ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ສົ່ງຄຳອວຍພອນປີໃໝ່ ໄປເຖິງ​ປະຊາຊົນ ຊາວ​ອີຣ່ານ


Iran Obama New Year address
please wait

No media source currently available

0:00 0:00:48 0:00

ເບິ່ງວີດີໂອ ລາຍງານນີ້

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ສົ່ງ​ຄຳອວຍ
ພອນ​ປີ​ໃໝ່ ​ໄປເຖິງ​ປະຊາຊົນຊາວ​ອີຣ່ານ ​ໂດຍ​ບອກ​ພວກ​ເຂົາ​ເຈົ້າ
ວ່າ ປີ​ນີ້ ເປັນ​ປີ​ທີ່ມີ “​ໂອກາດ​ດີ​ທີ່​ສຸດ​ໃນຮອບຫຼາຍທົດ​ສະ​ວັດ”
ເພື່ອ​ໃຫ້ໄດ້ ມາ​ຊຶ່ງ​ສາຍສຳພັນ​ທີ່ແຕກຕ່າງ ລະຫວ່າງ​ສອງ​ປະ​ເທດ
​ຂອງ​ພວກ​ເຮົາ.

ຄຳ​ຖະ​ແຫລ​ງຂອງທ່ານ​ໂອ​ບາ​ມາ ຕໍ່​ຊາວອີຣ່ານ ​ໃນ​ຂະນະ​ທີ່​ພວກ​
ເຂົາ​ເຈົ້າ​ກຳລັງ​ສະ​ເຫຼີມສະຫຼອງວັນປີໃໝ່ ຫຼື Nowruz ຢູ່​ນັ້ນ​ ຊຶ່ງ​ມີ​
ຂຶ້ນ​ໃນ​ຂະນະທີ່ເສັ້ນຕາຍ ໃນ​ວັນທີ 31 ມີນາ ຫຍັບ​ໃກ້​ເຂົ້າມາ ເພື່ອ
ໃຫ້​ບັນລຸ​ຂອບຂອງຂໍ້​ຕົກລົງ​ ​ໃນການຈຳກັດ​ໂຄງການ​ນິວ​ເຄລຍ
ຂອງ​ອີຣ່ານ ​ເພື່ອເປັນການ​ແລກປ່ຽນ​ກັບການ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ ຂອງສາກົນ​ ຕໍ່​ Tehran ນັ້ນ.

ທ່ານ ​ໂອ​ບາ​ມາ ​ເວົ້າວ່າ “​ໂອ​ກາດ​ນີ້ ອາດ​ຈະ​ບໍ່ມີ​ມາ​ອີກ​ ໃນ​ໄວໆ​ນີ້. ຂ້າພະ​ເຈົ້າ​ເຊື່ອ​
ວ່າ ປະ​ເທດ​ພວກ​ເຮົາ ມີ​ໂອກາດ​ທີ່ເປັນ​ປະຫວັດສາດ​ເພື່ອ​ແກ້​ໄຂ​ບັນຫາ​ນີ້​ດ້ວຍ
ສັນຕິວິທີ ເປັນໂອກາດ​ ທີ່ພວກ​ເຮົາ​ບໍ່​ຄວນ​ພາດ​.”

​ໃນການຖະແຫຼງທີ່ເປັນວີ​ດີ​ໂອ​ນັ້ນ ທ່ານ​ ໂອ​ບາ​ມາ ກ່າວ​ວ່າ ບັນດາຜູ້ນຳ​ຂອງອີ​ຣ່ານ ຄວນ
​ເລືອກ​ລະຫວ່າງ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ຂໍ້​ຕົກລົງ​ນິວ​ເຄລຍທີ່ “ສົມ​ມາ​ສົມຄວນ” ຊຶ່ງທ່ານ
​ກ່າວ​ອີກ​ວ່າ ອາດຈະເຮັດໃຫ້ການ​ໂດດ​ດ່ຽວ​ຈາກ​ນາໆ​ຊາດ​ຂອງ​ອີຣ່ານ ສິ້ນສຸດລົງ ​ແລະ ຈະ​ສະໜອງ “​ໂອ​ກາດ​ຕ່າງໆອັນກວ້າງ​ຂວາງ​ ສຳ​ຫລັບ​ພົນລະ​ເມືອງອີຣ່ານ.”

ຖ້າ​ຫາກ​ຂໍ້​ຕົກລົງ​ບໍ່​ສາມາດ​ບັນລຸ​ໄດ້ ປະທານາທິບໍດີ ກ່າວ​ວ່າ ອີຣ່ານ ຈະ​ສືບ​ຕໍ່ “​ເດີນ​ໄປ​
ຕາມ​ເສັ້ນທາງ​ທີ່​ຕົນ​ເດີນ​ໄປ​ໃນ​ມື້​ນີ້ ນັ້ນກໍຄື​ເສັ້ນທາງ​ທີ່​ເຮັດ​ໃຫ້​ອີຣ່ານ​ ແລະ​
ພົນລະ​ເມືອງ​ອີຣ່ານ ຖືກໂດດດ່ຽວຈາກສ່ວນໃຫຍ່ຂອງ​ໂລກ​ ທີ່​ເປັນ​ເຫດ​ເຮັດ​ໃຫ້
ພວກຄອບຄົວ​ຊາວອີຣ່ານ ຕົກທຸກ​ໄດ້​ຍາກ ​ແລະ ກີດ​ກັ້ນ​ພວກ​ຊາວ​ໜຸ່ມ​ອີຣ່ານ
ບໍ່ໃຫ້ມີ​ວຽກ​ເຮັດ​ງານທຳ​ ແລະ ​ໂອກາດ​ຕ່າງໆ​ທີ່​ພວກ​ເຂົາ​ເຈົ້າຄວນ​ໄດ້​ຮັບນັ້ນ.”

ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ທ່ານ Mohammad Javad Zarif ກ່າວໃນ​ວັນ​ສຸກ​ມື້​ນີ້
ຜ່ານ​ທາງ Twitter ວ່າ “ຊາວ​ອີຣ່ານ ​ໄດ້​ຕັດສິນ​ໃຈກ່ຽວກັບ​ທາງເລືອກ​ ຂອງ​ພວກ​
ເຂົາ​ເຈົ້າ​ແລ້ວ ນັ້ນກໍຄື ພົວພັນ​ດ້ວຍ​ກຽດ​ສັກ​ສີ. ມັນ​ເປັນ​ເວລາ​ທີ່​ສຳຄັນ ສຳ​ຫລັບ​
ສະຫະລັດ ​ແລະ ບັນດາ​ພັນທະ​ມິດ​ຂອງ​ຕົນ ທີ່​ຈະ​ເລືອກ​ເອົາ ລະຫວ່າງ ຄວາມ​
ກົດ​ດັນ ຫຼື ຂໍ້​ຕົກລົງ.”

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້

XS
SM
MD
LG