ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປ. ໂອບາມາ ກ່າວວ່າ ຄວາມແຕກຕ່າງ ຂອງພວກເຮົາ ເປັນຂອງຂວັນ ທີ່ຄວນ ຖະໜອມໄວ້


ປ. ໂອບາມາ Barack Obama,ຊ້າຍ, ແລະຮອງປະທານາທິບໍດີ Joe Biden ກຳລັງວາງພວງມະລາ.
ປ. ໂອບາມາ Barack Obama,ຊ້າຍ, ແລະຮອງປະທານາທິບໍດີ Joe Biden ກຳລັງວາງພວງມະລາ.

“ມັນ​ເປັນ​ເລື້ອງທີ່​ໄຮ້​ເຫດຜົນທີ່ພວກເຮົາຍັງອະນຸຍາດໃຫ້ເຂົ້າ​ເຖິງອາວຸດສົງຄາມ ​ໄດ້ຢ່າງ​ງ່າຍດາຍ” ນັ້ນຄື​ຄຳ​ເວົ້າ ຂອງປະທານາທິບໍດີ Barack Obama ທີ່ກ່າວໃນ ຄຳປາ​ໄສປະຈຳສັບປະດາໃນວັນເສົາມື້ນີ້. ທ່ານ​ເວົ້າວ່າ “ອາວຸດເຫຼົ່ານັ້ນ ມັກຈະຕົກ​ໄປຢູ່​ໃນບ່ອນທີ່ພວກລູກຊາຍແລະລູກສາວຂອງ​ພວກ​ເຮົາ ໄປທຸກໆມື້ ​ເຊັ່ນ​ວ່າ
ໂຮງຮຽນ ແລະບ່່ອນສູດມົນພາວະນາຂອງເຂົາເຈົ້າ ໂຮງຮູບເງົາແລະບາ ຕ່າງໆ.”

ປະທານາທິບໍດີກ່າວວ່າ ທ່ານໄດ້ “ຄຶດຫລາຍ” ກ່ຽວກັບພວກພໍ່ແມ່ຢູ່ທົ່ວປະເທດ ທີ່ໄດ້ອະທິບາຍແກ່ລູກເຕົ້າເຂົາເຈົ້າວ່າ ແມ່ນຫຍັງໄດ້ເກີດຂຶ້ນຢູ່ເມືອງ Orlando ບ່ອນທີ່ມືປືນຄົນນຶ່ງ ໄດ້ຍິງຢູ່ບາກະເທີຍ ສັງຫານ 49 ຄົນ.

“ອີກເທືຶ່ອນຶ່ງ” ທ່ານ Obama ກ່າວວ່າ ພວກເຮົາໄດ້ສະຫງົບສະຕິ​ອາລົມແກ່ ບັນ ດາຜູ້ເຄາະຮ້າຍຈາກການກໍ່ການຮ້າຍ ແລະຄວາມຮຸນແຮງຂອງປືນທີ່ເກີດຂຶ້ນ ​ເລືຶ້ອຍໆ. ການສະຫງົບສະຕິ​ອາລົມເຫລົ່ານັ້ນ ​ເກືອບ​ສະ​ເໝີ​ໄປ ໄດ້ຕິດຕາມມາ ດ້ວຍ​ຄວາມ​ສະຫງົບ​ເປັນ​ເວລາຫລາຍເດືອນ. ການບໍ່ເຮັດຫຍັງໝົດນັ້ນ ເປັນທີ່ ໃຫ້ອະໄພບໍ່ໄດ້.”

ປະທານາທິບໍດີ Obama ກ່າວວ່າ “ຖ້າຫາກວ່າພວກເຮົາຈະພາກັນລ້ຽງດູລູກ ເຕົ້າ ໃຫ້ເປັນທີ່ປອດໄພໃນ​ໂລກ​ທີ່​ມີຄວາມຮັກຫລາຍຂຶ້ນ ພວກເຮົາຈຳ​ເປັນຕ້ອງໄດ້ ກ່າວອອກມາ. ພວກເຮົາຕ້ອງການໃຫ້ລູກເຕົ້າຂອງເຮົາໄດ້ຍິນພວກເຮົາກ່າວ ອອກມາກ່ຽວກັບອັນຕະລາຍ ທີ່ປືນມີຕໍ່ປະຊາຄົມຂອງພວກເຮົາ ແລະຕໍ່ສະພາບ ການ​ໃນປັດຈຸບັນທີ່​ບໍ່​ມີ​ຄວາມ​ໝາຍ​ນັ້ນ. ພວກເຂົາເຈົ້າຕ້ອງການໄດ້ຍິນຈາກ ພວກເຮົາ ກ່າວກ່ຽວ​ກັບສິ່ງເຫລົ່ານີ້ ເຖິງແມ່ນວ່າເວລາຜູ້ທີ່ບໍ່ເຫັນພ້ອມພາກັນ ເວົ້າດັງໆ ແລະມີອຳນາດ.”

ໃນຂະນະທີ່ພວກພໍ່ແມ່ພາກັນສຳນຶກ​ໄດ້ວ່າບໍ່ແມ່ນທຸກຢ່າງຢູ່ພາຍໃຕ້ການຄວບ ຄຸມຂອງເຂົາເຈົ້າ ປະທານາທິບໍດີີ Obama ກ່າວວ່າ “ແຕ່ວ່າໃນຖານະ​ທີ່​ເປັນພໍ່
ແມ່ ພວກເຮົາຕ້ອງຈື່ວ່າ ມີຄວາມຮັບຜິດຊອບຢ່າງນຶ່ງ ທີ່ຢູ່ໃນອຳນາດຂອງພວກ
ເຮົາ ທີ່​ຈະ​ຕ້ອງ​ໄດ້​ປະ​ຕິ​ບັດ ນັ້ນກໍ​ຄື​ພັນທະ​ຂອງ​ພວກ​ເຮົາ​ຕໍ່​ພວກ​ລູກ​ເຕົ້າ ຄື​ຄວາມ​ຮັກ ແລະການສະໜັບສະໜູນຢ່າງ​ບໍ່​ມີ​ເງື່ອນ​ໄຂ ເພື່ອສະແດງໃຫ້ເຂົາ ເຈົ້າ​ເຫັນ​ເຖິງຄວາມແຕກຕ່າງລະຫວ່າງຜິດແລະຖືກ ສອນໃຫ້ເຂົາເຈົ້າມີຄວາມ ຮັກ ບໍ່ໃຫ້ກຽດຊັງ ແລະເຂົ້າໃຈເຖິງຄວາມແຕກຕ່າງຂອງພວກເຮົາ ບໍ່ແມ່ນວ່າ ເປັນ ບາງສິ່ງບາງຢ່າງ ທີ່ໜ້າຢ້ານກົວ ແຕ່ເປັນຂອງຂວັນອັນຢິ່ງໃຫຍ່ ທີ່ຄວນ ຖະໜອມເອົາໄວ້.”

Remarks by President Obama after meeting with Orlando families
please wait

No media source currently available

0:00 0:17:44 0:00


"It's unconscionable that we allow easy access to weapons of war," U.S. President Barack Obama said Saturday in his weekly address. He said those weapons often end up "in the places our sons and daughters go every day - their schools and houses of worship, movie theaters, nightclubs..."

The president said he had "thought a lot" about the parents around the country who have had to explain to their children what happened in Orlando where a lone gunman shot up a gay nightclub, killing 49 people.

"Time and again," Obama said, "we've observed moments of silence for victims of terror and gun violence. Too often, those moments have been followed by months of silence. By inaction that is simply inexcusable."

Obama said "If we're going to raise our kids in a safe, more loving world, we need to speak up for it. We need our kids to hear us speak up about the risks guns pose to our communities and against a status quo that doesn't make sense. They need to hear us say these things even when those who disagree are loud and are powerful."

While parents come to realize that not everything is within their control, President Obama said, "But as parents, we should remember there's one responsibility that's always in our power to fulfill: our obligation to give our children unconditional love and support; to show them the difference between right and wrong; to teach them to love, not to hate; and to appreciate our differences not as something to fear; but as a great gift to cherish."

XS
SM
MD
LG