ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຍຸຕິ ນະໂຍບາຍ ບໍ່ຕ້ອງຂໍວີຊ່າ ສຳລັບ ອົບພະຍົບ ຄິວບາ ທີ່ມາເຖິງ ສຫລ


ອົບພະຍົບຄິວບາ ຢູ່ເທິງແພ ປະມານ 60 ໄມ ຢູ່ທາງໃຕ້ເກາະ
Key West ຂອງລັດຟລໍຣິດາ. (26 ສິງຫາ 1994)​
ອົບພະຍົບຄິວບາ ຢູ່ເທິງແພ ປະມານ 60 ໄມ ຢູ່ທາງໃຕ້ເກາະ Key West ຂອງລັດຟລໍຣິດາ. (26 ສິງຫາ 1994)​

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ທ່ານ​ຈະ​ຍຸຕິ​ໃນ​ທັນທີ​ຕໍ່​ອັນ​ທີ່​ເອີ້ນວ່າ ນະ​ໂຍບາຍ “ຕີນ​ປຽກຕີນ​ແຫ້ງ” ທີ່​ອະນຸຍາດ​ໃຫ້​ຊາວ​ຄິວ​ບາ ຜູ້​ທີ່​ກ້າວ​ຕີນ​ເຂົ້າມາ​ຢຽບ​ດິນ​ສະຫະລັດ​ໄດ້ ສາມາດ​ຢູ່​ໃນ​ສະຫະລັດ​ຕໍ່ໄປ ​ໂດຍ​ບໍ່​ຕ້ອງ​ຂໍ​ວີ​ຊ່າ.

ທ່ານ​ໂອ​ບາ​ມາ ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ນະ​ໂຍບາຍ​ທີ່​ມີ​ມາ​ເປັນ​ເວລາ 20 ປີ​ແລ້ວນັ້ນ ​ແມ່ນ​ອອກ​ແບບ​ແນ​ໃສ່​ “ຍຸກ​ສະ​ໄໝ​ທີ່​ແຕກ​ຕ່າງ” ກັບເວລານີ້.

ທ່ານ​ກ່າວ​ວ່າ “​ໂດຍ​ການ​ເອົາ​ບາດກ້າວ​ນີ້ພວກ​ເຮົາ​ຈະ​ປະຕິບັດ​ຕໍ່​ພວກ​ຄົນ​ເຂົ້າ​ເມືອງ​ຊາວ​ຄິວ​ບາແບບ​ດຽວ​ກັນ​ກັບ​ພວກ​ເຮົາ​ປະຕິບັດ​ຕໍ່​ພວກ​ຄົນ​ເຂົ້າ​ເມືອງ​ຈາກປະ​ເທດ​ອື່ນໆ. ພວກ​ເຮົາ​ຈະ​ສືບ​ຕໍ່​ຕ້ອນຮັບ​ຊາວ​ຄິວບາດັ່ງ​ທີ່​ພວກ​ເຮົາ​ຕ້ອນຮັບພວກຄົນ​ເຂົ້າ​ເມືອງ​ຈາກ​ປະ​ເທດ ອື່ນໆ ​ທີ່ເປັນ​ການ​ສອດຄ່ອງ​ກັບ​ກົດໝາຍ​ຂອງ​ພວກ​ເຮົາ.”

ທ່ານ​ໂອ​ບາ​ມາ​ເອີ້ນບາດກ້າວ​ນີ້ວ່າ ​ເປັນ​ບາດກ້າວ​ສຳຄັນ​ໃນ​ການ​ສ້າງ​ຄວາມ​ສຳພັນ​ແບບ​ປົກກະຕິ​ກັບ​ຄິວ​ບາ.

US Cuba Migrants
please wait
Embed

No media source currently available

0:00 0:00:50 0:00

ປະທານາທິບໍດີ​ກ່າວ​ວ່າ ຄິວ​ບາ​ໄດ້​ຕົກລົງ​ ທີ່​ຈະ​ຮັບ​ເອົາ​ພວກ​ຄົນ​ເຂົ້າ​ເມືອງ​ຊາວ​ຄິວ​ບາ​ທີ່​ເດີນທາງ​ມາ​ເຖິງ​ສະຫະລັດ ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ ​ໃນ​ວິທີ​ດຽວ​ກັນ​ກັບ​ທີ່​ຄິວ​ບາ​ຮັບ​ເອົາ​ພວກອົບ​ພະຍົບທີ່​ໜ່ວຍ​ຍາມ​ຝັ່ງ​ສະຫະລັດຈັບ​ໄດ້​ຢູ່​ໃນ​ທະ​ເລ.

ທ່ານ​ໂອ​ບາ​ມາ ​ກ່າວ​ວ່າ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ກໍ​ໄດ້​ຍຸຕິ​ ໂຄງການໂຍະ ຍານ​ຜ່ອນຜັນ​ໃຫ້​ແກ່​ພວກ​ມີ​ອາຊີບ​ແພດ​ໝໍ​ຊາວ​ຄິວ​ບາ ທີ່​ໄດ້​ອະນຸຍາດ​ໃຫ້​ພວກ​ທ່ານໝໍ​ແລະ​ພວກ​ທີ່​ມີ​ອາຊີບ​ ທາງ​ດ້ານ​ການ​ແພດ​ ຊາວ​ຊິວ​ບາ ທີ່​ເຮັດ​ວຽກ ຢູ່​ໃນ​ປະ​ເທດ​ໂລກ​ທີ​ສາມ​ ​ເຂົ້າມາ​ໃນ​ສະຫະລັດ​ໄດ້.

ທ່ານ​ໂອ​ບາ​ກ່າວ​ວ່າ ​ເວລາ​ນີ້ພວກ​ຊາວ​ຄິວ​ບາ​ສາມາດ​ຍື່ນ​ຄຳ​ຮ້ອງ​ຂໍ​ລີ້​ໄພ​ຢູ່​ທີ່​ສະຖານທູດ ສະຫະລັດ​ໄດ້ ຄື​ກັນ​ກັບ​ຊາວ​ຕ່າງປະເທດ​ອື່ນໆ.

ອະດີດ​ ປະທານາທິບໍ​ດີ ບິ​ລ ຄລິນ​ຕັນ ໄດ້​ໃຫ້ການ​ອະນຸມັດ ​ຕໍ່​ນະ​ໂຍບາຍ “ຕີນ​ປຽກ ຕີນ​ແຫ້ງ” ​ໃນ​ປີ 1995 ​ເວລາ​ຊາວ​ຄິວ​ບາ​ທີ່​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ ຫຼັງ​ຈາກ​ທີ່ໄດ້​ພະຍາຍາມ​ພາກັນ​ຫລົບ​ໜີ​ໄດ້​ຮັບ​ການ​ປະຕິບັດ​ຕໍ່ແບບ​ໄຮ້​ຄວາມ​ປານີ​ແລະໄດ້ຮັບ​ການ​ກົດ​ຂີ່​ເພີ້ມຕື່ມ.

ຄິວ​ບາ​ໄດ້​ຕໍ່​ວ່າ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວວວ່າ ນະ​ໂຍບາຍ​ນີ້ສົ່ງ​ເສີມ​ໃຫ້​ຊາວຄິວ​ບາ​ສ່ຽງ​ຊີວິດ​ເຂົາ​ເຈົ້າຫາ​ທາງ​ຂ້າມ​ຊ່ອງ​ແຄບ​ຟລໍຣິດາ​ຊຶ່ງ​ໃນ​ບາ​ງຄັ້ງບາງ​ຄາວ​ຕົກຢູ່ໃນອັນຕະລາຍ​ ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG