ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ນຳເອົາກໍລະນີ ຄວາມຮຸນແຮງ ຈາກການໃຊ້ປືນ ສະເໜີຕໍ່ ປະຊາຊົນ


ປະທານ​າທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ກ່າວ
​ເຖິງ​ຈຸດ​ສຳຄັນໆ ກ່ຽວ​ກັບ​ຂໍ້​ລິ​ເລີ້ມຂອງ​ທ່ານ ​ເພື່ອ​ຫລຸດ​ຜ່ອນ​
ຄວາມ​ຮຸນແຮງ ຈາກ​ອາວຸດ​ປືນ ​ໃນ​ລະຫວ່າງ​ການ​ຖະ​ແຫລ​ງ
ດ້ວຍ​ຄວາມ​ໂສກ​ເສົ້າ ຕໍ່​ປະຊາຊົນ​ອາ​ເມຣິກາ​ໃນວັນ​ອັງຄານ
​ວານ​ນີ້ ທີ່​ທ່ານ​ກ່າວ​ວ່າ “ຜູ້​ຄົນ​ພາກັນ​ເສຍ​ຊິວິດ ​ແລະ​ມີ​ການ
ຫາ​ທາງ​ອອກ​ຢູ່​ເປັນ​ປະຈຳກ່ຽວ​ກັບ​ການບໍ່​ເອົາ​ບາດກ້າວນັ້ນ
ແມ່ນ​ບໍ່​ສາມາດ​ເຮັດ​ໄດ້​ຕໍ່​ໄປ​ອີກ.”

ຫ້ອມລ້ອມທ່ານຢູ່ໃນ​ຫ້ອງ​ທາງ​ກ້ຳ​ຕາ​ເວັນ​ອອກຂອງ​ທຳນຽບ
ຂາວ ​ແມ່ນ​ເຕັມໄປ​ດ້ວຍ ​ບັນດາ​ຜູ້​ທີ່ ລອດ​ຊີວິດມາ​ໄດ້​ ຈາກ
ຄວາມ​ຮຸນ​ແຮງຂອງປືນ ບັນດາຄອບຄົວ ຂອງ​ຜູ້​ເສຍ​ຊີວິດ
​ດ້ວຍ​ອາວຸດ​ປືນ ບັນ​ດາ​ຜູ້​ສະໜັບສະໜຸນ​ໃຫ້​ຄວບ​ຄຸມ​ປືນ ​ແລະບັນດາ​ສະມາຊິກ​ສະພາ​
ຄົນ​ສຳຄັນນັ້ນ ປະທານາທິບໍດີ ໄດ້​ຕິຕຽນ​ລັດຖະສະພາ ຢ່າງ​ແຮງ ທີ່​ບໍ່​ສາມາດ​ຮັບ​ຜ່ານ​
ມາດ​ຕະການ​ອັນ​ເຄັ່ງ​ຄັດ ​ເພື່ອ​ຄວບ​ຄຸມ​ປືນ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ສະ
ພາ ​ແລະ​ປະຊາຊົນ​ອາ​ເມຣິກັນຈົ່ງ “ຊອກ​ຫາ​ຄວາມ​ກ້າຫານເພື່ອ​ດຳ​ເນີນ​ການ​ເພີ້ມ​ຕື່ມ​.”

Candidates Speak Out on Gun Control
please wait

No media source currently available

0:00 0:00:42 0:00

ແຕ່ລະ​ປີ ອາວຸດ​ປືນ​ໄດ້ເອົາ​ຊີວິດ​ຊາວ​ອາ​ເມຣິກັນ ຫລາຍ​ກວ່າ 30,000 ຄົນ ໃນ​ການ​ສັງ
ຫານ​ໝູ່ ການຂ້າ​ໂຕ​ຕາຍ ຄວາ​ມຮຸນ​ແຮງ​ຜິດ​ຖຽງ​ກັນ​ໃນ​ຄອບຄົວ​ແລະເຫດການ​ອຶ່ນໆອີ​ງ
ຕາມ​ທຳນຽບຂາວ.

ປະທານາທິບໍດີກ່າວ​ວ່າ “ພວກ​ເຮົາ​ເປັນ​ປະ​ເທດກ້າວໜ້າ​ປະ​ເທດ​ດຽວຢູ່​ໃນ​ໂລກ​ທີ່​ໄດ້​ເຫັນ
ເຫດການ ຄວາ​ມຮຸນ​ແຮງຂະໜາດໃຫຍ່ ເກີດ​ຂື້ນ​ຢູ່​ເລື້ອຍໆ. ມັນ​ບໍ່ເກີດ​ຂື້ນ​ຢູ່​ໃນ​ບັນ​ດາປະ​
ເທດ​ທີ່​ກ້າວ​ໜ້າ​ອຶ່ນໆ. ມັນ​ບໍ່​ໃກ້​ຄຽງກັນ​ເລີຍ.”

ສະມາຊິກເຂົ້າຮວມຄົນໜຶ່ງ ຖືປ້າຍຮຽກຮ້ອງໃຫ້ມີການຄວບຄຸມປືນ.
ສະມາຊິກເຂົ້າຮວມຄົນໜຶ່ງ ຖືປ້າຍຮຽກຮ້ອງໃຫ້ມີການຄວບຄຸມປືນ.

ໃນ​ຕອນ​ແລງ​ວັນ​ຈັນ​ທີ່​ຜ່ານ​ມາ ທຳນຽບຂາວ ​ໄດ້​ປະກາດໃນອັນ​ທີ່​ທຳນຽບຂາວ ອະທິບາຍ​
ວ່າ ​ເປັນມາດຕະການທີ່ “ມີເຫດມີຜົນ” ທີ່ທ່ານ Obama ພວມ​ຈັດຕັ້ງປະຕິບັດໂດຍ​ນຳ​ໃຊ້​
ອຳນາດ​ຝ່າຍ​ບໍລິຫານ​ຂອງ​ທ່ານ ຊຶ່ງ​ເປັນການເຄື່ອນໄຫວ ທີ່ບໍ່​ຕ້ອງ​ຜ່ານ ລັດຖະສະພາ ທີ່
​ຄວບ​ຄຸມ​ໂດຍ ພັກຣີພັບບລິກັນ ຊຶ່ງໄດ້ປະຕິເສດຕໍ່ ຄວາມພະຍາຍາມຄັ້ງກ່ອນ ຂອງທ່ານ
ກ່ຽວກັບມາດຕະການຄວບຄຸມປືນຢ່າງ​ເຄັ່ງ ຄັດ​ນັ້ນ.

ບັນດາພວກປະທ້ວງ ຕໍ່ຕ້ານຄວາມຮຸນແຮງຂອງປືນ
ບັນດາພວກປະທ້ວງ ຕໍ່ຕ້ານຄວາມຮຸນແຮງຂອງປືນ

ດຳລັດຂອງ​ຝ່າຍ​ບໍລິຫານດັ່ງກ່າວ ຈະບັງຄັບໃຫ້ ບັນດາຜູ້ຂາຍປືນ ຕ້ອງມີໃບອະນຸຍາດ
ແລະບັນດາຜູ້ຊື້ປືນທັງຫລາຍຕ້ອງຜ່ານການກວດກາປະຫວັດ. ນອກນັ້ນຍັງຈະ​ຄວບ​ຄຸມ
ກົດໝາຍວ່າ​ດ້ວຍ​ອາວຸດປືນທີ່ມີຢູ່ແລ້ວ​ນັ້ນໃຫ້​ເຄັ່ງ​ຄັດ​ຂຶ້ນກວ່າ​ເກົ່າ ເພີ້ມການປິ່ນປົວ​ໃຫ້
​ແກ່​ພວກ​ທີ່​ເປັນໂຣກຈິດ ແລະຂະຫຍາຍການຄົ້ນຄວ້າ ກ່ຽວ​ກັບເທັກ​ໂນ​ໂລ​ຈີດ້ານຄວາມ
ປອດໄພຂອງປືນ.

Obama Denounces US Gun Violence
please wait

No media source currently available

0:00 0:00:47 0:00

XS
SM
MD
LG