ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອ​ບາ​ມາ ເຂົ້າຮ່ວມ 2 ​ພິ​ທີ ​ລະ​ນຶກ​ເຖິງ ວັນ​ຂີດ​ໝາຍ ຄົບ​ຮອບ 13 ປີ ໃນ​ການ​ໂຈມ​ຕີ ສ​ຫລ (​ສະ​ໄລ​ດ໌/ວີ​ດີ​ໂອ)


ປະທານ​າທິບໍດີ ບາຣັກ ​ໂອ​ບາ​ມາ ຈະ​ໄປ​ຮ່ວມ​ໃນ​ສອງ​ພິທີ​ທີ່​ໂສກ
​ເສົ້າ ໃນ​ວັນ​ພະຫັດ​ມື້​ນີ້ ເພື່ອ​ລະ​ນຶກ​ເຖິງ​ວັນ​ຂີດ​ໝາຍຄົບຮອບ 13
ປີ​ແຫ່ງ​ການ​ໂຈມ​ຕີ ​ຂອງ​ພວກ​ກໍ່​ການ​ຮ້າຍ ​ໃນ​ວັນ​ທີ 11 ກັນຍາ ປີ
2001 ​ໃນ​ສະຫະລັດ​ນັ້ນ.

ທ່ານ​ໂອ​ບາ​ມາ ທີ່​ຕິດຕາມ​ໄປ​ດ້ວຍ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານນາງ
Michelle Obama ​ແລະ​ຮອງ​ປະທານາທິບໍດີ Joe Biden ຈະ
​ນຳພາ​ໃນການ​ສະຫງົບ​ຈິດ​ອາລົມ​ເປັນ​ເວລາ​ສັ້ນໆ​ເພື່ອ​ໄວ້ອາ​ໄລ
ທີ່​ເດີນ South Lawn ຂອງ​ທຳນຽບຂາວ​ ໃນ​ເວລາທີ່​ເຮືອບິນ​ອາຍ​ພົນ​ໂດຍ ສານ​ທີ່​ຖືກ​ຈີ້​ມາ​ລຳ​ທຳ​ອິດ ​ບິນ​ຕຳ​ຕຶກ​ດາດ​ຟ້າ​ແຝດ ​ຂອງ​ສູນ​ການ​ຄ້າ​ໂລກ ​ທີ່​ນະຄອນ​ນີວຢອກ​ນັ້ນ.

ຫຼັງ​ຈາກ​ນັ້ນ ປະທານາທິບໍດີໂອ​ບາ​ມາ ພ້ອມ​ດ້ວຍ​ພັນ​ລະ​ຍາຈະ​ໄປ​ຮ່ວມ ພິທີ​ທີ່ທຳນຽບຫ້າ​ແຈ ກອງບັນຊາການ​ໃຫຍ່​ ຂອງ​ກອງທັບ​ສະຫະລັດ ບ່ອນ​ທີ່​ພວກ​ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ ​ເສຍ​ຊີວິດ ຫຼັງ​ຈາກ​ເຮືອບິນ​ທີ່​ຖືກ​ຈີ້​ມາ​ລຳ​ທີ​ສາມ ​ບິນ​ເຂົ້າຕຳ​ຕຶກ​ອາຄານ​ທຳນຽບຫ້າ​ແຈ​ນັ້ນ.

​ພິທີໄວ້ອາໄລ​ດັ່ງກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ

ຫຼັງ​ຈາກ​ທ່ານ​ໂອ​ບາ​ມາ ປະກາດ​ຍຸດ​ທະ​ສາດ​ທີ່​ເພີ້​ມຄວາມ​ເຂັ້ມ​ແຂງ​ຂຶ້ນ​ໃນ​ການ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ລັດ​ອິສລາມ​ທີ່​ກຳລັງ​ດຳ​ເນີນ​ໄປ​ໃນ​ອີຣັກ​ແລະ​ຊີ​ເຣຍນັ້ນ.

ທີ່​ນະຄອນ​ນີວຢອກ ພວກ​ຍາດພີ່ນ້ອງຂອງ​ຄອບຄົວ​ພວກ​ທີ່​ໄດ້​ເສຍ​ຊີ ວິດ​ໄປ​ເກືອບ 3 ພັນ​ຄົນ​ເວລາຕຶກແຝດສູ​ນການຄ້າ​ໂລກ​ພັງ​ທະລາ​ຍລົງ​ນັ້ນ ຈະ​ທຳ​ພິທີ​ປະຈຳ​ປີ ​ອ່ານ​ຊື່​ຢ່າງ​ດັງໆພວກ​ສະມາຊິກ​ຄອບຄົວຂອງ​ເຂົາ​ເຈົ້າ​ທີ່​ໄດ້​ເສຍ​ຊີວິດ​ໄປ​ນັ້ນ​. ພິທີ​ໃນ​ປີ​ນີ້ ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ໄດ້​ມີ​ການ​ເປີດ​ຫໍພິພິດທະພັນ September 11 ຂຶ້ນ ຊຶ່ງ​ມີການວາງສະ​ແດງ​ເຄື່ອງ​ເກົ່າ​ແກ່ ​ແລະ​ຮູບ​ພາບ​ຕ່າງໆ ທີ່​ພົວພັນ​ກັບ​ການ​ໂຈມ​ຕີ​ເຫຼົ່າ​ນັ້ນ. ບໍລິ​ເວນ​ສູນ​ການ​ຄ້າ​ໂລກ​ເອງ ​ໄດ້​ຖືກ​ກໍ່ສ້າງ​ຄືນໃໝ່​ເກືອບ​ເສັດ​ສິ້ນ​ແລ້ວ ຊຶ່ງ​ຕຶກ​ດາດ​ຟ້າ​ໃຫຍ່​ນັ້ນ ກຳນົດ​ຈະ​ໄຂ​ຢ່າງ​ເປັນທາງ​ການ​ໃຫ້​ຜູ້​ຄົນ​ໄປ​ທ່ຽວ​ຊົມ​ໄດ້​ໃນ​ທ້າຍ​ເດືອນ​ນີ້.

ພິທີ​ໄວ້ອາ​ໄລ​ອີກ​ບ່ອນ​ນຶ່ງ​ຈະ​ມີ​ຂຶ້ນ​ທີ່​ເມືອງ Shanksville ລັດ Penn-sylvania ບ່ອນ​ທີ່​ເຮືອບິນ​ລຳ​ທີ​ສີ່​ທີ່ ​ຖືກ​ຈີ້​ມາ​ໃນ​ມື້​ດຽວ​ກັນ​ນັ້ນ​ຕົກລົງ ກ່ອນ​ຈະ​ບິນ​ໄປ​ຮອດ​ຈຸດ​ເປົ້າ​ໝາຍ ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ດີ​ຊີ ນັ້ນ. ໃນ​ລະຫວ່າງ​ການ​ທຳ​ພິທີ​ນີ້ ຈະ​ມີ​ການ​ມອບ​ຫຼຽນຄຳລັດຖະສະພາຫລື​ Congressional Gold Medal ອັນ​ເປັນ​ຫຼຽນ​ພົນລະ​ເຮືອນ​ລະດັບ​ສູງ​ສຸດ​ຂອງ​ປະ​ເທດ ເປັນ​ເທື່ອ​ທຳ​ອິດ ​ເພື່ອ​ໃຫ້​ກຽດ​ແກ່​ພວກ​ຄົນ​ໂດຍສານ​ແລະ​ຈຸ​ບິນ​ຂອງ​ສາຍ​ການບິນ United Airlines ຖ້ຽວທີ 93 ນັ້ນ.

ຄະນະ​ກຳມະການ​ທີ່​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ທຳ​ການ​ສືບ​ສວນສອບ​ສວນ​ການ​ໂຈມ​ຕີ​ໃນ​ວັນ​ທີ 11 ກັນຍາສະຫລຸບ​ວ່າ ຖ້ຽວ​ບິນ 93 ​ໄດ້​ເກີດ​ອຸບັດ​ເຫດ ຕົກ​ລົງ​ໃນ​ຂະນະ​ທີ່​ພວກ​ຄົນ​ໂດຍສານ​ໃນ​ເຮືອບິນ​ຕໍ່ສູ້​ກັນ​ກັບ​ພວກ​ຈີ້​ເຮືອບິນເພື່ອ​ຄວບ​ຄຸມ​ເຮືອບິນ​ຄືນ ​ໂດຍ​ໄດ້​ເຮັດ​ໃຫ້​ພວກ​ຄົນ​ໃນ​ເຮືອ​ທັງ​ໝົດ​ເສຍ​ຊີວິດ​ໄປ. ບ່ອນ​ເຮືອບິນ​ຕົກ ​ໄດ້​ປ່ຽນ​ມາ​ເປັນ​ທີ່​ລະ​ລຶກ​ແຫ່ງ​ຊາດ ​ເພື່ອ​ໃຫ້ກຽດ​ແກ່​ພວກ​ຄົນ​ໂດຍສານ​ ແລະ​ຈຸ​ບິນ​ໃນ​ເຮືອບິນ​ລຳ​ດັ່ງກ່າວ.

US SEPTEMBER 11 OBSERVANCE CNPK
please wait

No media source currently available

0:00 0:02:39 0:00

XS
SM
MD
LG