ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນບໍ່ຢາກໃຫ້ສະຫະລັດ ພົບກັບອົງດາໄລລາມະ


ປະທານາທິບໍດີບາຣັກໂອບາມາ ພົບປະກັບອົງດາໄລລາມະ ຜູ້ທາງດ້ານຈິດໃຈຂອງຊາວທິເບດ ທີ່ທຳນຽບຂາວ (18 ກຸມພາ 2010)
ປະທານາທິບໍດີບາຣັກໂອບາມາ ພົບປະກັບອົງດາໄລລາມະ ຜູ້ທາງດ້ານຈິດໃຈຂອງຊາວທິເບດ ທີ່ທຳນຽບຂາວ (18 ກຸມພາ 2010)

ຈີນໄດ້ຮ້ອງຂໍໃຫ້ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ຍົກເລີກການເຊື້ອເຊີນອົງ
ດາໄລລາມະ ໄປພົບປະກັບທ່ານທີ່ທຳນຽບຂາວ ໃນວັນເສົາມື້ນີ້.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ກ່າວໃນຖະແຫຼງຂ່າວສະບັບນຶ່ງໃນ
ວັນເສົາມື້ນີ້ວ່າຈີນແມ່ນຄັດຄ້ານຕໍ່ການພົບປະໃດໆກໍຕາມ ຂອງພວກເຈົ້າໜ້າທີ່ຕ່າງປະເທດ ກັບອົງດາໄລລາມະຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ. ທ່ານ Hong Lei ຮຽກຮ້ອງໃຫ້
ທຳນຽບຂາວຫຼີກເວັ້ນຈາກການແຊກແຊງເຂົ້າໃນກິດຈະການພາຍໃນຂອງຈີນແລະສ້າງຄວາມ
ເສຍຫາຍໃຫ້ແກ່ຄວາມສຳພັນລະຫວ່າງຈີນກັບສະຫະລັດ.

ທຳນຽບຂາວໄດ້ປະກາດກ່ຽວກັບການພົບປະໃນມື້ວັນສຸກວານນີ້ໃນຕອນທ້າຍຂອງການສະ
ເດັດມາປະພາດນະຄອນຫຼວງສະຫະລັດຂອງອົງດາໄລລາມະເປັນເວລາເກືອບ 2 ອາທິດ.
ກ່ອນໜ້ານີ້ ທຳນຽບຂາວບໍ່ໄດ້ໃຫ້ຄຳໝັ້ນໝາຍທີ່ຈະທຳການພົບປະຢ່າງເປັນການເປີດເຜີຍ
ກັບອົງດາໄລລາມະ ແລະການພົບປະທີວ່ານີ້ຈະບໍ່ອະນຸຍາດໃຫ້ສື່ມວນຊົນເຂົ້າໄປເອົາຂ່າວ.

ທ່ານໂອບາມາ ໄດ້ພົບປະກັບອົງດາໄລລາມະເທື່ອແລ້ວ ໃນປີ 2010 ທີ່ທຳນຽບຂາວແບບ
ງຽບໆຫຼືລະດັບຕໍ່າຊຶ່ງໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ຈີນ. ປັກກິ່ງໄດ້ເຕືອນສະຫະລັດມາໄດ້
ຫຼາຍກວ່ານຶ່ງອາທິດແລ້ວ ບໍ່ໃຫ້ທຳການພົບປະຢ່າງເປັນທາງການໃດໆ ກັບອົງດາໄລລາມະ
ໂດຍເວົ້າວ່າ ຈີນແມ່ນຄັດຄ້ານ ຕໍ່ການທີ່ລັດຖະບານຕ່າງປະເທດໃດໆກໍຕາມຊຸກຍູ້ກິດຈະກຳ ທີ່ແນໃສ່ເພື່ອໃຫ້ມີການແບ່ງແຍກ ມາຕຸພູມຈີນ. ຈີນກ່າວຫາອົງດາໄລລາມະວ່າ ສະໜັບສະ ໜຸນໃຫ້ທິເບດແຍກໂຕອອກເປັນເອກກະລາດຈາກຈີນ.

XS
SM
MD
LG