ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ໂອບາມາ ກ່າວວ່າ ຊາວອາເມຣິກັນ ທີ່ເຮັດວຽກໜັກ ຄວນໄດ້ກິນບຳນານ ຢ່າງມີກຽດ


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານ
ມີຄວາມໝາຍໝັ້ນຕໍ່ເສດຖະກິດຂອງພວກຊົນຊັ້ນກາງ ແລະໃຫ້
ການຄ້ຳປະກັນວ່າ ຊາວອາເມຣິກັນ ທຸກໆຄົນ ທີ່ເຮັດວຽກດ້ວຍ
ຄວາມຂະຫຍັນໝັ້ນພຽນສາມາດອອກກິນເບ້ຍບຳນານໄດ້ແບບ
ບໍ່ມີຄວາມກັງວົນ ແລະມີກຽດສັກສີ ທີ່ພວກເຂົາເຈົ້າສົມຄວນໄດ້
ຮັບ.

ໃນຄຳປາໄສ ປະຈຳສັບປະດາຂອງທ່ານ (weekly address)
ໃນວັນເສົາມື້ນີ້ ທ່ານໂອບາມາກ່າວວ່າ ທີ່ປຶກສາທາງດ້ານການ
ເງິນສ່ວນໃຫຍ່ແມ່ນດີໃນການໃຫ້ບູລິມະສິດກ່ຽວກັບອະນາຄົດ
ຂອງລູກຄ້າເຂົາເຈົ້າແຕ່ກໍມີບາງຄົນທີ່ໄດ້ແນະນຳໃຫ້ລູກຄ້າເຂົາ
ເຈົ້າທຳການລົງທຶນທີ່ບໍ່ດີ ເພື່ອໄດ້ຮັບເງິນສິນບົນ ແລະ ຄ່າທຳນຽມແບບລີ້ລັບຢູ່ເບື້ອງຫຼັງ.

ທ່ານກ່າວວ່າ ນັ້ນຄືວ່າເປັນຫຍັງໃນຕົ້ນອາທິດນີ້ທ່ານຈຶ່ງໄດ້ຮຽກຮ້ອງໃຫ້ກະຊວງແຮງງານ ຂອງສະຫະລັດປັບປຸງລະບຽບການຕ່າງໆແລະບັງຄັບໃຫ້ທີ່ປຶກສາກ່ຽວກັບເລື້ອງອອກກິນ ເບ້ຍບຳນານ ຖືເອົາເລື້ອງຜົນປະໂຫຍດໃນການລົງທຶນຂອງ ລູກຄ້າເຂົາເຈົ້າເໜືອຜົນປະ ໂຫຍດທາງດ້ານການເງິນຂອງຕົນ.

ປະທານາທິບໍດີີ ໃຫ້ຂໍ້ສັງເກດວ່າ ຄອບຄົວຂອງພວກຊົນຊັ້ນກາງ ບໍ່ສາມາດທີ່ຈະສູນເສຍ
ເງິນ ທີ່ໄດ້ທ້ອນຫອມມາດ້ວຍຄວາມຍາກລຳບາກ ຫລັງຈາກໄດ້ເຮັດວຽກເຮັດການມາຕະ ຫລອດຊີວິດ.

ທ່ານໂອບາມາກ່າວວ່າ ການໃຫ້ຄຳແນະນຳທາງດ້ານການເງິນທີ່ບໍ່ດີຊຶ່ງຍັງຜົນໃຫ້ເກີດບັນ ຫາຂັດແຍ້ງທາງດ້ານຜົນປະໂຫຍດທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ພວກຊົນຊັ້ນກາງແລະ ບັນດາຄອບຄົວທີ່ເຮັດວຽກເຮັດການປະມານ 17 ຕື້ໂດລາຕໍ່ປີ.

XS
SM
MD
LG