ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ສຫລ ຮຽກຮ້ອງໃຫ້ຢຸດເຊົາ ການຜ່ອນຜັນພາສີ ແກ່ບໍລິສັດນໍ້າມັນ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (30 ເມສາ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (30 ເມສາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາທຳການຮຽກຮ້ອງອີກຄັ້ງນຶ່ງໃຫ້ຢຸດເຊົາການ
ຜ່ອນຜັນທາງດ້ານພາສີໃນມູນຄ່າ 4 ພັນລ້ານໂດລາໃຫ້ແກ່ບໍລິສັດນໍ້າມັນແລະແກັສທຳມະ
ຊາດ ທີ່ໄດ້ກຳໄລໃນມູນຄ່າຫຼາຍໆພັນລ້ານໂດລາ ຂະນະທີ່ລາຄານໍ້າມັນແພງຂຶ້ນນັ້ນ.

ໃນການກ່າວຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ທ່ານໂອບາມາເວົ້າວ່າ
ການຜ່ອນຜັນທາງດ້ານພາສີດັ່ງກ່າວ ແມ່ນເປັນສິ່ງທີ່ບໍ່ຖືກຕ້ອງແລະກໍບໍ່ສະຫຼາດສ່ອງໃສ
ແລະຄວນຈະມີການຢຸດເຊົາ.

ປະທານາທິບໍດີ ໄດ້ຮຽກຮ້ອງໃຫ້ລັດຖະສະພາສະຫະລັດ ດຳເນີນການຕາມຄຳຮ້ອງຂໍ
ຂອງທ່ານ ແຕ່ສະມາຊິກຂອງພັກຣີພັບບລີກັນກ່າວວ່າ ແຜນການຂອງທ່ານຈະເຮັດໃຫ້
ຊາວອະເມຣິກັນສູນເສຍວຽກເຮັດງານທຳ.

ໃນຄຳປາໄສຕອບປະຈຳສັບປະດາຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕໍ່າ
James Lankford ກ່າວວ່າ ຈາກການຍອມຮັບຂອງປະທານາທິບໍດີເອງທີ່ວ່າການຢຸດ
ເຊົາການໃຫ້ເງິນອຸດໜຸນຕໍ່ບັນດາບໍລິສັດນໍ້າມັນໃຫຍ່ໆນັ້ນ ຈະບໍ່ມີຜົນກະທົບໃນທັນທີ
ຕໍ່ລາຄານໍ້າມັນ.

XS
SM
MD
LG