ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທໍານຽບຂາວ ຮ່າງແຜນການ ເລື້ອງຄົນເຂົ້າມາເມືອງ ອັນໃໝ່ (ວີດິໂອກ່ຽວຂ້ອງ)


ປະທານາທິບໍດີ ບາຣັກ ໂອບາມາ ກ່າວກ່ຽວກັບເລື້ອງຄົນເຂົ້າເມືອງ ທີ່ໂຮງຮຽນມັດທະຍົມປາຍ Del Sol High School ໃນເມືອງ Las Vegas ທີ່ຖ່າຍທອດອອກຂ່າວທາງເຄືອຂ່າຍໂທລະພາບເປັນພາສາສະເປນ ໃນວັນທີ 30 ມັງກອນ 2013
ປະທານາທິບໍດີ ບາຣັກ ໂອບາມາ ກ່າວກ່ຽວກັບເລື້ອງຄົນເຂົ້າເມືອງ ທີ່ໂຮງຮຽນມັດທະຍົມປາຍ Del Sol High School ໃນເມືອງ Las Vegas ທີ່ຖ່າຍທອດອອກຂ່າວທາງເຄືອຂ່າຍໂທລະພາບເປັນພາສາສະເປນ ໃນວັນທີ 30 ມັງກອນ 2013
ໜັງສືພິມທີ່ມີຊື່ສຽງສະບັບນຶ່ງຂອງສະຫະລັດເວົ້າວ່າ ທໍານຽບ
ຂາວກໍາລັງຮ່າງແຜນການກ່ຽວກັບການເຂົ້າເມືອງ ທີ່ຈະອະ
ນຸຍາດໃຫ້ພວກເຂົ້າເມືອງ ຜິດກົດໝາຍ ມີສິດເປັນຜູ້ຢູ່ອາໄສ
ຖາວອນໄດ້ ພາຍໃນ 8 ປີ.

ໜັງສືພິມ USA Today ລາຍງານຂ່າວໃນແລງວັນເສົາຜ່ານ
ມາວ່າ ພາຍໃຕ້ບົດສະເໜີດັ່ງກ່າວ ພວກເຂົ້າເມືອງຜິດກົດ
ໝາຍ 11 ລ້ານຄົນ ຢູ່ໃນສະຫະລັດ ຈະສາມາດຂໍວິຊ່າສໍາລັບ “ຄົນເຂົ້າເມືອງທີ່ຈະຖືກຕ້ອງ ຕາມກົດໝາຍໃນອະນາຄົດ” ທີ່
ຈະສ້າງຂຶ້ນມາໃໝ່ນັ້ນ. ຖ້າຫາກໄດ້ຮັບການອະນຸມັດ, ພວກ
ເຂົາເຈົ້າກໍຈະສາມາດຂໍເອົາສະຖານະພາບຊົ່ວຄາວ ແບບດຽວ
ກັນນັ້ນ ໃຫ້ແກ່ຜົວເມຍຫລືລູກຂອງເຂົາເຈົ້າທີ່ຢູ່ນອກປະເທດ
ໄດ້ອີກດ້ວຍ.

ໜັງສືພິມດັ່ງກ່າວເວົ້າວ່າ ພາຍໃຕ້ແຜນການໃໝ່ທີ່ຮ່າງໂດຍທໍານຽບຂາວດັ່ງກ່າວນີ້ ພວກເຂົ້າເມືອງຜິດກົດໝາຍ ຕ້ອງໄດ້ຜ່ານການກວດເບິ່ງ ພື້ນຖານປະຫວັດດ້ານ
ອາຊະຍາກໍາ, ຍື່ນຂໍ້ມູນດ້ານລາຍມື ແລະ ຈ່າຍຄ່າທໍານຽມ ຈຶ່ງຈະສາມາດຂໍວິຊ່າໃໝ່
ນີ້ໄດ້. ຖ້າໄດ້ຮັບການອະນຸມັດ ພວກເຂົາເຈົ້າຈະມີສິດຢູ່ໃນສະຫະລັດຢ່າງຖືກຕ້ອງ
ຕາມກົດໝາຍ ໄດ້ 4 ປີ ແລະເຮັດວຽກ ແລະສາມາດອອກຈາກສະຫະລັດໄປ ເປັນເວລາ
ສັ້ນໆ ໄດ້. ແລະຫລັງຈາກ 4 ປີ ພວກເຂົາເຈົ້າກໍສາມາດຂໍຕໍ່ວິຊ່າ ໄດ້ອີກ.

ພວກເຂົ້າເມືອງສາມາດທີ່ຈະຂໍເປັນຜູ້ຢູ່ອາໄສຖາວອນໃນສະຫະລັດໄດ້ ພາຍໃນ 8 ປີ ຖ້າຫາກພວກເຂົາເຈົ້າຮຽນພາສາອັງກິດ, ຮຽນປະຫວັດສາດ ແລະຮຽນກ່ຽວກັບລັດຖະ ບານສະຫະລັດ ແລະຈ່າຍຄ່າພາສີຄືນ.

ພວກທີ່ກໍາລັງປະເຊີນກັບການຖືກດໍາເນີນການເນລະເທດ ກໍຈະສາມາດຂໍເອົາວິຊ່າ ໃໝ່ດັ່ງກ່າວນີ້ ໄດ້ເຊັ່ນດຽວກັນ.

ວີດິໂອລາຍງານ ລັດຖະສະພາພະຍາຍາມຮ່າງກົດໝາຍປະຕິຮູບ
ເລື້ອງຄົນເຂົ້າເມືອງ
:

Senators Propose Sweeping Immigration Reform
please wait

No media source currently available

0:00 0:02:34 0:00
ລິງໂດຍກົງ
XS
SM
MD
LG