ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານາທິບໍດີ ໂອບາມາ ຊຸກຍູ້ການສຶກສາ ດ້ານວິທະຍາສາດ ແລະເລກ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກໍາລັງ​ຮ້ອງ​ຂໍ​ເງິນງົບປະມານ​ຊຸດໃໝ່​ຈໍານວນ 80 ລ້ານ
ໂດ​ລາ ​ເພື່ອ​ຄວາມ​ພະຍາຍາມ​ທີ່​ຈະ​ຕຸກ​ຊຸກຍູ້​ການ​ສຶກ ສາ​ວິຊາ ວິທະຍາສາດ ​ເທ​ກ​ໂນ​ໂລ​ຈີ່
ວິ​ສະ​ວະ​ກໍາແລະ​ເລກ​ ຢູ່​ໃນ​ໂຮງ​ຮຽນ​ຕ່າງ​ງຂອງ​ສະຫະລັດ.

ທໍານຽບຂາວ​ໄດ້​ປະກາດ​ການ​ລິ​ເລິ່ມ​ກ່ຽວ​ກັບ​ເລຶ່ອງນີ້​ເມື່ອ​ວັນ​ອັງຄານ​ວານ​ນີ້ ​ເວລາ​ປະທາ
ນາທິບໍດີ​ໂອບ​າມາ ​ໄດ້​ເປັນ​ເຈົ້າພາບ​ຈັດງານ​ເທດ​ສະການ​ວິທະຍາ​ສາດຄັ້ງທີສອງທີ່​ທໍານຽບ
ຂາວ. ທ່ານ​ໄດ້​ມອບ​ຄວາມ​ເຊື່ອ​ຖື​ໃຫ້​ແກ່​ພວກເຂົ້າປະກອບ​ສ່ວນ​ຊາວ​ໜຸ່ມ​ໃນ​ງານ​ເທດສະ
ການ​ດັ່ງກ່າວ ກັບການ​ຫຼໍ່ຫຼອມອາ​ເມຣິກາ​ເພື່ອ​ເອົາ​ຊະນະ​ອະນາຄົດ.

ທ່ານ​ໂອ​ບາ​ມາ ຍົກສູງການ​ສຶກສາວິຊາ​ວິ​ທະ​ສາດ ​ແລະ​ເລກ ນັ້ນ ​ໂດຍຖື​ວ່າ​ສໍາຄັນ​ທີ່​ສຸດ​ຕໍ່
ການ​ເຕີບ​ໂຕ​ເສດຖະກິດ ​ແລະ​ການ​ແຂ່ງຂັນ​ຂອງ​ປະ​ເທດ​ຊາດ.

ທ່ານ​ໂອ​ບາ​ມາ​ແນ​ເປົ້າໝາຍ​ໃນ​ເ​ບຶ້ອງຕົ້ນ ​ເພື່ອ​ກະ​ຕຽມພວກ​ຄູ​ສອນ​ຈຸ​ໃໝ່ ​100,000 ຄົນ
ສຳ​ຫຼັບ​ເຝິກອົບ​ລົມ​ພວກ​ນັກຮຽນ​ຊາວ​ອາ​ເມ​ຣິກັນລະດັບ​ມະຫາ​ວິທະຍາ​ໄລເພິ່ມຕື່ມ​ອີກ​ນຶ່ງ
ລ້ານ​ຄົນ ​ໃ​ນວິຊາ​ວິທະຍາສາດ ວິສະ​ວະ​ກໍາ ​ແລະ​ເລກ ​ໃນ​ໄລຍະ​ສິບ​ປີີ​ຕໍ່ໜ້າ​ນີ້.

ການ​ລົງທຶນ​ງົບປະມານຈໍານວນ 80 ລ້ານ​ໂດ​ລານີ້ ​ແມ່ນ​ໂຮມ​ຢູ່​ໃນ​ຮ່າງ ງົບປະມານ​ຂອງ​
ປະທານາທິບໍດີ​ສໍາ​ຫຼັບງົບປະມານ​ສົກ​ປີ 2013 ທີ່​ຈະຍື່ນ ສະ​ເໜີ​ຕໍ່​ສະພາ​ຄອງ​ແກຣສ​ໃນ​ວັນ
ທີ່ 13 ​ເດືອນ​ກຸມພາ​ນີ້.

ນອກ​ເໜືອ​ຈາກ​ຄວາມ​ພະຍາ​ຍາມ​ຂອງ​ລັດຖະບານ​ແລ້ວ ປະທານາທິບໍດີ ​ໂອ​ບາ​ມາກ່າວ​ວ່າ
ກຸ່ມ​ວົງ​ການ​ທຸລະ​ກິດ​ກຸ່ມ​ນຶ່ງ ​ແລະ​ບັນດາ​ມູນ​ນິທິ​ຕ່າງໆ ກໍ​ກໍາລັງ​ປະກາດໃຫ້​ເງິນ 22 ລ້ານ​
ໂດ​ລາ ​ເພື່ອ​ຊ່ວຍ​ເຝິກອົບ​ລົມ​ພວກ ນາຍຄູ​ສອນວິທະຍາສາດ ​ແລະ​ເລກ​ຈຸ​ໃໝ່.

XS
SM
MD
LG