ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ຖະແຫຼງ ກ່ຽວກັບ ການນຳໃຊ້ ເຮືອບິນ ບໍ່ມີ ຄົນຂັບ (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ທີ່ມະຫາວິທະຍາໄລ ປ້ອງກັນຊາດ (23 ພຶດສະພາ 2013)
ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ທີ່ມະຫາວິທະຍາໄລ ປ້ອງກັນຊາດ (23 ພຶດສະພາ 2013)
ປະທານາທິບໍດີບາຣັກ ໂອບາມາ ກ່າວວ່າ ກອງທັບສະຫະລັດໃຊ້ ເຮືອບິນບໍ່ມີຄົນຂັບໃນສະພາບທີ່ຖືກບັງຄັບຢ່າງໜັກທໍ່ນັ້ນຊຶ່ງວິທີ ທີ່ທາງກອງທັບມັກຢາກປະຕິບັດນັ້ນກໍຄືຄຸມຂັງພວກກໍ່ການຮ້າຍ ສອບປາກຄຳ ແລະດຳເນີນການຕາມຂັ້ນຕອນ.

ໃນການຖະແຫຼງຢູ່ມະຫາວິທະຍາໄລປ້ອງກັນຊາດ ທີ່ຄ້າຍ Fort
McNair ໃນວັນພະຫັດວານນີ້ ປະທານາທິບໍດີໂອບາມາ ໄດ້ໃຫ້
ການອະທິບາຍກ່ຽວກັບກົນລະຍຸດທາງທະຫານ ທີ່ຖືເປັນຄວາມ
ລັບ ແລະບໍ່ຄ່ອຍມີການເວົ້າເຖິງນັ້ນວ່າ ແມ່ນແນເປົ້າໝາຍໂດຍ ສະເພາະໃສ່ກຸ່ມກໍ່ການຮ້າຍອາລກາອີດາແລະເຄືອຂ່າຍທໍ່ນັ້ນ.

ທ່ານໂອບາມາເວົ້າວ່າ “ພວກຜູ້ບັນຊາການ ພວກຝຶກແອບ ພວກເຮັດລະເບີດ ແລະໜ່ວຍ
ປະຕິບັດງານທີ່ມີຄວາມຊຳນິຊຳນານສູງຫຼາຍສິບຄົນຂອງກຸ່ມກໍ່ການຮ້າຍອາລອາອີດາໄດ້ ຖືກກຳຈັດໃຫ້ດັບສູນໄປ ຈາກສະໜາມລົບ. ແຜນການຕ່າງໆໄດ້ຖືກລົບກວນ ທີ່ອາດແນ ເປົ້າໝາຍໃສ່ການບິນນາໆຊາດ ລະບົບການຂົນສົ່ງຂອງສະຫະລັດ ຫົວເມືອງຕ່າງໆໃນຢູ ໂຣບແລະທະຫານຂອງພວກເຮົາຢູ່ໃນອັຟການິສຖານ. ເວົ້າງ່າຍໆແລ້ວການໂຈມຕີເຫຼົ່ານີ້ ແມ່ນເພື່ອຊ່ອຍປົກປ້ອງຊີວິດ.”


ປະທານາທິບໍດີໂອບາມາຮັບຮູ້ວ່າ ການປະຕິບັດງານທາງທະຫານໃດໆກໍຕາມຂອງສະຫະ ລັດຢູ່ໃນຕ່າງປະເທດ ແມ່ນມີຜົນກະທົບຕໍ່ຄວາມຄິດຄວາມເຫັນຂອງມະຫາຊົນ ຢູ່ໃນຕ່າງ ປະເທດແລະສ່ຽງຕໍ່ການສ້າງສັດຕູຫຼາຍຂຶ້ນ. ແຕ່ຂະນະດຽວກັນທ່ານກໍເວົ້າວ່າ ສະຫະລັດ ບໍ່ສາມາດທີ່ຈະປ່ອຍໃຫ້ພວກກໍ່ການຮ້າຍສ້າງຖານທີ່ໝັ້ນໃນບ່ອນທີ່ພວກເຂົາສາມາດວາງ ແຜນແລະທຳການໂຈມຕີຢ່າງຮ້າຍແຮງ.

ການກ່າວຄຳປາໄສ ຂອງປະທານາທິບໍດີໂອບາມາມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກສະຫະ ລັດກ່າວວ່າ ການໂຈມຕີໂດຍເຮືອບິນບໍ່ມີຄົນຂັບຢູ່ໃນຕ່າງປະເທດ ໄດ້ສັງຫານຊາວອາເມ ຣິກັນ 4 ຄົນ.

ພວກເຈົ້າໜ້າທີ່ປະຕິບັດກົດໝາຍຂອງສະຫະລັດເວົ້າວ່າ ນຶ່ງໃນຈຳນວນຊາວອາເມຣິກັນ
4 ຄົນທີ່ຖືກຂ້າຕາຍ ແມ່ນຊາວໜຸ່ມຄົນນຶ່ງ ທີ່ອອກເດີນທາງຈາກສະຫະລັດໄປຍັງປາກິສ ຖານໂດຍຕັ້ງໃຈທີ່ຈະໄປຮ່ວມການກໍ່ການຮ້າຍທີ່ຮຸນແຮງຕໍ່ຕ້ານສະຫະລັດ.

XS
SM
MD
LG