ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໂອບາມາ ປະກາດ ເພີ່ມເງິນຊ່ວຍເຫຼືອ ກະເສດຕະກອນ ຜູ້ປະສົບໄພແຫ້ງແລ້ງ 30 ລ້ານໂດລາ (ວີດີໂອ)


ພາບທົ່ງນາເຂົ້າສາລີທີ່ເຫືອດແຫ້ງຍ້ອນ ສະພາບແຫ້ງແລ້ງໃນເຂດ Midwest ຂອງສະຫະລັດ
ພາບທົ່ງນາເຂົ້າສາລີທີ່ເຫືອດແຫ້ງຍ້ອນ ສະພາບແຫ້ງແລ້ງໃນເຂດ Midwest ຂອງສະຫະລັດ

ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ​ໄດ້ອະນຸມັດ​ເພີ່ມ​ເງິນ​ອີກ 30 ລ້ານ​ໂດ​ລາ​ ​​ເຂົ້າ​ໃສ່​ການ​ຊ່ວຍ​ເຫລືອ​ຂອງ​ລັດຖະບານ​ກາງສໍາລັບພວກ​ຊາວ ນາ ​ແລະ​ເຈົ້າຂອງ​ຟາ​ມປະສຸ​ສັດ ​ທີ່​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ຈາກ​ສະພາວະ​ ແຫ້ງ​ແລ້ງ​ຢ່າງ​ຮ້າຍ​ແຮງ​ໃນ​ປະ​ເທດ​ເວລາ​ນີ້. ​ຜູ້​ສື່​ຂ່າວ​ວີ​ໂອ​ເອ Kent Klein ລາຍ​ງານມາ​ຈາກທໍ​ານຽບຂາວ​ວ່າ ສະພາບ​ດິນ​ຟ້າ​ອາກາດ​ແຫ້ງ​ແລ້ງຢ່າງ​ຕໍ່​ເນື່ອງຢູ່​ໃນ​ອະ​ເມຣິການີ້ ​ເບິ່ງ​ຊົງ​ວ່າ ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່ລາຄາ​ອາຫານ ​ແລະ​ນໍ້າມັນເຊື້ອ​ໄຟ​ຢູ່​ທົ່ວ​ໂລກ.

ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້ ປະທານາທິບໍ​ດີ ​ໂອ​ບາ​ມາ ​ໄດ້​ພົບ​ປະ
ກັບເຈົ້າໜ້າ​ທີ່ຈາກ​ຫຼາຍ​ກະຊວງ​ທະບວງກົມ​ຂອງ​ລັດຖະບານ ​ເພື່ອ
​ຊອກ​ຫາຊ່ອງ​ທາງ​ຊ່ວຍ​ເຫຼື​ອ ບັນດາ​ຜູ້​ຜະລິດ​ອາຫານໃນ​ສະຫະລັດ
ທີ່​ຖືກ​ກະທົບ​ໂດຍສະ​ພາວະ​ແຫ້ງ​ແລ້ງ ທີ່​ທ່ານ​ບັນ​ລະ​ຍາຍ​ວ່າ ​ຮ້າຍ​
ແຮງຄັ້ງປະວັດ​ສາດ​ແລະ ສ້າງຄວາມ​ຫາ​ຍະ​ນະນັ້ນ​.

ນຶ່ງ​ໃນ​ຫຼາຍ​ບາດກ້າວ​ສໍາຄັນ ​ທີ່​ທ່ານ​ໂອ​ບາ​ມາ​ກໍາລັງປະຕິບັດ​ນັ້ນ
ກໍ​ຄື ສັ່ງ​ໃຫ້​ກະຊວງ​ກະ​ເສດ​ໃຊ້​ຈ່າຍ​ເງິນ 30 ລ້ານ​ໂດ​ລາ ​ເພື່ອ​ສະ
ໜອງ​ນໍ້າ​ເພີ່ມ​ຕື່ມ​ແກ່ພາກສ່ວນປະສຸ​ສັດ ​ແລະ​ກູ້​ເອົາດິນ​ປູກຝັງ
​ທີ່​ຖືກກະທົບ​ໂດຍໄພ​ແຫ້ງ​ແລ້ງ​ນັ້ນ ຄືນ​ມາ. ນອກ​ນີ້​ແລ້ວ​ ທ່ານ​
ໂອ​ບາ​ມາ​ຍັງ​ໄດ້​ສະໜອງ​ເງິນ​ກູ້​ຢືມສຸກ​ເສີນ​ດອກ​ເບ້ຍ​ຕໍ່າ​ເພີ່ມ​ອີກ ​
ແກ່​ບັນດາ​ເຈົ້າ​ຂອງ​ຟາ​ມປູກຝັງ ແລະຟາມປະສຸສັດທັງຫລາຍ ​
ແລະເງິນ​ກູ້​ຢືມ​ເພີ່ມ​ຕື່ມໃຫ້​ແກ່​ບັນດາທຸລະ​ກິດ​ລາຍ​ນ້ອຍໆ ທີ່​ກ່ຽວຂ້ອງ​ພົວພັນ​ກັບ​ພາກສ່ວນ​ກະ​ເສດ​ນັ້ນນໍາ. ພ້ອມ​ກັນ​ນີ້ ​ທ່ານ​ໂອ​ບາ​ມາ​ຍັງ​ມີ​ຄໍາ​ສັ່ງ​ໃຫ້​ຈັດ​ຕັ້ງ​ໂຄງການນຶ່ງ​ຂຶ້ນມາ​ ເພື່ອ​ຊ່ວຍເຫຼືອ​ຜູ້​ຂັບ​ລົດ​ບັນທຸກ​ສິນຄ້າ ​ໃຫ້​ນໍາ​ສົ່ງ​ສະບຽງ​ຕ່າງໆ​ໄປ​ຍັງ​ຂົງ​ເຂດ​ທີ່​ໄດ້​ຮັບຄວາມ​ເດືອ​ດຮ້ອນ​ນັ້ນ.

ປະທານາທິບໍດີ​ກ່າວ​ອີກ​ວ່າ ​ການ​ເອົາ​ບາດກ້າວເພີ່ມ​ຕື່ມ​ອີກ​ໃນ​ເລຶ່ອງນີ້ ມີ​ທາງ​ເປັນ​ໄປ​ໄດ້.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ: “ພວກ​ເຮົາ​ຈະ​ສືບ​ຕໍ່​ ຮ້ອງ​ຂໍ​ຄວາມ​ຄິດ​ຄວາມ​ເຫັນຈາກ​ໜ່ວຍ​ງານ ​ອົງການ​ລະດັບ​ລັດ​ແລະ​ລະດັບ​ທ້ອງ​ຖິ່ນ​ຕ່າງໆ ຈາກບັນດາ​ອົງການ​ສາສະໜາ ຈາກ​ບັນດາກຸ່ມ​ຈັດ​ຕັ້ງທີ່​ຫວັງ​ຜົນ​ກໍາ​ໄລ ຈາກພາກສ່ວນ​ເອກະ​ຊົນ ​ແລະ​ສໍາຄັນ​ທີ່​ສຸດ​ນັ້ນ ກໍ​ຄື​ຈາກບັນດາ​ຊາວ​ໄຮ່​ຊາວ​ສວນ ແລະ​​ເຈົ້າ​ຂອງ​ຟາ​ມປະສຸ​ສັດ​ທັງຫຼາຍ​ທີ່​ຖືກ​ກະທົບ​ໂດຍ​ກົງ ​ເພື່ອ​ຊອກ​ຫາ​ຊ່ອງ​ທາງເພີ່ມ​ຕື່ມ​ທີ່​ພວກ​ເຮົາ​ສາມາດ​ຊ່ວຍ​ໄດ້ ​ເພາະ​ເນື່ອງ​ຈາກ​ວ່າ​ ເວລາ​
ໃດ​
ທີ່ມີໄພພິບັດ​ແບບ​ນີ້​ເກີດ​ຂຶ້ນ​ແລ້ວ ທຸກໆ​ຄົນ​ກໍ​ຈໍາ​ເປັນ​ທີ່ຈະຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​
ກັນ​ແກ້​ໄຂ.”

ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ທ່ານ​ໄດ້​ປະກາດ​ໃຫ້​ ​ຫຼາຍ​ພາກສ່ວນ​ຂອງ 32 ລັດ​ ເປັນ​ເຂດ​ປະສົບ​ໄພພິບັດ​.

ນອກນີ້​ແລ້ວ​ ປະທານາທິບໍດີ​ໂອ​ບາ​ມາ ຍັງ​ໄດ້​ຮຽກຮ້ອງ​ຕໍ່​ສະພາ​ຄ​ອງແກ​ຣສ ​ໃຫ້​ຮັບ​ຜ່ານຮ່າງ​ກົດໝາຍຊ່ວຍ​ເຫຼືອ​ກະ​ເສດ​ຕະກອນ​ຮອບດ້ານ ​ໃນ​ມູນ​ຄ່າ 500 ພັນ​ລ້ານ​ໂດ​ລາ ​ເປັນ​ເວລາ 5 ປີ ທີ່ສະພາ​ສູງ​ໄດ້​ຮັບ​ຜ່ານໄປ​ແລ້ວ ​ແຕ່​ຍັງ​ຄ້າງ​ຄາ​ຢູ່ໃນສະພາຕໍ່າ​ນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ: “ສະພາ​ຄ​ອງ​ແກຣສຈະ​ຕ້ອງ​ຮັບ​ຜ່ານ​ຮ່າງ​ກົດໝາຍ ຊ່ວຍ​ເຫຼືອຟາ​ມ ທີ່​ບໍ່ແມ່ນສະ​ເພາະ​ແຕ່​ຈະສະໜອງ​ຈໍາພວກອຸບປະກອນ​ບັນ​ເທົາ​ໄພພິບັດທີ່​ສໍາຄັນ​ຢ່າງ​ດຽວເທົ່າ​ນັ້ນ ​ແຕ່​ຍັງ​ບັງ​ຄັບ​ໃຫ້​ທໍາການ​ປະຕິ​ຮູບ​ ທີ່​ຈໍາ​ເປັນ ​ແລະ​ມອບ​ຄວາມໝັ້ນຄົງ​ແນ່ນອນ​​ໃຫ້​ພວກ​ເຂົາ​ເຈົ້າ ທີ່ພວກ​ເຂົາ​ເຈົ້າສົມຄວນ​ຈະ​ໄດ້​ຮັບ​ນັ້ນ.”

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຄັ້ງ​ນີ້​ນັບ​ວ່າ​ເປັນ​ໄພ​ແຫ້ງ​ແລ້ງ​ທີ່​ຮ້າຍ​ແຮງທີ່ສຸດ​ຂອງ​ອາ​ເມຣິກາ​ໃນ​ຮອບ​ຫຼາຍ​ສິບ​ປີ.

ທ່ານ Chris Hurt ນັກ​ເສດຖະສາດ​ການ​ກະ​ເສດ ປະ​ຈໍາ​ມະຫາ​ວິທະຍາໄລ Purdue ທີ່​ລັດ
​ອິນ​ເດຍນາ ກ່າວ​ວ່າ ທົ່ງ​ເຂົ້າສາລີ​ທີ່ເຫືອດ​ແຫ້ງ​ໃນເຂດພາກ ກາງຂ້ອນ​ໄປ​ທາງ​ພາກຕາ​ເວັນ​ຕົກ​ຂອງ​ສະຫະລັດ ຫລື Midwest ນັ້ນ ປີ​ນີ້​ແມ່ນ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ປີ​ນຶ່ງ ໃນ​ຫຼາຍ​ປີ​ທີ່​ຮ້າຍ​ແຮງ​ທີ່​ສຸດ ນັບ​ຕັ້ງ​ແຕ່​ພາຍຸ​ຝຸ່ນ ຫຼື Dust Bowl ​ທີ່​ເກີດ​ຂຶ້ນໃນ​ຊ່ວງ​ເສດຖະກິດ​ຕົກຕໍ່າ​ຄັ້ງ​ໃຫຍ່​ ເມື່ອ​ຊຸມ​ປີ 1930 ນັ້ນ.​

ທ່ານ ​ເຮິ​ດ ​ກ່າວ​ວ່າ: ​ເວົ້າເລຶ່ອງຜົນ​ຜະລິດເຂົ້າສາລີນີ້ ​ເປັນ​ຢ່າງ​ນຶ່ງ​ທີ່​ພວກ​ເຮົາ​ສາມາດ
ຍ້ອນ​ຫຼັງ​ຄືນໄປຫຼາຍໆ​ສິບ​ປີໄດ້
. ໃນ​ປີ 1988 ນັ້ນ ​ພວກ​ເຮົາ​ກໍ ໄດ້​ຜ່ານ​ພົ້ນ​ມາສະພາ
ວະ​ແຫ້ງ​ແລ້ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ບັ້ນ​ນຶ່ງໃນ​ປະ​ວັດ​ສາດ​ຍຸກ​ສະໄໝ​ໃໝ່
ມາ​ແລ້ວ​ ​ຍ້ອນ​ຫລັງ​ຄືນໄປ​ດົນ​ກ່ວາ​ນັ້ນ​ອີກ ກໍ​ແມ່ນປີ 1934 ​ແລະ ປີ 1936 ພຸ້ນ.

ທ່ານ ​ເຮິ​ດ ກ່າວ​ອີກ​ວ່າ ການ​ຂາດ​ແຄນ​ເຂົ້າສາລີແລະ​ຜະລິດ​ຕະພັນສົ່ງ​ອອກ ປະ​ເພດການ
​ກະ​ເສດ​ອື່ນໆຂອງ​ສະຫະລັດ​ ແມ່ນ​ຈະສົ່ງ​ຜົນ​ກະທົບໄປ​ທົ່ວ​ໂລກ.

ທ່ານ ​ເຮິ​ດ ກ່າວໃນ​ທີ່​ສຸດ​ວ່າ: “ຍ້ອນ​ວ່າ​ ສະຫະລັດ​ເປັນ​ຜູ້​ສົ່ງ​ອອກ​ສິນຄ້າ ການ​ກະ​ເສດ​ຫຼັກໆ​ ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ນັ້ນ ກໍ​ໝາຍ​ເຖິງ​ວ່າ​ ລາຄາ​ທີ່​ສູງຂຶ້ນ​ແລະຄ່າ​ໃຊ້​ຈ່າຍ​ທີ່​ສູງ​ຂຶ້ນກວ່າ​ເກົ່າ​ ຂອງ​ອາຫານແລະ​ນໍ້າມັນເຊື້ອ​ໄຟ​ນີ້ ກໍ​ຈະ​ຖືກ​ສົ່ງ​ອອກ​ໄປ​ທົ່ວ​ໂລກ​ນໍາເຊັ່ນ​ກັນ.”

ບັນດາ​ຊ່ຽວຊານ​ກ່າວ​ວ່າ ການ​ພະຍາກອນຟ້າ​ຝົນ ​ແລະ​ອຸນ​ຫະພູມ​ທີ່​ເຢັນ​ລົງ ສໍາລັບ​ອາທິດ​ນີ້ ​ໃນ​ພາກສ່ວນ​ຕ່າງໆ​ຂອງ​ເຂດ​ມິດ​ແວ​ສຕ໌ຂອງສະຫະລັດ ອາດ​ຊ່ວຍ​ຜົນລະປູກ​ປະ​ເພດ​ຖົ່ວ​ເຫຼືອງໄດ້ ​ແຕ່​ມັນກໍສາຍ​ເກີນ​ໄປ​ແລ້ວ ສໍາລັບເຂົ້າສາລີ​.

ເບິ່ງລາຍງານທີ່ກ່ຽວຂ້ອງກັນ ກ່ຽວກັບກະເສດຕະກອນທີ່ປະສົບໄພແຫ້ງແລ້ງ
ໃນລັດໄອໂອວາ:

XS
SM
MD
LG