ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາຕ່ຳ ສຫລ ຮັບຜ່ານ ຮ່າງກົດໜາຍ ຄົນເຂົ້າເມືອງ ທີ່ແນໃສ່ແກ້ໄຂ ວິກິດການ ຢູ່ຊາຍແດນ (ວີດີໂອ)


ພວກນັກຂ່າວ ຫ້ອມລ້ອມ ປະທານສະພາຕ່ຳ ທ່ານ John Boehner ຈາກລັດ Ohio ຢູ່ສະພາຕ່ຳ ເມື່ອວັນທີ 1 ສິງຫາ 2014, ຫລັງຈາກພົບປະກັບ ບັນດາສະມາຊິກສະພາຕ່ຳ ເພື່ອຫາລືກັນເລື້ອງຮ່າງກົດໝາຍ ແກ້ໄຂວິກິດການຢູ່ຊາຍແດນ.
ພວກນັກຂ່າວ ຫ້ອມລ້ອມ ປະທານສະພາຕ່ຳ ທ່ານ John Boehner ຈາກລັດ Ohio ຢູ່ສະພາຕ່ຳ ເມື່ອວັນທີ 1 ສິງຫາ 2014, ຫລັງຈາກພົບປະກັບ ບັນດາສະມາຊິກສະພາຕ່ຳ ເພື່ອຫາລືກັນເລື້ອງຮ່າງກົດໝາຍ ແກ້ໄຂວິກິດການຢູ່ຊາຍແດນ.

ສະພາ​ຕຳ່ ສະຫະລັດ ​ໄດ້​ຜ່ານ​ຮ່າງ​ກົດໝາຍ​ຄົນເຂົ້າ​ເມືອງ ທີ່​ແນ​
ໃສ່ ​ແກ້​ໄຂວິ​ກິດ​ການ​ຢູ່​ຕາ​ມຊາຍ​ແດນ ສະຫະລັດ-​ເມັກ​ຊິ​ໂກ.

ຮ່າງ​ກົດ​ໝາຍ​ທີ່ຮັບ​ຜ່ານໂດຍ​ສະພາ​ຕໍ່າ ທີ່ພັກຣີພັບ​ບລິ​ກັນ
ຄວບຄຸມ​ນັ້ນ ຈະ​ເຮັດ​ໃຫ້ງ່າຍຂຶ້ນ ​ໃນ​ການຈັດ​ສົ່ງ​ກັບ​ຄືນ​ປະ​ເທດ
ພວກ​ເດັກນ້ອຍທີ່​ລັກລອບເຂົ້າ​ເມືອງ ​ໂດ​ຍບໍ່ມີ​ຜູ້​ປົກຄອງຕິດ
ຕາມ​ມາ​ນຳນັ້ນ​ ​ແລະ​ເພີ້​ມ​ງົບປະມານໃຫ້​ແກ່ ໜ່ວຍພິທັກ​ຊາດ
ຫລື National Gard ຢູ່ຕາມ​ຊາຍ​ແດນ. ບັນດາ​ຜູ້​ແທນ​ສະພາ​
ຕ່ຳພາກັນ ​ເຮັດ​ວຽກ​ຈົນ​ເດິກ​ໃນ​ຄືນ​ວັນ​ສຸກວານ​ນີ້ ​ເພື່ອ​ຄ້ຳປະກັນ​ໃຫ້​ມີ​ການ​ລົງມະຕິ ກ່ອນ​ປິດ​ກອງ​ປະຊຸມ ​ໄປ​ພັກຜ່ອນລະດູ​ຮ້ອນ ​ເປັນ​ເວລາ​ຫ້າ​ອາທິດ.

​ສະພາ​ສູງທີ່ນຳ​ໂດຍພັກ​ເດ​ໂມ​ແຄຣັດ ໄດ້​ປິດ​ປະຊຸມ​ແລະ​ຢຸດ​ພັກ ໂດຍ​ບໍ່​ໄດ້ລົງມະຕິ ກ່ຽວກັບ
​ຮ່າງ​ກົດໝາຍຂອງ​ຕົນ ຊຶ່ງ​ໝາຍ​ຄວາມ​ວ່າ ຈະ​ບໍ່​ມີ​ບາດກ້າວ​ໃດໆ​ຈາກລັດຖະສະພາ ກ່ຽວກັບ​
ບັນຫາ​ນີ້​ອີກ ​ຢ່າ​ງໜ້ອຍກໍຈົນ​ຮອດ​ເດືອນ​ໜ້າ.

US-Funded Program Offers Honduran Children Alternative to Illegal Immigration
please wait

No media source currently available

0:00 0:02:21 0:00

ປະທານາທິບໍດີ Barack Obama ຮ້ອງຮ່າງ​ກົດໝາຍ​ຂອງສະພາຕ່ຳວ່າ ຮຸນແຮງ. ທ່ານ
​ໄດ້​ຕິຕຽນ ພັກຣີພັບ​ບລິ​ກັນ ​ທີ່​ໄດ້​ຮັບ​ຜ່ານ​ມາດ​ຕະການ ທີ່ທ່ານ​ກ່າວ​ວ່າ ສະພາ​ສູງຈະ​ບໍ່​ຮັບ
ຮອງ​ເອົາ ​ແລະ​ທ່ານ​ເອງ​ກໍ​ຈະ​ໃຊ້​ອຳນາດ​ຍັບ​ຍັ້ງ. ທ່ານປະທານາທິບໍດີ​ໄດ້ກ່າວ​ວ່າ ເພາະວ່າ
​ບໍ່ມີ​ຮ່າງ​ກົດໝາຍ​ໃດໆໄດ້​ຮັບ​ການ​ສະໜັບສະ​ໜູນ ຈາກສະພາ​ຄົບ​ຊຸດ ທ່ານກໍ​ຈະປະຕິບັດ
ການ​ຕາມ​ລຳພັງ​ຜູ້​ດຽວ ​ເພື່ອອະນຸມັດ​ເງິນສຳ​ຫລັບ​ການເບິ່ງ​ແຍງ​ພວກເດັກນ້ອຍ​ເຂົ້າ​ເມືອງ ​
ແລະ​ໃຊ້​ຈ່າຍ​ໃນ​ການຮັກສາ​ຄວາມ​ປອດ​ໄພຢູ່​ຕາມ​ຊາຍ​ແດນ.

US IMMIGRATION VO
please wait
Embed

No media source currently available

0:00 0:00:20 0:00

XS
SM
MD
LG