ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ແລະ ອົງ Dalai Lama ຕ່າງກໍເຂົ້າຮ່ວມ​ ​ພິທີ​ສູດມົນພາວະນາແຫ່ງ​ຊາດ ປະຈຳ​ປີ​ ໃນ​ວໍຊິງຕັນ


ອົງ Dalai Lama ຊົງສະເດັດມາເຖິງນະຄອນຫລວງ ວໍຊິງຕັນ ດີ.ຊີ
ອົງ Dalai Lama ຊົງສະເດັດມາເຖິງນະຄອນຫລວງ ວໍຊິງຕັນ ດີ.ຊີ

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ແລະ
ອົງ Dalai Lama ​ຕ່າງກໍຈະ​ເຂົ້າຮ່ວມ​ ​ພິທີ​ສູດມົນພາວະນາ
​ແຫ່ງ​ຊາດປະຈຳ​ປີ​ ໃນ​ຕອນ​ຮັບ​ປະທານ​ອາຫານ​ເຊົ້າ ໃນວັນ
​ພະຫັດ​ມື້​ນີ້ ຊຶ່ງຈະເລີ້ມຂຶ້ນໃນ ອີກປະມານນຶ່ງຊົ່ວໂມງຂ້າງໜ້ານີ້
ຢູ່​ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ ​ແຕ່​ຍັງ ບໍ່ທັນເປັນທີ່​ຈະ​ແຈ້ງເທື່ອວ່າ
ທັງ​ສອງ​ທ່ານ​ຈະ​ພົບ​ປະກັນຫຼືບໍ່.

​ບັນດາ​ເຈົ້າໜ້າ​ທີ່ທຳນຽບຂາວ​ ໃນ​ວັນ​ພຸດ​ວານ​ນີ້​ ບໍ່​ໄດ້ໃຫ້​ຄວາມ​
ສຳຄັນ ຕໍ່​ການສະ​ເໜີ​ແນະວ່າ ປະທານາທິບໍດີ ​ໂອ​ບາ​ມາ ຈະ​
ສົນທະນາ​ກັບ ຜູ້ນຳ​ທາງດ້ານຈິດ​ໃຈ​ ຂອງຊາວທິ​ເບ​ດ ​ທີ່​ໄດ້ລີ້ໄພ
ຢູ່ໃນຕ່າງປະເທດ ​ແບບເປັນການ​ເປີດ​ເຜີຍ ຢູ່​ທີ່​ພິທີ​ດັ່ງກ່າວ​ ຊຶ່ງການ​ກະທຳ​ທີ່ວ່ານີ້​ ​ຈະເຮັດ​ໃຫ້ຈີນໂກດແຄ້ນຢ່າງແນ່ນອນ​.

​ໂຄສົກຍິງ ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທ່ານ​ນາງ Bernardette Meehan ກ່າວ​
ໃນ​ຖະ​ແຫລ​ງຂ່າວສະບັບ​ນຶ່ງ ເມື່ອ​ວັນ​ພຸດ​ວານ​ນີ້ ວ່າ ປະທານາທິບໍດີ ​ແມ່ນ​ເປັນ​ຜູ້ນຶ່ງ​ທີ່
“ສະ​ໜັບສະ​ໜຸນຢ່າງ​ແຮງ​ກ້າ ​ຕໍ່ຄຳ ​ສັ່ງສອນ​ຂອງອົງ​ Dalai Lama ​ແລະ
ການປົກປັກຮັກສາຄວາມເປັນ​ເອກະລັກທາງດ້ານສາສະໜາ​ ວັດທະນະທຳ
​ແລະປະ​ເພນີ​ຕ່າງ​ໆທາງ​ດ້ານພາສາຂອງຊາວທິເບດ.”

Dalai Lama arrives in Washington D.C.
please wait

No media source currently available

0:00 0:01:18 0:00

ທ່ານ​ນາງ Meehan ​ກ່າວ​ອີກວ່າ “​ດັ່ງ​ທີ່ທ່ານ​ໄດ້​ເຄີຍ​ເຮັດ​ມາ​ແຕ່ກ່ອນ ປະທານາທິບໍດີ ຈະ​ພົບ​ພໍ້​ກັບ​ບັນດາຜູ້ນຳ​ທາງ​ສາສະໜາ ຫຼາຍໆ​ອົງຢູ່​ໃນ​ພິທີ​ນັ້ນ ​ແຕ່​ພວກ​ເຮົາ​ບໍ່​ມີ​ການ​ພົບພໍ້ໃດໆ​ທີ່ເຈາະ​ຈົງ​ກັບ​ ​ອົງ Dalai Lama ​ທີ່ຈະປະກາດໃຫ້ຊາບ.”

​ເຖິງ​ແມ່ນວ່າ ອົງ Dalai Lama ໄດ້ຢືນຢັດວ່າ ພະອົງພຽງແຕ່ຊອກ ຫາຊ່ອງທາງເພື່ອໃຫ້
ທິເບດມີສິດໃນການປົກຄອງຕົນເອງກໍຈິງ ແຕ່ຈີນ​ເຫັນ​ວ່າ ຜູ້ນຳ​ທາງດ້ານ​ຈິດ​ໃຈຂອງ
ຊາວທິເບດນັ້ນ ​ເປັນ​ຜູ້​ຢາກ​ແບ່ງ​ແຍກ​ດິນ​ແດນ​ທີ່ເປັນ​ອັນຕະລາ​ຍ ​ແລະ ​ໄດ້​ປະນາມ​
ບັນດາ​ຜູ້ນຳຂອງ ປະເທດຕ່າງໆ​ ທີ່​ໄດ້​ພົບ​ປະ​ກັບ​ພະ​ອົງ ​ເປັນ​ປະຈຳນັ້ນ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Hong Lei ກ່າວໃນ​ວັນ​ອັງຄານ​ຜ່ານມານີ້
ວ່າ “ພວກ​ເຮົາ​ຕໍ່ຕ້ານ​ ການ​ແຊກ​ແຊງ​ ​ເຂົ້າ​ໃນ​ກິດຈະ ການພາຍ​ໃນ​ຂອງ​ຈີນ
ໂດຍປະເທດໃດກໍຕາມ ໂດຍຍົກເອົາບັນຫາ​ຕ່າງໆ ​ທີ່​ກ່ຽວ​ພັນກັບທິ​ເບ​ດຂຶ້ນມາ ເປັນຂໍ້ອ້າງ ​ແລະ ຄັດຄ້ານຕໍ່ການພົບປະໃດໆ ຂອງຜູ້ນຳ​ຕ່າງປະ​ເທດ​ ​ກັບ​ອົງ
Dalai Lama ​ບໍ່ວ່າໃນຮູບແບບ​ໃດ​ກໍ​ຕາມ.”

US CHINA DALAI LAMA VIDEO
please wait

No media source currently available

0:00 0:01:16 0:00

U.S. President Barack Obama and the Dalai Lama will both attend the annual National Prayer Breakfast in Washington, but it is not clear whether the two will meet.

White House officials played down suggestions President Obama would publicly interact with the exiled Tibetan spiritual leader at the event Thursday, an act sure to rile China.

National Security Council spokeswoman Bernadette Meehan said in a statement Wednesday, the president is a "strong supporter of the Dalai Lama's teachings," but there is no specific meeting with the Dalai Lama to announce.

Despite the Dalai Lama's insistence that he is only seeking autonomy for Tibet, China views the spiritual leader as a dangerous separatist, and regularly condemns leaders who meet with him.

"China opposes the government of any country interfering with China's internal affairs using the Tibetan issue as an excuse.China opposes any country leader meeting the Dalai Lama in any manner.China hopes that the U.S. side will, in regards to the Tibetan issue, scrupulously abide by its commitment, look at the big picture of relationship between the two countries, and solve the relevant issue appropriately."

XS
SM
MD
LG