ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Hollande ປຶກສາຫາລື ກັບທ່ານ ໂອ​ບາ​ມາ ກ່ຽວກັບເລື້ອງ ການໂຈມຕີ ກໍ່ການຮ້າຍ ໃນປາຣີ


Islamic State Hollande
please wait

No media source currently available

0:00 0:00:53 0:00

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ຊຸກຍູ້​ໃຫ້ມະຫາ​ອຳນາດ​ຂອງໂລກເຮັດ​ວຽກໃກ້ຊິດກັນ​ຫລາຍ​ຂຶ້ນ ​ເພື່ອ​ຕໍ່ສູ້​ກັບພວກຫົວ​ຮຸນ​ແຮງລັດ​ອິສລາມ​ ຊຶ່ງ​ທ່ານເດີນທາງ​ມາ​ຍັງ​ສະຫະລັດ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ພົບ​ປະ​ແລະ​ປຶກສາ​ກັບ​ປະທານາທິບໍດີ​ສະຫະລັດທ່ານ ບາຣັກ ​ໂອ​ບາ​ມາ.

ທ່ານ Hollande ​ໄດ້​ທຳ​ການ​ຕ້ອນຮັບ​ນາຍົກລັດຖະມົນຕີອັງກິດທ່ານ David Cameron ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ຈະ​ຈັດ​ໃຫ້​ມີ​ການ​ໂອ້​ລົມ​ກັນ​ເປັນການ​ສ່ວນ​ຕົວ​ ​ໃນ​ທ້າຍ​ສັບປະດາ​ນີ້ ກັບ​ບັນດາ​ຜູ້ນຳ​ຂອງຣັດ​ເຊຍ ຈີນ ​ເຢຍຣະມັນ ​ແລະ ອີ​ຕາ​ລີ.

Nov. 23, 2015 ພາບທາງການຂອງ ຫ້ອງການ French Army Communications Audiovisual office (ECPAD), ທີ່ສະແດງໃຫ້ເຫັນເຖິງກຳບັນບັນທຸກເຮືອບິນລົບ ໃນທະເລ Mediterranean.
Nov. 23, 2015 ພາບທາງການຂອງ ຫ້ອງການ French Army Communications Audiovisual office (ECPAD), ທີ່ສະແດງໃຫ້ເຫັນເຖິງກຳບັນບັນທຸກເຮືອບິນລົບ ໃນທະເລ Mediterranean.

ທຳນຽບຂາວ​ໄດ້​ກ່າວ​ວ່າ ທ່ານ Obama ​ແລະ​ທ່ານ Hollande ຈະ​ປຶກສາ​ຫາລື​ກັນ “​ໃນ​ ການ​ຮ່ວມ​ມື​ກັນ​ຕື່ມ​ຂຶ້ນ” ອັນເປັນພາກ​ສ່ວນ​ນຶ່ງ​ຂອງແນວ​ໂຮມທີ່​ນຳພາ​ໂດຍສະຫະລັດ ​ເພື່ອປະຕິບັດ​ໂຈມ​ຕີທາງອາກາດ ຕໍ່ກຸ່ມລັດ​ອິສລາມ ​ໃນ​ອີຣັກ​ແລະ​ຊີ​ເຣຍ ທີ່ໄດ້ດຳ​ເນີນ​ມາ​ປີກ​ວ່າ​ແລ້ວ​ນັ້ນ.

​ໂຄສົກ​ທຳ​ນຽບຂາວ​ທ່ານ Josh Earnest ​ໄດ້ສະ​ແດງ​ຄວາມ​ຍິນ​ດີ​ນຳ​ການຂະຫຍາຍ​ການ
ປະຕິບັດງານ ໂຈມ​ຕີທາງອາກາດຂອງຝຣັ່ງ ​ແລະ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ ​ສະຫະລັດ​ເຊື່ອ​ວ່າ
“ຍັງ​ມີ​ຫຼາຍ​ສິ່ງ ຫຼາຍ​ຢ່າງ​ທີ່​ຈະ​ສາມາດ​ປະຕິບັດ​ໄດ້ ຖ້າ​ຫາກ​ວ່າ​ປະ​ເທດ​ຕ່າງໆ​ເຕັມ​ໃຈທີ່ຈະ​ໃຫ້ການ​ປະກອບສ່ວນ ​ທາງ​ດ້ານຊັບພະ​ຍາກ​ອນ ເພີ້​ມຕື່ມ.”

ທ່ານ​ໄດ້​ກ່າວ​ວ່າ ສະຫະລັດ​ເທົ່າ​ເຖິງ​ປັດຈຸບັນ​ນີ້ ​ແມ່ນ​ໃຫ້ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸດ ສະທຳ​ ​ແລະ​ຄວາມ​ພະຍາຍາມທາງ​ດ້ານ​ທະຫານ ​ຫຼາຍ​ກວ່າ​ໝູ່ ​ແຕ່​ວ່າ ປະ​ເທດ​ນີ້​ແມ່ນ​ມີ​ຄວາມ​ສາມາດ​ພິ​ເສດບາງ​ຢ່າງທີ່​ເປັນ​ເອກ​ກະ​ລັກ ​ແລະ​ກໍມີ​ຄວາມ​ຍິນ​ດີ​ທີ່​ຈະ​ໃຫ້ການ​ຊ່ອຍ​ເຫຼືອ.

ທ່ານ Cameron ​ ໄດ້​ສະ​ເໜີ​ໃຫ້ການ​ຊ່ອຍ​ເຫຼືອ​ຝຣັ່ງ​ໃນ​ວັນ​ຈັນ​ວານ​ນີ້ ເພື່ອ​ທຳ​ການໂຈມ​ຕີທາງອາກາດຕໍ່ກຸ່ມລັດ​ອິສລາມ ​ໃນ​ຊີ​ເຣຍ ແລະໄດ້​ກ່າວ​ວ່າ ທ່ານ​ຈະ​ຖາມ​ລັດຖະສະພາ​ອັງ ກິດ ​ໃນ​ທ້າ​ຍສັບປະດາ​ນີ້ ​ເພື່ອໃຫ້ການ​ອະນຸມັດ​ຕໍ່​ຂໍ້​ສະ​ເໜີ​ໃຫ້​ເຂົ້າ​ຮ່ວມ​ຕໍ່​ສູ້​ກັບພວກຫົວ​ ຮຸນ​ແຮງ​ຈັດ ​ທີ່​ເອີ້ນ​ວ່າ Jihadists.

ທ່ານ​ໄດ້​ບອກ​ກັບ​ທ່ານ Hollande ວ່າ ເຮືອບິນ​ລົບ​ອາຍພົ່ນຂອງຝຣັ່ງ ສາມາດ​ໃຊ້ຖານ​ທັບ ​ອາກາດອັງກິດ ​ໃນ Cyprus ​ ເພື່ອປະຕິບັດ​ການ​ໂຈມ​ຕີ​ເປົ້າໝາຍ​ຂອງ​ພວກກຸ່ມລັດ​ອິສລາມ ພ້ອມ​ນີ້​ຍັງ​ໄດ້​ສະ​ເໜີໃຫ້ການ​ຊ່ອຍ​ເຫຼືອ​ເພື່ອ​ຕື່ມ​ນ້ຳມັນ​ກາງ​ອາກາດນຳ​ດ້ວຍ.

Obama, Hollande Discuss Tight Cooperation After Paris Attacks
please wait

No media source currently available

0:00 0:00:35 0:00

XS
SM
MD
LG