ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ຄວາມບໍ່ກ້ຳເກິ່ງ ດ້ານເສດຖະກິດ ເປັນສິ່ງທ້າທາຍ ທີ່ສຳຄັນ


ປະທານາທິບໍດີ ໂອບາມາ ກ່າວຕໍ່ ກອງປະຊຸມສຸດຍອດເຍົາວະຊົນ ທີ່ທຳນຽບຂາວ,
ວັນທີ 4 ທັນວາ 2013
ປະທານາທິບໍດີ ໂອບາມາ ກ່າວຕໍ່ ກອງປະຊຸມສຸດຍອດເຍົາວະຊົນ ທີ່ທຳນຽບຂາວ, ວັນທີ 4 ທັນວາ 2013
ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ລັດຖະບານ​ສະຫະ
ລັດ​ຕ້ອງ​ທຳ​ການ​ຕໍ່ຕ້ານກັບ​ແນວ​ໂນ້ມຄວາມ​ບໍ່​ກ້ຳ​ເກິ່ງ​ກັນ​ທາງ​
ດ້ານ​ເສດຖະກິດແລະ​ການຂາດ​ການ​ເຄື່ອນ​ໄຫວ​ເພື່ອກ້າວໜ້າ
ສູງ​ຂຶ້ນ ທີ່​ເປັນ​ມາ​ຫຼາຍ​ທົດ​ສະ​ວັດ ​ທີ່​ໄດ້​ເປັນ​ອັນຕະລາຍ​ຕໍ່​ຄວາມ
​ຝັນ​ຂອງ​ຄົນ​ອາ​ເມຣິກັນນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ເຊັ່ນນີ້​ໃນ​ວັນ​ອັງຄານມື້ກ່ອນ​ນີ້
ທີ່​ສູນ​ກາງ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ຊາວ​ອະ​ເມຣິກັນ​ ຫຼື Center
for American Progress ຊຶ່ງ​ເປັນ​ອົງການ ນະ​ໂຍບາຍ​ສາ
ທາລະນະ ທີ່​ເອົາ​ທ່າທີ​ອິດ​ສະລະ​ໃນ​ເລື້ອງ​ເສດຖະກິດ​ຕ່າງໆ.
ທ່ານ​ໂອ​ບາ​ມາກ່າວ​ຕື່ມ​ວ່າ ນັບ​ແຕ່​ທ່ານ​ໄດ້​ຮຽນ​ຈົບ​ຈາກ​ມັດທະ
ຍົມ​ປາຍ​ໃນ​ປີ 1979 ​ເປັນ​ຕົ້ນ​ມາ ​ເສດ ຖະກິດ​ຂອງ​ສະຫະລັດໄດ້​ເພີ່ມ​ຂຶ້ນ​ເປັນ​ສອງ​ເທົ່າ​ໂຕ ​ໃນ​ຂະນະ​ດຽວ​ກັນ​ຄວາມ​ຮັ່ງມີ​ໄດ້​ແຜ່ຂະຫຍາຍ​ໄປ​ຍັງ​ຄົນ​ທຸກ​ນັ້ນ​ມີ​ໜ້ອຍ​ກວ່າ ຊຶ່ງ​ທ່ານ​ໂອ​ບາ​ມາ ກ່າວ​ຕື່ມ​ວ່າ “​ແຕ່​ຄວາມ​ບໍ່​ກ້ຳ​ເກິ່ງ​ທີ່​ພວມເພີ່ມ​ທະວີ​ຂຶ້ນ​ນີ້ເປັນ​ເລື້ອງ​ທີ່​ຈະ​ແຈ້ງ​ທີ່​ສຸດ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ ​ແລະ​ມັນເປັນ​ສິ່ງ​ທ້າ​ທາຍ​ທີ່​ສຳຄັນ​ທີ່​ສຸດ​ທີ່​ບອກ​ໃຫ້​ເຮັາຮູ້​ວ່າ ​ເຮົາ​ເປັນ​ໃຜ​ແທ້.”

ປະທານາທິບໍດີ ​ໂອ​ບາ​ມາ​ໄດ້​ຊັກ​ຊວນ​ໃຫ້​ຄົນ​ອະ​ເມຣິກັນ ບໍ່​ໃຫ້​ພາກັນ​ຄຶດ​ຫາ​ຄວາມ​ບໍ່​ກ້ຳ​ເກິ່ງ​ກັນ​ທີ່​ວ່າ​ນີ້ ເປັນຄວາມ​ເປັນ​ຫ່ວງ​ຂອງ​ຊົນ​ກຸ່ມ​ນ້ອຍ ​ໂດຍ​ກ່າວ​ວ່າ ຊ່ອງ​ຫວ່າງ​ແຫ່ງ​ໂອ ກາດ​ໃນ​ສະຫະລັດ ມີ​ຫຼາຍ​ເທົ່າ​ກັນກ່ຽວ​ກັບ​ຊົນຊັ້ນ ​ແລະ​ກ່ຽວ​ກັບ​ເຊື້ອ​ຊາດ​ນັ້ນ. ທ່ານ​ເອີ້ນ ການ​ຂາດ​ຄວາມ​ເຄື່ອນ​ໄຫວ​ໃນ​ດ້ານ​ໂອກາດ ​ເປັນ​ການ​ທ້າ​ທາຍ​ຍິ່ງໃຫຍ່​ທີ່ສຸດ​ໃນ​ຍຸກ​ສະ​ໄໝ​ນີ້ ​ແລະ​ກ່າວ​ຕື່ມ​ວ່າ ຜົນ​ຂອງ​ການ​ອະພິປາຍໂຕ້​ວາທີ​ກັນ​ຕ່າງໆ​ທີ່​ພວມ​ດຳ​ເນີນ​ໄປ​ໃນ​ກຸງ​ວໍ​ຊິງຕັນ​ໃນ​ປັດຈຸບັນ​ນີ້ ຈະ​ມີ​ຜົນ​ກະທົບ​ທີ່​ແທ້​ຈິງ​ຕໍ່​ອະນາຄົດ​ຂອງ​ປະ​ເທດ.
XS
SM
MD
LG