ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ.ໂອບາມາ ວ່າ ທຸກໆຄົນ ຄວນຈະສາມາດ ຈ່າຍຄ່າຮຽນ ຂັ້ນສູງໄດ້


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ທ່ານ
ຕ້ອງການ ໃຫ້ເປັນທີ່ແນ່ໃຈວ່າ ການເຂົ້າຮັບການສຶກສາຂັ້ນສູງ ໃຫ້ເປັນທີ່ສາມາດເສຍຄ່າໃຊ້ຈ່າຍໄດ້ ສຳຫລັບທຸກໆຄົນ.

ຜູ້ນຳຂອງສະຫະລັດກ່າວໃນວັນເສົາມື້ນີ້ ໃນຄຳປາໄສປະຈຳສັບ
ປະດາຂອງທ່ານວ່າ ການໃຊ້ຈ່າຍເພື່ອການສຶກສາຂັ້ນສູງ ແມ່ນ
ເປັນການດີ້ນຮົນຕໍ່ສູ້ຢ່າງຕໍ່ເນື່ອງ ສຳຫລັບຫລາຍໆຄອບຄົວ ທີ່
ທຸກຍາກ ແລະທ່ານຕ້ອງການຢາກຕ່າວປີ້ນສະພາບດັ່ງກ່າວນັ້ນ
ດ້ວຍຂໍ້ລິເລີ້ມໃໝ່.

ມາດຕະການໃໝ່ເຫຼົ່ານີ້ ແມ່ນຮວມທັງການປະຕິຮູບ ລະບົບໃຫ້ເງິນກູ້ຢືມແກ່ພວກນັກສຶກ ສາ ໂດຍໃຫ້ພວກນັກສຶກສາ ໄດ້ຮັບເງິນຫລາຍຂຶ້ນ ແທນທີ່ຈະແມ່ນພວກທະນາຄານ ຂະ ຫຍາຍການໃຫ້ທຶນສຶກສາແລະເກັບພາສີສິນເຊື່ອມະຫາວິທະຍາໄລສຳຫລັບພວກນັກສຶກ
ສາແລະຄອບຄົວເຂົາເຈົ້າແລະໃຫ້ໂອກາດແກ່ພວກນັກສຶກສາຈຳກັດການຈ່າຍເງິນກູ້ຢືມ
ຄ່າຮຽນຄືນ ບໍ່ກາຍ 10 ເປີເຊັນ ຂອງລາຍໄດ້ເຂົາເຈົ້າ.

ປະທານາທິບໍດີໂອບາມາ ຮຽກຮ້ອງໃຫ້ສະພາ ຮັບຜ່ານຮ່າງກົດໝາຍ ອະນຸຍາດໃຫ້ພວກ ນັກສຶກສາ ສາມາດກູ້ຢືມເງິນກ້ອນໃໝ່ ໃນອັດຕາບອກເບ້ຍ ທີ່ຕ່ຳກວ່າເກົ່າ ຂອງທຸກມື້ນີ້ ມາໃຊ້ໜີ້ຄືນຳໄດ້.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນ ສະມາຊິກສະພາຕ່ຳ Doug Collins ຈາກລັດ Georgia ຮຽກຮ້ອງໃຫ້ສະມາຊິກສະພາສູງ ຂອງພັກເດໂມແຄຣັດ ຮັບຜ່ານຮ່າງ ກົດໝາຍຕ່າງໆ ທີ່ທາງສະພາຕ່ຳ ພາຍໃຕ້ການນຳພາ ຂອງພັກຣີພັບບລີກັນ ຮັບຮອງເອົາ ແລ້ວນັ້ນ. ທ່ານ Collins ເວົ້າວ່າ ສະພາສູງບໍ່ໄດ້ດຳເນີນການຫຍັງ ກ່ຽວກັບຮ່າງກົດໝາຍ ຫຼາຍກວ່າ 340 ສະບັບ ທີ່ສະພາຕ່ຳໄດ້ຮັບຮອງເອົາແລ້ວ ຮວມທັງຈຳນວນນຶ່ງແມ່ນໄດ້ຮັບ ການສະໜັບສະໜຸນ ຈາກທັງສອງພັກການເມືອງ.

XS
SM
MD
LG