ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. Obama ສັນລະເສີນ ການສ້າງສາ ຄືນໃໝ່ ທີ່ລັດ New Jersey (ວີດິໂອ/ສະໄລດ໌)


ປະທາ​ນາ​ທິບໍດີ Barack Obama ແລະ ທ່ານ Chris Christie ຜູ້ປົກຄອງລັດ New Jersey ທ່ຽວຊົມຫ້າງຮ້ານ, ຮ້ານອາຫານ ແລະຮ້ານຄ້າຕ່າງໆ ທີ່ໄດ້ເປີດຄືນອີກ ໃນວັນອັງຄານວານນີ້ ຢູ່ຕາມບໍລິ​ເວນທາງຍ່າງເລາະແຄມທະເລ ທີ່ເມືອງ Point Pleasant ຢູ່ລັດ New Jersey ໃນວັນທີ 28 ພຶດສະພາ, 2013.
ປະທາ​ນາ​ທິບໍດີ Barack Obama ແລະ ທ່ານ Chris Christie ຜູ້ປົກຄອງລັດ New Jersey ທ່ຽວຊົມຫ້າງຮ້ານ, ຮ້ານອາຫານ ແລະຮ້ານຄ້າຕ່າງໆ ທີ່ໄດ້ເປີດຄືນອີກ ໃນວັນອັງຄານວານນີ້ ຢູ່ຕາມບໍລິ​ເວນທາງຍ່າງເລາະແຄມທະເລ ທີ່ເມືອງ Point Pleasant ຢູ່ລັດ New Jersey ໃນວັນທີ 28 ພຶດສະພາ, 2013.
ປະທາ​ນາ​ທິບໍດີ Barack Obama ເວົ້າວ່າ ຍັງມີວຽກຢ່າງ
ຫລວງຫລາຍຢູ່ທີ່ຈະຕ້ອງໄດ້ເຮັດ ຢູ່ທີ່ເຂດຝັ່ງທະເລຂອງລັດ
New Jersey ແຕ່ວ່າ ເນື້ອທີ່ສ່ວນຫລາຍຂອງຂົງເຂດດັ່ງກ່າວ
“ໄດ້ກັບຄືນມາ​ເປັນຕາມປົກກະຕິ” ໃນເວລາເຈັດເດືອນ ລຸນ
ຫລັງທີ່ໄດ້ເກີດລົມພາຍຸເຮີຣິເຄນ Sandy ທີ່​ໄດ້​ສ້າງ​ຄວາມ​
ເສຍ​ຫາຍ​ຢ່າງ​ໜັກໃຫ້ຂົງເຂດດັ່ງກ່າວ. ທ່ານກ່າວ ວ່າ:

“ພວກເຮົາຈະສືບຕໍ່ເຮັດທຸກສິ່ງທຸກຢ່າງເພື່ອຈະບູລະນະ
ສ້າງສາຄືນ​ໃໝ່ທັງໝົດແລະເຮັດ ໃຫ້ມັນດີກວ່າ ທີ່​ຄີຍ
ເປັນມາໃນເມື່ອກ່ອນ. ເຮັດໃຫ້ມັນເຂັ້ມແຂງກວ່າເກົ່າ. ເຮັດໃຫ້ມັນ ໜຽວແໜ້ນ ກວ່າແຕ່ກ່ອນ.”


ປະທາ​ນາ​ທິບໍດີ Obama ໄດ້ຮ່ວມກັບຜູ້ປົກຄອງລັດ New Jersey ທ່ານ Chris Christie
ທ່ຽວຊົມຫ້າງຮ້ານ, ຮ້ານອາຫານ ແລະຮ້ານຄ້າຕ່າງໆ ທີ່ໄດ້ເປີດຄືນອີກ ໃນວັນອັງຄານ
ວານນີ້ ຢູ່ຕາມບໍລິ​ເວນທາງຍ່າງ “​ເລາະແຄມທະເລເຈີຊີ.”

ທ່ານເວົ້າວ່າ ປະຊາຊົນໃນລັດ New Jersey ໄດ້ພິສູດໃຫ້ເຫັນວ່າ ພວກເຂົາເຈົ້າ “ແຂງ ແກ່ນກວ່າລົມພາຍຸ” ແລະພ້ອມ​ແລ້ວທີ່ຈະຕ້ອນຮັບແຂກ ໃຫ້ກັບໄປຢ້ຽມຢາມສະຖານທີ່ ທ່ອງທ່ຽວທີ່ມີຊື່ສຽງຂອງເຂົາເຈົ້າຄືນອີກ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ປະທານາທິບໍດີ Obama ຢ້ຽມຢາມລັດ New Jersey
please wait

No media source currently available

0:00 0:00:29 0:00


ລົມພາຍຸເຮີຣິເຄນ Sandy ໄດ້ເຮັດໃຫ້ຢ່າງໜ້ອຍ 125 ຄົນເສຍຊີວິດແລະໄດ້ທໍາລາຍ
ບ້ານເຮືອນ ແລະທຸລະກິດຫ້າງ​ຮ້ານຫລາຍໆ ພັນຫລັງ ຢູ່ໃນພາກຕາເວັນອອກສຽງເໜືອ
ຂອງສະຫະລັດ.

ພວກເຈົ້າໜ້າທີ່ ຢູ່ອົງການຄຸ້ມ​ຄອງມະຫາສະໝຸດ ແລະບັນຍາກາດແຫ່ງຊາດຂອງສະຫະ
ລັດເວົ້າວ່າ ສະຫະລັດຄວນຈະກຽມພ້ອມ​ເພື່ອຮັບມືກັບ “ລະດູການພາຍຸເຮີຣິເຄນ ທີ່ມີພະ
ລັງແຮງ ຫລືແຮງໜັກ” ທີ່ເລີ້ມຈະຕົ້ນຂຶ້ນໃນວັນເສົາທີ່ຈະມາເຖິງ.

ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:

XS
SM
MD
LG