ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ໜັງສືພິມ Nikkei ລາຍງານວ່າ ປ. ໂອບາມາ ຈະໄປຢ້ຽມ ນະຄອນຮິໂຣຊິມະ


ຕຶກອາຄານຫຼັງນຶ່ງ ທີ່ຖືກທຳລາຍ ຢູ່ສວນອະນຸສອນສັນຕິພາບ ໃນນະຄອນຮິໂຣຊິມະ. (ວັນທີ 11 ເມສາ 2016)
ຕຶກອາຄານຫຼັງນຶ່ງ ທີ່ຖືກທຳລາຍ ຢູ່ສວນອະນຸສອນສັນຕິພາບ ໃນນະຄອນຮິໂຣຊິມະ. (ວັນທີ 11 ເມສາ 2016)

ໜັງສືພິມ​ທີ່​ສຳຄັນ​ສະບັບ​ນຶ່ງ​ຂອງ​ຍີ່ປຸ່ນ​ລາຍ​ງານ​ວ່າ ປະທານາທິບໍດີ​ສະຫະລັດ ທ່ານບາ ຣັກ ​ໂອ​ບາ​ມາ ​ຈະ​ເດີນທາງ​ໄປ​ຢ້ຽມຢາມ ນະຄອນ​ຮິ​ໂຣຊິ​ມະ​ ເວລາ​ທ່ານ​ເດີນທາງ​ໄປ​ປະ​ເທດ​ຍີ່ປຸ່ນ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ຂອງ​ກຸ່ມ​ຈີ 7 ​ໃນ​ເດືອນ​ໜ້ານີ້.

ການ​ຢຸດ​ແວ່​ທີ່​ນະຄອນ​ຮິ​ໂຣຊິ​ມາ ຈະ​ເຮັດ​ໃຫ້​ທ່ານ​ໂອ​ບາ​ມາ​ກາຍ​ເປັນ​ປະທານາທິບໍດີ​ຄົນ ​ທຳ​ອິດ​ທີ່​ຍັງ​ກຳ​ຕຳ​ແໜ່​ງຂອງ​ສະຫະລັດເດີນທາງ​ໄປ​ຢ້ຽມຢາມ​ນະຄອນ​ດັ່ງກ່າວ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ເວລາ​ສະຫະລັດ​ຖິ້ມລະ​ເບີດ​ປະລະມານູ​ລົງ​ໃສ່ ທີ່​ນຳ​ໄປ​ສູ່​ການສິ້ນສຸດ​ລົງ​ຂອງ​ສົງຄາມ​ໂລກ​ຄັ້ງທີ​ສອງ. ການຖິ້ມລະ​ເບີດ​ໃສ່​ນະຄອນ​ຮິ​ໂຣຊິ​ມະເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ປະມານ 140,000 ຄົນ. 3 ມື້ຕໍ່​ມາ​ສະຫະລັດ​ໄດ້​ຖິ້ມລະ​ເບີດ​ປະລະມານູ​ລູກ​ທີ​ສອງ​ລົງ​ໃສ່​ນະຄອນ​ນາ​ກາ​ຊາ​ກິ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດປະມານ 70,000 ຄົນ.

ໜັງສືພິມທຸລະ​ກິດລາຍວັນ Nikkei ອອກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍ​ອ້າງ​ແຫຼ່ງຂ່າວ​ສະ ຫະລັດ​ທີ່​ຂໍ​ສະຫງວນ​ຊື່ເວົ້າວ່າ ນາຍົກລັດຖະມົນຕີ Sinzo Abe ຂອງຍີ່ປຸ່ນ​ຈະ​ຮ່ວມ​ຕິດ ຕາມ​ປະທານາທິບໍດີ​ໂອ​ບາ​ມາ​ ໃນ​ລະຫວ່າງ​ການ​ຢ້ຽມຢາມນະຄອນ​ຮິ​ໂຣຊິ​ມະ.

​ແຫຼ່ງຂ່າວ​ທີ່​ບໍ່ເປີດເຜີຍ​ຊື່​ກ່າວຕໍ່ໜັງສືພິມ Nikkei ວ່າ ວໍ​ຊິງ​ຕັນ​ຈະ​ແຈ້ງ​ໃຫ້​ຍີີ່ປຸ່ນ​ຊາບ​ຢ່າງ​ເປັນ​ທາງ​ການ​ໃນຕົ້ນ​ເດືອນ​ໜ້ານີ້ກ່ຽວ​ກັບ​ແຜນການ​ໄປ​ຢ້ຽມຢາມ​ນະຄອ​ນ​ຮິ​ໂຣຊິ​ມະຂອງ​ ທ່ານ​ໂອ​ບາ​ມາ.

ມີ​ການ​ຖາມ​ປະທານາທິບໍດີ​ໂອ​ບາ​ມາ​ໃນ​ວັນ​ສຸກ​ວານ​ນີ້ລະຫວ່າງ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຮ່ວມ​ກັບ​ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ທີ່​ນະຄອນ​ຫວງລອນ​ດອນ ​ກ່ຽວ​ກັບ​ການ​ເດີນທາງ​ ໄປ​ຢ້ຽມຢາມ​ນະຄອນ​ຮິ​ໂຣຊິ​ມະ. ທ່ານ​ໄດ້​ບອກ​ພວກ​ນັກ​ຂ່າວ​ວ່າ ​ໃຫ້​ລໍຖ້າ​ໄປ​ຈົນ​ກວ່າ​ທ່ານ​ເດີນທາງ​ໄປ​ຢ້ຽມຢາມເອ​ເຊຍ​ກ່ອນ ຈຶ່ງ​ຖາມ​ຄຳ​ຖາມ​ກ່ຽວ​ກັບ​ເອ​ເຊຍ.

ຂະນະ​ດຽວ​ກັນ ທ່ານ Yoshihide Suga ຫົວໜ້າ​ກອງ​ເລຂາ​ປະຈຳ​ຄະນະ​ລັດຖະບານ​ຍີ່ ປຸ່ນ​ກ່າວ​ວ່າ ​ເລື້ອງ​ລາວ​ກ່ຽວ​ກັບ​ການ​ເດີນທາງ​ໄປ​ຢ້ຽມຢາມ​ນະຄອນ​ຮິ​ໂຣຊິ​ມະຂອງ​ທ່ານ​ໂອ​ບາ​ມານັ້ນ ບໍ່​ເປັນຄວາມ​ຈິງ. ທ່ານ​ກ່າວ​ຕື່ມ​ວ່າ ​ແນວ​ໃດ​ກໍ​ຕາມ ມັນ​ເປັນ​ເລື້ອງ​ທີ່​ສຳຄັນ​ຫຼາຍສຳລັບ​ຍີ່ປຸ່ນ ທີ່​ພວກ​ຜູ້ນຳ​ຂອງ​ໂລກ ​ເດີນທາງ​ໄປ​ຢ້ຽມຢາມ​ນະຄອນ​ຮິ​ໂຣຊິ​ມະ ​ເພື່ອ​ເຂົ້າ​ໃຈສະພາບ​ການ​ໂຕ​ຈິງ​ກ່ຽວ​ກັບ​ຄວາມທຸກ​ທໍລະມານ​ທີ່​ເກີດ​ຈາກ​ລະ​ເບີດ​ປະລະມານູ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG