ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ສິ້ນສຸດ ການໄປພັກຜ່ອນ ຢູ່ໃນລັດຮາວາຍ ແລ້ວກັບຄືນມາ ປະຕິບັດ ໜ້າທີ່ ປີສຸດທ້າຍຂອງທ່ານ


ປະທານາທິບໍດີ ບາຣັກ ໂອບາມາ, ຊ້າຍ, ແລະສະຕີໝາຍເລກໜຶ່ງ ທ່ານນາງ ມິແຊວລ໌ ໂອບາມາ ໂບກມືລາ ໃນຂະນະທີ່ກຳລັງຈະເຂົ້າໄປໃນເຮືອບິນ Air Force One ເພື່ອເດີນ ທາງອອກຈາກຖານທັບຮ່ວມ Pearl Harbor-Hickam ເມື່ອຕ້ອນທ້າຍການພັກຜ່ອນ ຂອງຄອບຄົວ, ວັນທີ 2 ມັງກອນ 2016, ໃນເມືອງຫຼວງ Honolulu ຂອງລັດ Hawaii.
ປະທານາທິບໍດີ ບາຣັກ ໂອບາມາ, ຊ້າຍ, ແລະສະຕີໝາຍເລກໜຶ່ງ ທ່ານນາງ ມິແຊວລ໌ ໂອບາມາ ໂບກມືລາ ໃນຂະນະທີ່ກຳລັງຈະເຂົ້າໄປໃນເຮືອບິນ Air Force One ເພື່ອເດີນ ທາງອອກຈາກຖານທັບຮ່ວມ Pearl Harbor-Hickam ເມື່ອຕ້ອນທ້າຍການພັກຜ່ອນ ຂອງຄອບຄົວ, ວັນທີ 2 ມັງກອນ 2016, ໃນເມືອງຫຼວງ Honolulu ຂອງລັດ Hawaii.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກຳລັງມຸ້ງ
ໜ້າກັບຄືນມາຍັງນະຄອນຫຼວງວໍຊິງຕັນ ເພື່ອເລີ້ມຕົ້ນ ພາລະ
ກິດໜ້າທີ່ທຳນຽບຂາວ ສຳລັບປີສຸດທ້າຍຂອງທ່ານ.

ທ່ານໂອບາມາ ແລະ ພັນລະຍາ ທ່ານນາງມິແຊວລ໌ ພ້ອມດ້ວຍ
ລູກສາວສອງຄົນ ໄດ້ເດີນທາງອອກຈາກລັດຮາວາຍ ໃນມະຫາ
ສະມຸດປາຊີພິກຂອງສະຫັດ ເມື່ອຕອນແລງວັນເສົາວານນີ້ ຫຼັງ
ຈາກໄດ້ສິ້ນສຸດ ວັນພັກຄຣິສມັສປະຈຳປີ ໄລຍະສອງສັບປະດາ
ຢູ່ທີ່ບ້ານເກີດຂອງທ່ານ.

ທ່ານວາງແຜນວ່າຈະພົບປະກັບ ລັດຖະມົນຕີກະຊວງຍຸດຕິທຳ
ທ່ານນາງ Loretta Lynch ໃນວັນຈັນມື້ອື່ນ ເພື່ອປຶກສາຫາລື ຄຳສັ່ງປະທານາທິບໍດີ
ທີ່ມີເປົ້າໝາຍແນໃສ່ ເພື່ອຂະຫຍາຍ ການກວດສອບປະຫວັດ ກ່ອນການຊື້ຂາຍປືນ
ທີ່ກຳລັງລໍຄອຍທ່ານຢູ່ນັ້ນ ຊຶ່ງທ່ານໄດ້ຮັບຮອງເອົາ ເພື່ອຕອບສະໜອງ ຕໍ່ການຍິງສັງ
ຫານໝູ່ ທີ່ຮ້າຍແຮງເຖິງແກ່ຊີວິດ ຫຼາຍຄັ້ງລຽນຕິດກັນ ທົ່ວສະຫະລັດ ເມື່ອບໍ່ດົນ ໃນ
ຫຼາຍປີຜ່ານມາ ລວມທັງການຍິງສັງຫານໝູ່ ເມື່ອເດືອນແລ້ວນີ້ ຢູ່ໃນເມືອງ San
Bernardino ຂອງລັດ California.

ຄາດກັນວ່າ ປະທານາທິບໍດີ ຈະປະກາດ ຄຳສັງໃໝ່ດັ່ງກ່າວ ສອງສາມມື້ ກ່ອນໜ້າ
ທ່ານຈະກ່າວຄຳປາໄສ ກ່ຽວກັບສະພາບຂອງປະເທດຊາດ ຄັ້ງສຸດທ້າຍຕໍ່ໜ້າ ກອງ
ປະຊຸມຮ່ວມ ລັດຖະສະພາ ໃນວັນທີ 12 ເດືອນມັງກອນຈະມາເຖິງນີ້.

ຄືກັນກັບປະທານາທິບໍດີ ຄົນຜູ້ກ່ອນ ຄາດກັນວ່າ ທ່ານໂອບາມາ ຈະອຸທິດສ່ວນໃຫຍ່
ໃສ່ນະໂຍບາຍຕ່າງປະເທດ ສຳລັບປີສຸດທ້າຍ ຂອງການດຳລົງຕຳແໜ່ງ ປະທານາທິ
ບໍດີຂອງທ່ານ. ລາຍການອັນດັບສູງຂອງທ່ານ ລວມມີ ການລະດົມຄະແນນສຽງ ເພື່ອ
ຮັບ ປະກັນການຮັບຜ່ານ ພາຄີຂ້າມມະຫາສະມຸດປາຊີຟິກ ຂອງ 12 ປະເທດ ຫຼື Trans-
Pacific Partnership ຊຶ່ງເປັນຂໍ້ຕົກລົງການຄ້າເສລີ ແລະ ການເດີນທາງໄປປະເທດ
ຄິວບາ ທີ່ອາດເປັນໄປໄດ້ນັ້ນ.

ທ່ານໂອບາມາ ໄດ້ບັນລຸ ຄວາມກ້າວໜ້າທາງດ້ານການທູດ ເມື່ອປີກາຍນີ້ ໂດຍການຟື້ນ
ຟູຄືນສາຍສຳພັນ ກັບປະເທດເກາະ Caribbean ທີ່ນຳພາໂດຍຄອມມິວນິສ ຢ່າງເປັນ
ທາງການ ອັນເປັນການສິ້ນສຸດ ການເປັນປໍລະປັກກັນ ໃນຍຸກສະໄໝສົງຄາມເຢັນ ທີ່ແກ່
ຍາວມາໄດ້ ຫຼາຍກວ່າ 5 ທົດສະວັດຜ່ານມາ.

XS
SM
MD
LG