ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານໂອບາມາຈັດກອງ​ປະຊຸມ​​ນັກ​ວິ​ສາ​ຫະກິດ


ກອງປະຊຸມນັກວິສາຫະກິດ
ກອງປະຊຸມນັກວິສາຫະກິດ

ກອງ​ປະຊຸມ​ຄັ້ງ​ນີ້​ມີ​ຈຸດ​ປະສົງ​ເພື່ອ​ນຳເອົາ​ນັກ​ວິ​ສາ​ຫະກິດ​ທີ່ຫາ​ກໍເລີ້ມ​ຕົ້ນໃໝ່​ກັບພວກ​ນັກ​ວິ​ສາ​ຫະກິດ​ທີ່​ເຈນ​ເວທີ​ແລ້ວແລະ​ບັນດາເຈົ້າ​ໜ້າທີ່ລັດຖະບານພວກ​ນາຍ​ທະນາຄານແລະ​ພວກ​ຊ່ຽວຊານ​ອື່ນໆ​ມາ​ສົນທະນາ​ຫາລືກັນ. ຫົວ​ຂໍ້​ຂອງ​ການ​ປະຊຸມ​ແມ່ນ​ມີຮວມທັງ​ການສົ່ງ​ເສີມ​ມອບອຳນາດ​​ໃຫ່ແກ່​ນັກທຸລະກິດ​ແມ່ຍິງ​ແລະ​ສ້າງ​ບັນຍາກາດ​ໃນ​ທາງ​ບວກ​ໃຫ້ແກ່​ພວກທຸລະກິດ​ໃໝ່.

ທ່ານໂອ​ບາ​ມາຈັດ​ກອງ​ປະຊຸມນັກ​ວິ​ສາ​ຫະກິດປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ໂອ​ບາ​ມາເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຳລັບ​ພວກ​ນັກ​ວິ​ສາ​ຫະກິດ ຈຳນວນ​ຫລາຍ​ກວ່າ 250 ຄົນ ຊຶ່ງ​ສ່ວນ​ຫລາຍ​ມາ​ຈາກ​ພວກ​ປະ​ເທດ​ມຸສະລິ​ມ ​ໃນ​ຄວາມ​ຫວັງ​ເພື່ອ​ສົ່ງ​ເສີມສາຍ​ພົວພັນ​ທາງທຸລະ​ກິດ​ໃຫ້​ມີ​ຫລາຍຂຶ້ນລະຫວ່າງ​ສະຫະລັດກັບ ພວກປະ​ເທດ​ມຸສະລິ​ມທັງຫລາຍ​ໃນ​ໂລກ.

ກອງ​ປະຊຸມ​ເປັນ​ເວລາ 2 ມື້​ ທີ່ໄຂ​ຂຶ້ນ​ຢູ່​ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ຈັນ​ມື້​ນີ້ແມ່ນເປັນ​ການ​ປະຕິບັດຕາມ​ຄຳ​ໝັ້ນ​ສັນຍາ​ ທີ່​ທ່ານ​ໂອ​ບາ​ມາ​ໄດ້​ໃຫ້​ໄວ້​ໃນ​ເດືອນ​ມິຖຸນາ​ປີແລ້ວນີ້​ ທີ່​ນະຄອນຫລວງ​ Cairo ປະ​ເທດ​ອີຈິບ​ ເພື່ອ​ເພິ່ມທະວີ​ສາຍ​ພົວພັນຂອງ​ສະຫະລັດກັບ​ພວກ​ປະຊາ​ຄົມ​ຕ່າງໆຂອງຊາວ​ມຸສລິ​ມນັ້ນ.

ທ່ານ Ben Rhodes ຮອງ​ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດສະຫະລັດກ່າວຕໍ່​ພວກ​ນັກ​ຂ່າວ​ວ່າວິ​ສາ​ຫະກິດ​ເປັນ​ຄ່າ​ນິຍົມ​ພື້ນ​ຖານຂອງອາ​ເມຣິກາ ແລະ​ສາມາດ​ໄຂ​ໂອກາດຕ່າງໆໃຫ້​ແກ່​ປະຊາຊົນ​ໃນ​ທົ່ວ​ໂລກ​ໄດ້.

ກອງ​ປະຊຸມ​ຄັ້ງ​ນີ້​ ມີ​ຈຸດ​ປະສົງ​ເພື່ອ​ນຳເອົາ​ນັກ​ວິ​ສາ​ຫະກິດ​ທີ່ຫາ​ກໍເລີ້ມ​ຕົ້ນໃໝ່​ກັບພວກ​ນັກ​ວິ​ສາ​ຫະກິດ​ທີ່​ເຈນ​ເວທີ​ແລ້ວແລະ​ບັນດາເຈົ້າໜ້າທີ່ລັດ
ຖະບານພວກ​ນາຍ​ທະນາຄານແລະ​ພວກ​ຊ່ຽວຊານ​ອື່ນໆ​ມາ​ສົນທະນາ​ຫາລືກັນ. ຫົວ​ຂໍ້​ຂອງ​ການ​ປະຊຸມ​ແມ່ນ​ມີຮວມທັງ​ການສົ່ງ​ເສີມ​ມອບອຳນາດ​ໃຫ່ແກ່​ນັກທຸລະກິດ​ແມ່ຍິງ​ແລະ​ສ້າງ​ບັນຍາກາດ​ໃນ​ທາງ​ບວກ​ໃຫ້ແກ່​ພວກທຸລະກິດ​ໃໝ່.

XS
SM
MD
LG