ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທ່ານ ໂອບາມາ ຮຽກຮ້ອງ ໃຫ້ເອົາບາດກ້າວ ຮ່ວມກັນ ຮັບມື ກັບການປ່ຽນແປງ ຂອງອາກາດ


ຊົມວິດີໂອ ກ່ຽວກັບ ລາຍງານນີ້

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໃນວັນຈັນທີ່
ຜ່ານມານີ້ ໄດ້ຮຽກຮ້ອງບັນດາຜູ້ນຳຂອງໂລກໃຫ້ “ລຸກຂຶ້ນໃນ
ເວລານີ້” ​
ເພື່ອຕໍ່ສູ້ກັບສະພາບ ອາກາດປ່ຽນແປງ, ໃນຂະນະທີ່
ທ່ານໄດ້ກ່າວເປີດກອງປະຊຸມສຸດຍອດ ວ່າ​ດ້ວຍ ການ​ປ່ຽນ​ແປງ
ດິນ​ຟ້າອາກາດຂອງ ອົງການສະຫະປະຊາຊາດ ໃນນະຄອນ
ຫຼວງ ປາຣີ. ນັກຂ່າວວີໂອເອປະຈຳທຳນຽບຂາວ Aru Pande
ມີລາຍ​ງານ ເພີ່ມເຕີມ ກ່ຽວ​ກັບ​ເລື່ອງ ນີ້ຈາກນະຄອນຫຼວງຂອງປະເທດ ຝຣັ່ງ, ເຊິ່ງຍັງຕື່ນ​ຕົກ​ໃຈຈາກ ເຫດ ການໂຈມຕີກໍ່ການຮ້າຍໃນວັນທີ 13 ພະຈິກທີ່ຜ່ານມາ. ຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ບໍ່ຮອດໜຶ່ງຊົ່ວໂມງ ຫຼັງຈາກເດີນທາງ​ໄປຮອດນະຄອນຫຼວງປາຣີ, ປະທານາທິບໍດີ ໂອບາມາ ໄດ້ໄປສະແດງຄວາມເຄົາລົບ ຕໍ່ພວກທີ່ໄດ້ຖືກຂ້າຕາຍ ເມື່ອມືປືນ ລັດອິສລາມ​ໄດ້ລະດົມຍິງ
ໃສ່ຜູ້ທີ່ໄປຊົຄອນເສີດ ທີ່ໂຮງລະຄອນ Bataclan ເກືອບ 3​ ສັບປະດາທີ່ຜ່ານມາ.

ຕໍ່ມາໃນວັນຈັນ, ຜູ້ນຳສະຫະລັດ ໄດ້ສະແດງຄວາມເຄົາລົບຕໍ່ປະຊາຊົນແຫ່ງ ນະຄອນຫຼວງ
ປາຣີ ຕໍ່ການຢືນຢັນ ທີ່ຈະຈັດກອງປະຊຸມ ວ່າ​ດ້ວຍ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດຂອງ
ອົງການສະຫະປະຊາຊາດ ຫຼັງຈາກໄດ້ຮັບຄວາມ ເສຍຫາຍຈາກການໂຈມຕີ.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວວ່າ “ການກະທຳທີ່ ທ້າທາຍນັ້ນ
ມັນໄດ້ພິສູດວ່າ ບໍ່ມີຫຍັງທີ່ຈະປ່ຽນແປງພວກເຮົາ ຈາກການສ້າງ ອະນາຄົດທີ່ພວກເຮົາ
ຕ້ອງການ ສຳລັບລູກຫຼານຂອງພວກເຮົາ.”

ການເຈລະຈາກ່ຽວກັບອະນາຄົດທີ່ມີການປ່ອຍທາດຄາບອນຕ່ຳ ແມ່ນຫົວຂໍ້ທີ່ ໄດ້ຄອບງຳ
ກອງປະຊຸມສຸດຍອດ, ພ້ອມກັບທ່ານ ໂອບາມາ ຮຽກຮ້ອງໃຫ້ບັນດາ ຜູ້ນຳໂລກຮັບຮອງ
ຂໍ້ຕົກລົງວ່າ​ດ້ວຍສະພາບອາກາດ ໄລຍະຍາວພ້ອມກັບເປົ້າໝາຍຕ່າງໆທີ່ໄດ້ຮັບການປັບປຸງ
ຢ່າງສະໝ່ຳສະເໝີ, ບໍ່ແມ່ນວິທີແກ້ໄຂບັນຫາ ຊົ່ວຄາວ.

ປະທານາທິບໍດີ ໂອບາມາ ກ່າວວ່າ “ໜຶ່ງໃນຫຼາຍໆສັດຕູທີ່ພວກເຮົາຈະຕໍ່ສູ້ ໍ​ນກອງປະຊຸມ
ຄັ້ງນີ້ ແມ່ນການມອງໂລກໃນແງ່ຮ້າຍ, ເຊິ່ງເປັນ ຄວາມຄິດທີ່ ພວກເຮົາບໍ່ສາມາດເຮັດ​ຫຍັງໄດ້ກ່ຽວກັບສະພາບອາກາດປ່ຽນແປງ.”

ຢູ່ນອກກອງປະຊຸມສຸດຍອດ, ທ່ານໂອບາມາ ໄດ້ຮັບຮອງເອົາການສະໜັບ ສະໜູນ​ຂອງບັນ
ດາຜູ້ນຳຂອງປະເທດທີ່ປ່ອຍທາດຄາບອນຫຼາຍທີ່ສຸດໃນໂລກ, ປະທານປະເທດຂອງ ຈີນ ທ່ານ ສີ ຈິ່ນຜິງ.

ທ່ານ ໂອບາມາ ກ່າວວ່າ “ພວກເຮົາທັງສອງໄດ້ຕັດສິນໃຈວ່າ ມັນແມ່ນຄວາມ​ຮັບຜິດຊອບ
ຂອງພວກເຮົາທີ່ຈະລົງມືປະຕິບັດ.”

ແລະ ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi.

ທ່ານ ໂອບາມາ ກ່າວວ່າ “ພວກເຮົາໄດ້ຕົກລົງກັນວ່າ ປາຣີ ຄວນຍອມຮັບ ແລະ ປົກປ້ອງ
ຄວາມສາມາດຂອງຫຼາຍປະເທດຄື ອິນເດຍ ໃນການປະຕິບັດຕາມ ບູລິມະສິດຕ່າງໆ
ກ່ຽວກັບ ການພັດທະນາ, ການເຕີບໂຕ ແລະ ການລົບລ້າງ ຄວາມທຸກຍາກ.”

ນອກ​ນັ້ນ ປະທານາທິບໍດີ ໂອບາມາ ຍັງໄດ້ຈັດການເຈລະຈາ​ແບບ​ປິດ​ລັບກັບ ປະທານາທິບໍດີ
ຣັດ​ເຊຍ ທ່ານ Vladimir Putin, ເຊິ່ງທ່ານໄດ້ກ່າວຢ້ຳ​ເຖິງຄວາມ ຕ້ອງການ​ເພື່ອ​ໃຫ້ຣັດເຊຍ ທຳ​ການ​ເພັງ​ເລັງ​ຄືນ​ໃໝ່ ກ່ຽວ​ກັບເປົ້າໝາຍຂອງພວກ ເຂົາເຈົ້າໃນ ຊີເຣຍ ຕໍ່ພວກ ລັດອິສ
ລາມ ແລະ ບໍ່ແມ່ນພວກ​ຕໍ່ຕ້ານທີ່ບໍ່ມີຄວາມຮຸນແຮງ.

ຮອງຫົວໜ້າ​ດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Ben Rhodes ກ່າວວ່າ “ໃນ ຫລາຍສັບ
ປະດາທີ່ຜ່ານມາ, ພວກເຮົາໄດ້ເຫັນຜົນງານຂອງ ຣັດເຊຍ ​ໃນ​ການ​ ໂ​ຈມຕີພວກ ISIL, ໃນຂະນະທີ່ກ່ອນໜ້ານັ້ນ ມີພຽງໜ້ອຍດຽວ. ແນວໃດ ກໍຕາມ, ພວກເຮົາຍັງຈະສືບຕໍ່
ຕິດຕາມ​ເບິ່ງການປະຕິບັດການຂອງ ຣັດເຊຍ​ວ່າແນເປົ້າໃສ່ອົງປະກອບອື່ນໆຂອງຝ່າຍ
ຕໍ່ຕ້ານ​ຫຼືບໍ່.”

ທ່ານ ໂອບາມາ ຍັງໄດ້ຮຽກຮ້ອງ​ໃຫ້​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງລະຫວ່າງ ຣັດເຊຍ ແລະ ເທີກີ ຫຼັງຈາກ Ankara ໄດ້ຍິງເຮືອບິນຮົບຂອງ ຣັດເຊຍຕົກເມື່ອບໍ່ດົນມານີ້ ຈຸດໜຶ່ງທີ່ທຳນຽບຂາວ
ກ່າວວ່າ ປະທານາທິບໍດີ ຈະກ່າວຢ້ຳໃນລະຫວ່າງການ ເຈລະຈາ ກັບຄູ່ຮ່ວມຕຳແໜ່ງຈາກ ເທີກີ ຂອງທ່ານໃນວັນອັງຄານວານນີ້.

XS
SM
MD
LG