ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ​ສະຫະລັດ ປຶກສາຫາລື ກ່ຽວກັບ ຄວາມທຸ່ນທ່ຽງ ໃນເຂດອ່າວເປີເຊຍ


Obama GCC
please wait
Embed

No media source currently available

0:00 0:00:41 0:00

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ແລະ​ບັນດາ​ຜູ້ນຳ​ຂອງປະ​ເທດ​ອ່າວ​ເປີ​ ເຊຍ ​ໄດ້​ພົບ​ປະກັນ ທີ່​ນະຄອນ Riyadh ​ເພື່ອ​ຊອກ​ຫາທາງ ທີ່​ຈະ​ສາມາດ​ເຮັດ​ວຽກ​ຮ່ວມ ກັນ ​ຢ່າງ​ໃກ້ຊິດຫຼາຍ​ຂຶ້ນ ​ເພື່ອ​ໃຫ້​ມີ​ສະຖຽນ​ລະ​ພາບ​ໃນ​ພາກ​ຕາ​ເວັນ​ອອກກາງ ​ເອົາຊະນະ​ກຸ່ມ​ລັດ​ອິສລາມ ​ແລະ ກຸ່ມ al-Qaida ​ແລະ​ຮັບ​ມືກັບ ​ການ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງຂອງ​ອິ ຣ່ານ​ ໃນ​ຂົງ​ເຂດ.

ທ່ານ​ໂອ​ບາ​ມາ ​ແລະ​ສະມາ​ຊິກ 6 ປະ​ເທດ ຂອງສະພາການ​ຮ່ວມ​ມື​ໃນເຂດ​ອ່າວ​ເປີ​ເຊຍ ຫຼື GCC ​ໄດ້​ໄຂ​ກອງ​ປະຊຸມສຸດ​ຍອດ​ນຶ່ງ​ມື້ ໃນວັນ​ພະຫັດ​ມື້​ນີ້ ດ້ວຍ​ການ​ທີ່​ຈະເພັ່ງ​ເລັງ​ໃສ່ ຄວາມ​ວຸ້ນວາຍ​ທາງ​ການ​ເມືອງ ​ແລະ​ການ​ຕໍ່ສູ້​ກັນ​ໃນ​ຊິ​ເຣຍ ເຢ​ເມນ ອິຣັກ ​ແລະ​ລີ​ເບຍ.

ສະພາການຮ່ວມມືໃນເຂດອ່າວເປີເຊຍ ຫຼື (GCC) ແມ່ນບັນດາສະມາຊິກ 6 ປະເທດ ຊຶ່ງຮວມທັງ Saudi Arabia, Kuwait, the United Arab Emirates, Qatar, Bahrain ແລະ Oman.
ສະພາການຮ່ວມມືໃນເຂດອ່າວເປີເຊຍ ຫຼື (GCC) ແມ່ນບັນດາສະມາຊິກ 6 ປະເທດ ຊຶ່ງຮວມທັງ Saudi Arabia, Kuwait, the United Arab Emirates, Qatar, Bahrain ແລະ Oman.


ສະຫະລັດ ​ແມ່ນ​ໄດ້​ກົດ​ດັນ ​ໃຫ້​ມີ​ການ​ເພັ່ງ​ເລັງ​ທີ່​ຂະຫຍາຍ​ກວ້າງ​ອອກ​ໄປ​ອີກ ຕໍ່​ຂໍ້​ສະຫຼຸບ​ທາງ​ການ​ເມືອງ ​ແລະ​ການ​ສູ້​ລົບ​ທາງ​ສາສະໜາ​ນັ້ນ ໜ້ອຍ​ລົງ ​ໂດຍ​ສະ​ເພາະ ​ໃນ​ປະ​ເທດ ​ເຊັ່ນ​ເຢ​ເມນ ​ແລະ​ຊິ​ເຣຍ ບ່ອນ​ທີ່ ການ​ຍຸຕິ​ການ​ສູ້​ລົບ​ກັນ​ນັ້ນ ​ໄດ້​ມີ​ຜົນ​ບັງຄັບ​ໃຊ້ ​ແລະ​ວ່າ ມັນ​ຍັງ​ບອບບາງແລະ​ບໍ່​ໜັກ​ແໜ້ນ​ເທື່ອ.

​ແຕ່​ວ່າ​ບາງ​ປະ​ເທດໃນ​ເຂດ​ອ່າວເປີ​ເຊຍ​ເຊັ່ນ Saudi Arabia ​ມອງ​ເຫັນຄວາມ​ຮຸນ​ແຮງ​ທາງ​ສາສະໜານັ້ນ​ແມ່ນໄພ​ຂົ່ມຂູ່ທາງ​ດ້ານ​ຄວາມ​ໝັ້ນຄົງ​ທີ່ສູງ​ສຸດ. ນອກຈາກ Saudi Arabia ບັນດາ​ພາຄີ​ຂອງສະພາ GCC ທີ່​ຮວມມີ Kuwait ສະຫະລັດ​ອາຣັບ Emirates Qatar Bahrain ​ແລະ Oman.

ລັດຖະມົນຕີປ້ອງກັນປະເທດສະຫະລັດ Ash Carter (ຂວາ) ຂຶ້ນຖະແຫຼງການຕໍ່ບັນດາລັດຖະມົນຕີການຕ່າງປະເທດ ໃນ Riyadh, Saudi Arabia, 20 ເມສາ, 2016.
ລັດຖະມົນຕີປ້ອງກັນປະເທດສະຫະລັດ Ash Carter (ຂວາ) ຂຶ້ນຖະແຫຼງການຕໍ່ບັນດາລັດຖະມົນຕີການຕ່າງປະເທດ ໃນ Riyadh, Saudi Arabia, 20 ເມສາ, 2016.

ຫຼັງ​ຈາກ​ປະຊຸມ​ເລື້ອງຄວາ​ມວຸ້ນວາຍ​ໃນ​ຂົງ​ເຂດ​ແລ້ວ ກຸ່ມ​ດັ່ງກ່າວ ຍັງ​ໄດ້​ປຶກສາ​ຫາ​ຊ່ອງ ທາງ ​ເພື່ອທີ່​ຈະຕໍ່ສູ້ ​ແລະຮັບ​ມື​ ກັບ​ກຸ່ມ​ລັດ​ອິສລາມ ​ແລະ​ກຸ່ມ al-Qaida.

ສະຫະລັດ ​ແລະ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ຫຼາຍປະ​ເທດ ມອງ​ເຫັນ​ພວກ​ກຸ່ມ​ກໍ່​ການ​ຮ້າຍ​ນີ້​ວ່າ ​ເປັນໄພ​ຂົ່ມຂູ່​ທີ່​ຮ້າຍ​ແຮງ​ສຸດ​ຕໍ່ໂລ​ກ ແລະຊຸກຍູ້ໃຫ້​ມີ​ການ​ປະສານ​ງານ​ຮ່ວມ ຈາກ​ບັນ ດາ​ປະ​ເທດ​ອາຣັບ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ປາບ​ປາມ​ກຸ່ມ​ດັ່ງກ່າວ.

ຈາກຊ້າຍຫາຂວາ, ຮອງນາຍົກລັດຖະມົນຕີ Oman ທ່ານ Fahd bin Mahmoud al-Said, ປ. ສະຫະລັດ Barack Obama, ພະຣາຊາ Saudi Arabia ແລະ ພະຣາຊາ Bahrain - Hamad bin Isa al Khalifa ທີ່ພະຣຊດຊະວັງ Diriyah ໃນ Riyadh, Saudi Arabia, 21 ເມສາ, 2016.
ຈາກຊ້າຍຫາຂວາ, ຮອງນາຍົກລັດຖະມົນຕີ Oman ທ່ານ Fahd bin Mahmoud al-Said, ປ. ສະຫະລັດ Barack Obama, ພະຣາຊາ Saudi Arabia ແລະ ພະຣາຊາ Bahrain - Hamad bin Isa al Khalifa ທີ່ພະຣຊດຊະວັງ Diriyah ໃນ Riyadh, Saudi Arabia, 21 ເມສາ, 2016.



ກອງ​ປະຊຸມ​ຮອບ​ສຸດ​ທ້າຍ​ແມ່ນ​ຮວມທັງ​ການ​ສົນທະນາ ກ່ຽວ​ກັບ​ເລື້ອງ​ອິຣ່ານ ​ແລະ​ການສ້າງ ຄວາມ​ບໍ່​ທຸ່ນ​ທ່ຽງຂອງ​ປະ​ເທດ​ດັ່ງກ່າວ​ຢູ່​ໃນ​ຂົງ​ເຂດ.

​ເຕຫະຣານ ​ໄດ້​ໜູນ​ຫຼັງ​ກຸ່ມ​ກະບົດ Houthi ​ໃນ​ເຢ​ເມນ ບ່ອນ​ທີ່ Saudi Arabia ​ໄດ້​ທຳ ການ ​ປະຕິບັດ​ງານ​ທາງ​ທະຫານ ຕໍ່ກຸ່ມ​ກະບົດ Houthi ​ໃນ​ທີ່​ນັ້ນ.

ທ່ານ Hussein Ibish ນັກວິເຄາະ ທີ່​ເປັນ​ນັກວິຊາ​ການອະ​ວຸ​ໂສຂອງ​ສະ​ຖາ​ບັນປະ​ເທດ ອາຣັບ ​ເຂດ​ອ່າວ​ເປີ​ເຊຍ ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ ​ໄດ້​ກ່າວ​ວ່າ ທ່ານ ​ໂອ​ບາ​ມາ ຈະ​ນຳ​ໃຊ້​ກອງ​ປະຊຸມສຸດ​ຍອດ ດັ່ງກ່າວ​ນີ້ ​ເພື່ອ​ຄ້ຳປະກັນ ຄູ່​ພາຄີ​ໃນ​ອ່າວ​ເປີ​ເຊຍ ​ເຖິງ​ຄວາມ​ໝາຍ​ໝັ້ນ​ຕັ້ງ​ໃຈ​ຂອງ​ສະຫະລັດ ຕໍ່​ຄວາມ​ໝັ້ນຄົງ​ໃນ​ຂົງ​ເຂດ ​ແລະ​ເອົາ​ບາດກ້າວ​ທີ່​ເຂັ້ມ​ແຂງ​ຂຶ້ນ ຕໍ່​ອິຣ່ານ.

ເຊີນກ່ານຂ່າວເພີ້ມຕື່ມກ່ຽວກັບເລື້ອງນີ້ ໃນພາສາອັງກິດ

XS
SM
MD
LG