ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ແຕ່ງຕັ້ງອະນຸສອນສະຖານ ໃຫ້ແກ່ພວກແມ່ຍິງ ທີ່ຕໍ່ສູ້ເພື່ອສິດສະເໝີພາບ


Elizabeth Cady Stanton (ຊ້າຍ) and Susan B. Anthony (ຂວາ).
Elizabeth Cady Stanton (ຊ້າຍ) and Susan B. Anthony (ຂວາ).

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ແຕ່ງ​ຕັ້ງ​ໃຫ້ຕຶກຫຼັງນຶ່ງໃນນະຄອນ
ຫຼວງວໍ​ຊີງ​ຕັນ ​ເພື່ອ​ຈັດ​ໃຫ້ເປັນອະນຸສາວະລີເປັນກຽດແກ່ຂະບວນການສະເໝີພາບຂອງ
ແມ່ຍິງໃນ​ສະຫະລັດ.ທຳນຽບຂາວ​ກ່າວ​ວ່າ ການ​ເອົາ​ບາດ​ກ້າວ​ໃນ​ວັນ​ອັງຄານ​ມື້​ນີ້ ​ຈະ​ຊ່ອຍ​ເກັບ​ກຳ​ແລະ​ຮັກສາ​ເອກກະ​ສານທັງຫຼາຍ “ທີ່​ເປັນ​ປະຫວັດສາດ ​ຍຸດ​ທະ​ສາດ ກົນລະຍຸດ​ຕ່າງໆ ​ແລະຜົນສຳ​ເລັດ​ອື່ນໆ” ຂອງຂະບວນການໃນ​ການລົງ​ຄະ​ແນນ​ສຽງ ​ແລະ​ການ​ມີ​ສິດ​ເສ​ລິ​ພາບ​ເທົ່າ​ທຽມກັນຂອງ​ບັນດາ​ແມ່ຍິງ​ໃນ​ສະຫະລັດ ​ແລະ​ແຫ່ງອື່ນໆໃນ​ໂລກ.

ສະຖານ​ທີ່​ດັ່ງກ່າວ​ຈະ​ມີ​ຊື່ວ່າ Belmont-Paul Women’s Equality National Monument ຊຶ່ງຊື່​ດັ່ງກ່າວ​ນີ້​ແມ່ນ​ໃຫ້​ກຽດ​ແກ່ ນັກ​ອາສາ​ສະໝັກ Alva Belmont ອະດີດປະທານຂອງ​ພັກ​ແມ່ຍິງ​ແຫ່ງ​ຊາດ ທີ່​ຕໍ່ສູ້​ເພື່ອ​ຄວາມສະເໝີພາບ​ ພ້ອມ​ທັງ​ທ່ານນາງ Alice Paul ຜູ້​ກໍ່​ຕັ້ງ​ອົງການ​ນີ້.

​ມັນ​ໄດ້​ຕັ້ງ​ຢູ່ໃນ​ເຂດ​ທີ່​ຮູ້​ກັນ​ມານານວ່າ Sewall-Belmont House ບ່ອນ​ທີ່​ພັກ ​ແມ່ຍິງ​ແຫ່ງ​ຊາດ ​ໄດ້​ເລີ້ມ​ຂຶ້ນ ​ແລະ​ໄດ້​ໃຊ້​ເປັນ​ສູນ​ກາງ​ ​ໃນ​ປີ 1929. ຕົວ​ຕຶກ​ທີ່​ເປັນ​ຫຼັງຫຼັກ​ນັ້ນ​ແມ່ນ​ໄດ້​ຍ້ອນ​ໄປ​ເຖິງ 1800 ພຸ້ນ ​ແລະ​ໄດ້​ຕັ້ງ​ຄຽງ​ຂ້າງ​ກັບ​ສຳນັກງານ​ຂອງສະພາສູງ ນຶ່ງ​ຮ່ອມ​ຈາກ​ສານ​ສູງ​ສຸດ​ສະຫະລັດ. ​ເຄື່ອງ​ຂອງໃຊ້ພາຍ​ໃນ ກໍມີ​ເຊ່ັນ​ໂຕະ​ຕັ່ງ​ເປັນ​ຕົ້ນ ຂອງ​ທ່ານ​ນາງ Susan S. Anthony ​ແລະ​ປ້າຍ​ທີ່​ໃຊ້​ໃນການ​ປະ​ທ້ວງ​ໃນ​ຂະນະ​ທີ່​ຮຽກຮ້ອງ​ເອົາ​ສິດທິ​ໃນ​ການ​ລົງ​ຄະ​ແນນ​ປ່ອນ​ບັດ​ນັ້ນ.

ໃນ​ທີ່​ສຸດ ພວກ​ແມ່ຍິງກໍ​ແມ່ນ​ໄດ້​ຮັບ​ສິດ​ ໃນ​ການ​ລົງ​ຄະ​ແນນ​ປ່ອນ​ບັດ ​ໃນ​ປີ 1920 ດ້ວຍ​ການ​ດັດ​ແກ້ ກົດ​ບັນຍັດ​ຂໍ້​ທີ 19 ໃນລັດຖະທຳ​ມະນູນ​ຂອງ​ສະຫລັດ.

ການປະກາດທີ່​ວ່າ​ນີ້ ມີ​ຂຶ້ນ​ໃນ​ມື້​ດຽວ​ກັນ​ກັບມື້​ໃຫ້ສິດແມ່ຍິງ​ ໄດ້ຮັບຄ່າ​ແຮງ​ງານ​ເທົ່າທຽມ​ກັນ​ກັບ​ພວກ​ຜູ້​ຊາຍ​ ຫຼື Equal Pay Day ຊຶ່ງ​ເປັນ​ວັນ​ຮຽກຮ້ອງ​ເຖິງ​ການ​ປິດ​ຊ່ອງ​ຫວ່າງລະ​ວ່າງ​ຄ່າ​ແຮງ​ງານ​ຂອງ​ພວກ​ຜູ້​ຊາຍ​ແລະ​ແມ່ນຍິງ.

XS
SM
MD
LG