ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Obama ພ້ອມກັບ ຢູໂຣບ ຕົກລົງຕໍ່ເວລາ ມາດ​ຕະການ​ລົງ​​ໂທດ ຣັດ​ເຊຍ ອອກໄປອີກ


ປະທານາທິບໍດີສະຫະລັດທ່ານ Barack Obama ໃຫ້ຄຳປາໄສໃນການຖະແຫຼງຂ່າວ ກອງປະຊຸມ G7 ໃນໂຮງແຮມ Schloss Elmau ໃກ້ກັບເມືອງ Garmisch-Partenkirchen ທາງພາກໃຕ້ຂອງ ເຢຍລະມັນ. ທີ 8 ມິຖຸນາ 2015
ປະທານາທິບໍດີສະຫະລັດທ່ານ Barack Obama ໃຫ້ຄຳປາໄສໃນການຖະແຫຼງຂ່າວ ກອງປະຊຸມ G7 ໃນໂຮງແຮມ Schloss Elmau ໃກ້ກັບເມືອງ Garmisch-Partenkirchen ທາງພາກໃຕ້ຂອງ ເຢຍລະມັນ. ທີ 8 ມິຖຸນາ 2015

ປະທາ​ນາ​ທະ​ບໍດີ​ສະຫະລັດ ທ່ານ Barack Obama ​ແລະ ບັນດາ​ຜູ້ນຳ​ຈາກ​ຢູ​ໂຣບ​ ​ໄດ້​ພ້ອມ​ກັນ​ເຫັນ​ດີ ​ທີ່​ຈະ​ຕັ້ງ​ມາດ​ຕະການ​ລົງ​ໂທດ​ຕໍ່ ຣັດ​ເຊຍ ​ໃຫ້​ໜັກ​ຂຶ້ນ​ກວ່າເກົ່າ ​ຖ້າ​ວ່າ​ ຣັດ​ເຊຍ​ບໍ່​ຍອມ​ເລີ່ມຈັດຕັ້ງ ປະຕິບັດຂໍ້​ຕົກລົງ​ Minsk ​ແລ​ະ ​ໃຫ້​ຄວາມ​ເຄົາລົບ ​ຕໍ່​ອະ​ທິປະໄຕ ຂອງ Ukraine. ກອງ​ປະຊຸ​ມໃຫຍ່​ຂອງ​ພວກ​ທ່ານໄດ້​ສິ້ນສຸດລົງ ​ໃນ ວັນ​ຈັນຜ່ານມາ​ນີ້ ຫຼັງ​ຈາກ​ໄດ້​ບັນ​ລຸ​ຫຼາຍ​ບັນຫາ​ຢ່າງ​ກວ້າງຂວາງ ລວມ ມີການ​ຄ້າ, ​ການປ່ຽນແປງດິນຟ້າ​ອາກາດ​ແລະການ​ກໍ່​ການ​ຮ້າຍ. ນັກ​ຂ່າວວີ​ໂອ​ເອ ປະຈຳ​ທຳນຽບ​ຂາວ Luiz Ramirez ​ໄດ້​ເດີ​ນທາ​ງ​ໄປ​ພ້ອມ​ທ່ານ​ປະທານາທິບໍດີ ​ແລະ ​ໄດ້​ມີ​ບົດ​ລາຍ​ງານ​ຈາກ Schloss Elmau ​ສະ​ຖານ​ທີ່​ຈັດ​ກອງ​ປະຊຸມ​ດັ່ງກ່າວ ​ເຊິ່ງ ພຸດ​ທະ​ສອນ ​ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

please wait

No media source currently available

0:00 0:04:40 0:00
ລິງໂດຍກົງ

ການເອົາ​ບັນດາ​ສະມາຊິກຂ​ອງກຸ່ມ G7 ຫຼື 7 ປະ​ເທດທີ່​ຈະ​ເລີ​ນ ທາງ​ດ້ານ​ອຸ​ດສາ​ຫະກຳ ຈາກຢູ​ໂຣບ ​ເພື່ອ​ມາ​ຕົກລົງ​ກັນ​ກ່ຽວ​ກັບ​ການຕໍ່​ ມາດ​ຕະການ​ລົງໂທດຣັດ​ເຊຍ ​ເຊິ່ງຈະ​ມີ​ກຳນົດ​ໝົດ​ອາຍຸ​ໃນ​ສອງ​ເດືອນ ຂ້າງ​ໜ້ານິ້​ ແມ່ນ​ເປັນ​ສິ່ງ​ທີ່​ທ້າ​ທາຍສຳລັບ ປະທາ​ນາ​ທິບໍດີ Obama. ທ່ານມີ​ຄວາມຫວັງ ​ຢາກ​ຈະສົ່ງ​ຂໍ້ຄວາມ​ທີ່ເປັນ​ໜຶ່ງ​ດຽວ​ກັນ​ ໃຫ້​ກັບຣັດ​ເຊຍ. ​ເຊິ່ງ​ໃນ​ວັນ​ຈັນ​ຜ່ານມາ​ນີ້, ທ່ານ​ກໍ​ໄດ້ໃນ​ສິ່ງ​ທີ່​ທ່ານ​ຕ້ອງການ.

ທ່ານ Obama ​ເວົ້າ​ວ່າ “ຄູ່​ຮ່ວມ​ມື​ຈາກ ຢູ​ໂຣບຂອງ​ພວກ​ເຮົາ​ໄດ້​ຢືນ​ຢັນ​ວ່າ ພວກ​ເຂົາ​ຈະ​ຮັກສາ​ມາດ​ຕະການ​ລົງ​ໂທດ​ຕໍ່​ ຣັດ​ເຊຍ ຈົນ​ກວ່າ​ພວກ​ເຂົາ​ຈັດຕັ້ງປະຕິ​ດບັດຂໍ້​ຕົກລົງ Minsk ຢ່າງ​ເຕັມທີ່, ​ເຊິ່ງໝາຍເຖິງ​ການ​ຕໍ່ອາຍຸມາ​ດຕະການ​ລົງໂທດ​ ທີ່​ມີ​ຢູ່​ຂອງຢູ​ໂຣບ ກາຍ​ເດືອນ ກໍລະກົດ​ອອກ​ໄປ.”

ສະຫະລັດ ​ແລະສະມາຊິກ G7 ອື່ນໆກໍ​ຍັງ​ໄດ້​ມີ​ຄຳ​ເຕືອນ​ຕໍ່ Moscow ວ່າ ບັນດາ​ສະມາຊິກ​ຂອງ​ກຸ່ມ​ແມ່ນ​ພ້ອມແລ້ວ​ທີ່​ຈະ​ກຳນົດ​ເພີ່ມ​ເຕີມມາດ​ ຕະການ​ລົງ​ໂທດ​ທີ່​ໜັກ​ຂຶ້ນກວ່າເກົ່າ​ຖ້າ ຣັດ​ເຊຍ ບໍ່ໃຫ້​ຄວາມ​ເຄົາລົບ ​ຕໍ່ ອະທິປະ​ໄຕ​ຂອງ Ukraine.

​ໃນ​ຄຳ​ປາ​ໄສ​ ຂອງ​ການສະຫຼຸບ​ ກອງ​ປະຊຸມ​ໃຫຍ່​ສອງ​ມື້, ທ່ານ Obama ​ໄດ້​ກ່າວ​ວ່າ ປະທາ​ນາ​ທິບໍດີ ຣັດ​ເຊຍ ທ່ານ Vladimir Putin ຕ້ອງ​ໄດ້​ຮີບຕັດສິນ​ໃຈ.

ທ່ານ ​Obama ​ໄດ້​ກ່າວ​ວ່າ “​ແມ່ນ​ລາວ​ກຳລັງ​ສືບ​ຕໍ່​ທຳລາຍ​ເສດຖະ ກິດ​ຂອງ​ປະ​ເທດ​ລາວ ​ແລະ ສື​ບຕໍ່​ການ​ຢູ່​ໂດດດ່ຽວ​ຂອງຣັດ​ເຊຍ ​ໃນ​ການ​ສະ​ແຫວ​ງຫາ​ຄວາມ​ປາຖະ​ນາ​ໃນ​ແງ່​ລົບ​ ເພື່ອ​ສ້າງ​ຄືນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ມະຫາອານາຈັກໂຊ​ວຽດ ບໍ? ຫຼື ລາວຍອມຮັບ​ວ່າ ຄວາມ​ຍິ່ງ​ໃຫຍ່​ຂອງຣັດ​ເຊຍ ​ແມ່ນ​ບໍ່​ໄດ້​ກາງ​ຕໍ່​ເລື່ອງການລະ​ເມີ​ດ​ຜືນ ແຜ່ນແດນອັນຄົບຖ້ວນ ​ແລະ ອຳ​ນາດ​ອະທິປະ​ໄຕ​ຂອງ​ບັນດາ​ປະ​ເທດ​ອື່​ນໆ ບໍ?”

ປະທານາທິບໍດີ Obama ​ໄດ້​ເນັ້ນຢ້ຳ​ເຖິງ​ຄວາມ​ພະຍາຍາມ​ຂອງ​ທ່ານ ​ເພື່ອ​ຊຸກ​ຍູ້​ຂໍ້​ຕົກລົງ​ດ້ານ​ການ​ຄ້າຂະໜາດໃຫຍ່​ ກັບ​ບັນດາ​ຄູ່​ຮ່ວມມື​ ທັງ​ໃນ​ເຂດ Pacific ​ແລະ Atlantic. ​ແລະທ່ານ​ກໍ່​ໄດ້​ຮຽກຮ້ອງ​ໃຫ້​ຢູ​ໂຣບ ຊ່ວຍ​ແກ້​ໄຂ​ບັນຫາ​ວິ​ກິດ​ການ​ໜີ້​ສິນ​ຂອງ Greece.

ການ​ປະຊຸມ​ໃນ​ວັນ​ຈັນ​ຜ່ານມາ​ນີ້ ຍັງ​ລວມມີ​ຫົວ​ຂໍ້ ​ກ່ຽວ​ກັບການ​ກໍ່​ການ​ຮ້າຍ ​ເຊິ່ງ​ເປັນບັນຫາ​ທີ່​ໜ້າ​ເປັນ​ຫ່ວງ​ຫຼາຍ​ ສຳລັບບັນດາ​ປະ​ເທດ G7, ບາງ​ປະ​ເທດ​ ທີ່​ເຂົ້າ​ຮ່ວມໃນ​ການ​ໂຈມ​ຕີ​ທາງ​ອາກາດ ພາຍໃຕ້ການນຳ ພາຂອງສະຫະລັດ ​ໃ​ສ່ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ປະທານາທິບໍດີ Obama ​ໄດ້​ພົບ​ປະ​ກັບ​ນາຍົກລັດຖະມົນຕີ Irag ທ່ານ Haider al-Abadi ​ຜູ້​ທີ່​ໄດ້​ກ່າວ​ວ່າ ການ​ເສຍ​ເມືອງ Ramadi ​ແມ່ນ​ເປັນ​ພຽງ​ການ​ພ່າຍ​ແພ້​ຊົ່ວຄາວ​ຂອງ​ທະຫານ Irag ​ເທົ່າ​ນັ້ນ. ຜູ້ນຳ​ທັງ​ສອງ​ຝ່າຍ​ໄດ້​ເຈ​ລະ​ຈາ​ກ່ຽວ​ກັບ​ຍຸດ​ທະ​ສາດໃນການຕໍ່ຕ້ານ​ພວກ​ລັດ​ອິສລາມ.

ທ່ານ Obama ​ໄດ້​ກ່າວ​ວ່າ ສະຫະລັດ​ຕ້ອງ​ໄດ້​ເລັ່ງການ​ຝຶກ​ແອບ​ໃຫ້​ແກ່​ກອງທັບ Irag.

ທ່ານ​ Obama ​ເວົ້າ​ວ່າ “ ພວກ​ເຮົາ​ຍັງ​ບໍ່​ມີ​ຍຸດ​ທະສາດ​ທີ່​ສົມບູນ​ແບບ​ເທື່ອ ​ເພ​າະວ່າ ມັນ​ຕ້ອງ​ມີຄຳໝັ້ນສັນຍາ ໃນ​ພາກສ່ວນ​ຂອງ Irag ເຊັ່ນກັນ ກ່ຽວກັບ ວິທີ​ການ​ຮັບ​ເອົາທະຫານ​ໃໝ່​ ​ແລະ ​ການ​ຝຶກ​ແອບມີຂຶ້ນແບບໃດ”

ທ່ານ ​ໄດ້​ກ່າວ​ວ່າ ທະຫານ Irag ຕ້ອງ​ໄດ້​ເພີ່ມ​ການ​ເກນ​ທະຫານ ​ແລະ ​ເຂົ້າ​ຫາ​ຊາວ Sunni ​ເພື່ອ​ທີ່​ຈະ​ເອົາ​ຊະນະ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

Africa ​ໄດ້​ມີບົດ​ບາດທີ່​ສຳຄັນ ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້. ປະທາ​ນາ​ທິບໍດີ Nigeria ທ່ານ Muhammadu Buhari ​ໄດ້​ຖືກ​ເຊີນໃຫ້​ເຂົ້າ​ຮ່ວມ​ໃນ​ກອງປະຊຸມເພື່ອກ່າວເຖິງຄວາມ​ພະຍາຍາມ​ຂອງ​ລັດຖະບານ​ຂອງ​ທ່ານ ໃນການຕໍ່ສູ້​ຕ້ານ​ພວກ​ກຸ່ມ​ຫົວ​ຮຸນ​ແຮງ Boko Haram ​ແລະ ທ່ານ​ນາງ Ellen Sirleaf Johnson ປະທານາທິບໍ​ດີ​ຂອງ Liberia ກໍ​ໄດ້​ຖືກເຊີນເຂົ້າ​ຮ່ວມ​ເຊັ່ນ​ກັນ ເພື່ອກ່າວເຖິງບົດຮຽນຕ່າງໆ ​ກ່ຽວ​ກັບ​ໂລກ​ລະບາດ Ebola ​ທີ່​ເກີດ​ຂື້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໃນ​ອາ​ຟຣິກາຕາ​ເວັນ​ຕົກ​.

ບັນດາຜູ້ນຳ G7 ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່​ຈະປ້ອງ​ກັນ​ໂລກລະບາດ ເຊິ່ງອາດ​ຈະເກີດ​ຂຶ້ນ​ໃນ​ອະນາຄົດ ​ບໍ່​ໃຫ້​ກາຍ​ມາ​ເປັນການ​ແຜ່​ລະບາດ​ ຮ້າຍແຮງໂດຍ​ສະເໜີໃຫ້​ການ​ຊ່ວຍ​ເຫຼືອ​ແກ່ 60 ປະ​ເທດ, ລວມທັງ​ບັນດາ​ປະ​ເທດ​ໃນ ​ອາ​ຟຣິກາຕາ​ເວັນ​ຕົກ.

XS
SM
MD
LG