ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ຄວາມເສົ້າເສຍໃຈ ແມ່ນເກີນກວ່າ ທີ່ຈະພັນລະນາໄດ້ ສຳລັບຄອບຄົວ ຜູ້ເຄາະຮ້າຍ ຢູ່ Orlando


ປ. ໂອບາມາ (ຊ້າຍ) ແລະຮອງປະທານາທິບໍດີ ບາຍເດັນ (ຂວາ) ວາງດອກໄມ້ ທີ່ບ່ອນໄວ້ອາໄລ ໃຫ້ພວກເຄາະຮ້າຍ ຢູ່ບາກະເທີຍ ເມືອງ Orlando ລັດ Fla. ( 16 ມິຖຸນາ, 2016)
ປ. ໂອບາມາ (ຊ້າຍ) ແລະຮອງປະທານາທິບໍດີ ບາຍເດັນ (ຂວາ) ວາງດອກໄມ້ ທີ່ບ່ອນໄວ້ອາໄລ ໃຫ້ພວກເຄາະຮ້າຍ ຢູ່ບາກະເທີຍ ເມືອງ Orlando ລັດ Fla. ( 16 ມິຖຸນາ, 2016)

ປະທານາທິບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ​ ​ໄດ້​ຈັບ​ມື​ແລະ​ສວມ​ກອດ​ບັນດາ​ສະມາ ຊິກ ຂອງ​ຄອບຄົວ​ຜູ້​ເຄາະ​ຮ້າຍ ​ທີ່​ເສົ້າ​ໂສກ​ເສຍ​ໃຈ ທີ່​ເມືອງ Orlando ​ໃນ​ລັດ Florida ​ໃນວັນ​ພະຫັດ​ວານ​ນີ້ ​ແຕ່ກໍກ່າວ​ວ່າ​ ທ່ານ​ບໍ່​ມີ​ຄຳ​ຕອບ​ ທີ່​ງ່າຍໆເລີຍ ​ຕໍ່​ບັນຫາ​ຂອງ​ພວກ​ເຂົາ​ເຈົ້າ ວ່າ​ເປັນ​ຫຍັງ​ການ​ຍິງ​ສັງຫານ​ໝູ່ ຈຶ່ງ​ຍັງ​ດຳ​ເນີນຢູ່​ຕໍ່​ມາ.

ທ່ານ​ໂອ​ບາ​ມາ ​ແລະ​ຮອງ​ປະທານາທິບໍ​ດີ ​ໂຈ ບາຍ​ເດັນ ​ໄດ້​ພົບ​ປະ​ເປັນ​ການ​ສ່ວນ​ຕົວ​ກັບ​ພວກ​ຍາດ​ພີ່ນ້ອງ ຜູ້​ເສຍ​ຊີວິດ 49​ ຄົນ ​ແລະ​ພວກ​ທີ່​ໄດ້​ຮັບ​ບາດເຈັບ​ ອີກ 53 ຄົນ​ ຢູ່ທີ່​ບາ​ Pulse ຂອງ​ພວກ​ກະ​ເທີຍ ​ເມື່ອ​ວັນ​ອາທິດ​ແລ້ວ ​ໃນ​ການ​ສັງຫານ​ໝູ່​ທີ່​ໃຫຍ່​ທີ່​ສຸດ ​ໃນ​ປະ ຫວັດສາດ​ຂອງ​ສະຫະລັດ.

ທ່ານ​ກ່າວ​ວ່າ ຄວາມ​ເສົ້າ​ໂສກ​ເສຍ​ໃຈ​ຂອງ​ພວກ​ຄອບຄົວ​ແມ່ນ​ເກີນ​ກວ່າ​ທີ່​ຈະພັນ​ລະນາ​ໄດ້.

Obama Consoles Orlando Victims, LGBT Community
please wait

No media source currently available

0:00 0:03:07 0:00

ທ່ານ​ໂອ​ບາ​ມາ​ໄດ້​ຮຽກຮ້ອງ​ໃຫ້​ມີ​ຄວາມ​ປຸ້ມລຸມ​ສາມັກຄີ​ກັນຕໍ່ໜ້າ​ການ​ໂຈມ​ຕີ​ດັ່ງກ່າວໂດຍ​ກ່າວ​ວ່າ ພວກ​ທີ່​ເສຍ​ຊີວິດ​ໄປອາດ​ເປັນ​ຄອບຄົວ​ຂອງ​ພວກ​ເຮົາ ​ແລະກ່າວ​ໂດຍ​ກົງ​ຕໍ່​ພວກ​ທີ່​ໄດ້​ຮັບ​ຜົນ​ກະທົບ ​ຈາກ​ການ​ຍິງ​ສັງຫານ​ວ່າ ຫົວ​ໃຈ​ຂອງ​ພວກ​ເຮົາ​ໄດ້​ແຕກ​ສະຫຼາຍຄື​ກັນ.

ທ່ານ​ກ່າວ​ວ່າ ຖ້າ​ຂ້າພະ​ເຈົ້າບໍ່​ເຮັດ​ຫຍັງ​ລົງ​ໄປ ພວກ​ເຮົາ​ກໍ​ຍັງ​ຈະ​ເຫັນ​ມີ​ການ​ສັງຫານ​ໝູ່​ແບບ​ນີ້ຕື່ມ​ອີກ​ຍ້ອນ​ພວກ​ເຮົາ​ຈະ​ເລືອກ​ເອົາ​ການ​ອະນຸຍາດ​ໃຫ້​ມັນ​ເກີດ​ຂຶ້ນ ອີ​ກ.​

Remarks by President Obama after meeting with Orlando families
please wait

No media source currently available

0:00 0:17:44 0:00

ໃນ​ລະຫວ່າງ​ທີ່ຢູ່​ເທິງ​ເຮືອບິນ​ແຕ່​ນະຄອນຫລວງ​ວໍ​ຊິ​ງຕັນ​ໄປ​ຍັງ​ເມືອງ Orlando ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ​ນັ້ນ ​ໂຄສົກ​ຂອງ​ທຳນຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ຮູ້ສຶກ​ວ່າ ບໍ່​ມີ​ຊ່ອງ​ທາງ​ທີ່​ເປັນ​ຮູບ​ປະ​ທຳ​ໃດໆ​ຕື່ມ​ອີກ​ ​ເພື່ອ​ສະແດງ​ຄວາມ​ສະໜັບສະໜຸນຕໍ່​ເມືອງ​ Orlando ຫຼາຍ​ໄປ​ກວ່າ​ເດີນທາງ​ໄປ​ທີ່​ນັ້ນ. ​ໂຄສົກ​ກ່າວ​ຕື່ມ​ວ່າປະທາ​ນາ​ທິບໍດີ​ຢາກ​ສະ​ແດງ​ໃຫ້ວ່າ ​ຊາວ​ອາ​ເມຣິກັນຢືນ​ຄຽງ​ບ່າຄຽງ​ໄຫລ່​ກັບ​ປະຊາຊົນ​ໃນ​ເມືອງ Orlando.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG