​ເພື່ອ​ປົວ​ແປງ​ສາຍສຳພັນທີ່​ໄດ້​ກະທົບກະ ເທືອນ ຫຼັງຈາກ​ທີ່​ອົງການ​ຄວາມ​ໝັ້ນຄົງ​
ແຫ່ງ​ຊາດ​ສະຫະລັດ ​ໄດ້​ລັກ​ຟັງ​ໂທລະສັບ​ຂອງ​ທ່ານ​ນາງ ​ເມີ​ໂກ້. ລາຍ​ງານ​ເມື່ອ​ບໍ່​ດົນ​ມາ
ນີ້ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ​ເຢຍຣະມັນອາດ​ໄດ້​ຊ່ອຍ​ເຫຼືອສະຫະລັດ ໃນການສອດ​ແນມເບິ່ງບັນ
ດາ​ບໍລິສັດ​ຕ່າງໆ​ ​ແລະເຈົ້າໜ້າ​ທີ່ຂອງ​ຢູ​ໂຣບນຳ​ດ້ວຍ.

G7 Summit
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG