ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ທ້າທາຍ ສະພາສູງ ​ໃນການສະເໜີ ແຕ່ງຕັ້ງ ຜູ້​ພິພາກສາ ສານສູງ​ສຸດ ຄົນໃໝ່


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຕອບຄຳຖາມ ບັນດານັກຂ່າວ ທີ່ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຕອບຄຳຖາມ ບັນດານັກຂ່າວ ທີ່ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ.

ປະທານາທິບໍດີ Barack Obama ກ່າວ​ວ່າ ລັດຖະທຳ​ມະນູ​ນ
ສະຫະລັດ ​ແມ່ນ​ເປັນ​ທີ່​ແຈ້ງ​ຂາວ​ຢູ່​ແລ້ວ​ວ່າ​ ​ເວລາ​ໃດ​ມີ​ບ່ອນ
​ຫວ່າງ​ເປົ່າ​ຢູ່​ໃນສານ​ສູງ​ສຸດ ສະພາ​ສູງ ຕ້ອງ​ໄດ້​ພິຈາລະນາ​ ຜູ້
​ໃດ​ກໍ​ຕາມທີ່ປະທານາທິບໍດີ ​ສະ​ເໜີ​ຊື່ແຕ່ງຕັ້ງ.

ປະທານາທິບໍດີ Obama ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່ Rancho
Mirage ລັດ California​ ໃນ​ວັນອັງຄານ​ວານ​ນີ້​ວ່າ ທ່ານຂໍ
ທ້າທາຍ​ຕໍ່​ຜູ້​ໃດ​ກໍ​ຕາມ​ທີ່ໃຫ້​ເຫດ ຜົນ​ແກ່ທ່ານວ່າ​ເປັນ​ຫຍັງ
ສະພາ​ສູງ​ຈະ​ປະຕິ​ເສດ ​ຕໍ່​ການ​ຮັບ​ຟັງຄຳ​ໃຫ້ການ​ກ່ຽວ ກັບ​ຜູ້​ທີ່
ທ່ານ​ແຕ່ງຕັ້ງ ​ເພື່ອເຂົ້າຮັບ​ໜ້າ​ທີ່​ແທນ​ມື້​ລາງຜູ້​ພິພາສາສານ
​ສູງ​ສຸດທ່ານ Antonin Scalia.

ທ່ານ​ກ່າວ​ວ່າ ບໍ່​ມີ​ຕົວ​ບົດ​ກົ​ດໝາຍ​ທີ່​ຂຽນ​ໄວ້​ວ່າ ປະທານາທິບໍດີ ຜູ້ທີ່​ກຳລັງ​ຈະພົ້ນ​ຈາກ​ຕຳ​
ແໜ່​ງ ​ເພາະວ່າ​ສະ​ໄໝ​ການ​ເຂົ້າຮັບ​ໜ້າ​ທີ່ຂອງ​ທ່ານກຳລັງ​ຈະ​ໝົດ​ລົງນັ້ນ ບໍ່​ສາມາດ​ທີ່​ຈະ
​ສະ​ເໜີ ຜູ້​ພິພາກສາ​ສູງ​ສານສຸດ​ຄົນ​ໃໝ່​ໄດ້.

ປະທານາທິບໍດີ Obama ກ່າວ​ວ່າ ສານ​ສູງ​ສຸດ​ແມ່ນ​ບ່ອນ​ໜຶ່ງ​ທີ່ ຊາວ​ອາ​ເມຣິ ກັນຄາດ​ວ່າ
ການ​ເລືອກ​ເອົາ​ບັນ​ດາ​ເຈົ້າ​ໜ້າ​ທີ່ ​ແມ່ນ​ຢູ່ສູງ​ກວ່າ​ການ​ເມືອງ. ທ່ານ​ກ່າວ​ວ່າ ທ່ານ​ຈະ​ປະ
ຕິບັດ​ໜ້າ​ທີ່ ​ຈົນ​ກວ່າຈະ​ໝົດ​ສະ​ໄໝຂອງ​ທ່ານ ​ແລະບັນດາ​ສະມາຊິກ​ສະພາ​ສູງ​ຕ້ອງ​ເຮັດ
​ເຊັ່ນ​ດຽວ​ກັນ.

Obama Challenges Senate on High Court Nomination Hearings
please wait

No media source currently available

0:00 0:01:06 0:00

​ເວລາມີ​ການ​ຖາມວ່າ​ ​ທ່ານ​ມີ​ແຜນການ​ທີ່​ຈະ​ສະເໜີຊື່ ຜູ້​ນິຍົມ​ແນວທາງປານ​ກາງ ທີ່​ພັກ
​ຣີພັບ​ບລິ​ກັນສາມາດ​ຮັບ​ເອົາ​ໄດ້​ຫຼາຍຂຶ້ນນັ້ນຫຼືບໍ່ ທ່ານ Obama ກ່າວ​ວ່າ ບໍ່​ເລີຍ. ທ່ານ
ກ່າວ​ວ່າ ຜູ້​ໃດກໍ​ຕາມ​ທີ່​ທ່ານ​ສະ​ເໜີ​ຊື່ນັ້ນ ຈະ​ເປັນ​ຜູ້​ມີ​ແນ​ວຄິດ​ອັນ ສູງ​ສົ່ງ​ທາງກົດໝາຍ
​ ​ແລະເປັນຜູ້​ທີ່ມີ​ຄຸນ​ນະ​ວຸດ​ທິທີ່ບໍ່ມີ​ການ​ໂຕ້​ແຍ້​ງ ​ເໝາະ​ສົມ​ທີ່​ຈະ​ນັ່ງ​ຢູ່​ໃນ​ສານ​ສູງ​ສຸດຂອງ
​ປະ​ເທດ.

ປະທານາທິບໍດີ Obama ອີກ​ຄັ້ງ​ໜຶ່ງ ​ໄດ້​ສະ​ແດງຄວາ​ມ​ເສົ້າ​ສະຫລົດ​ດ​ໃຈ​ຂອງ​ທ່ານ​ໄປ
​ຫາ​ຄອບຄົວ​ຂອງທ່ານ Antonin Scalia ຜູ້​ທີ່​ໄດ້ເຖິງ​ແກ່​ອະສັນ​ຍະ​ກຳ ໃນ​ວັນ​ເສົາ​ແລ້ວ​
ນີ້ ຮວມ​ອາຍຸ 79 ປີ ຊຶ່ງ​ເຮັດ​ໃຫ້​ມີບ່ອນ​ຫວ່າງ​ລົງ ຢູ່​ໃນ​ບັນດາ​ສະມາຊິກ​ສານ​ສູງ​ສຸດ​ເກົ້າ​
ຄົນ ຢູ່ໃນ​ເວລາ​ອັນ​ສຳຄັນ​ທີ່​ສຸດ.

ສານ​ມີ​ກຳນົດ​ຮັບຟັງ​ຫລາຍໆຄະດີທີ່​ສຳຄັນ ຮວມທັງສິດທິ​ໃນການ​ເຮັດ​ແທ້ງ​ລູກ ສິດທິ
​ການ​ບ່ອນ​ບັດ ​ເລື້ອງຄົນ​ເຂົ້າ​ເມືອງ ​ແລະ​ປະກັນ​ໄພ​ສຸຂະ​ພາບ​ທີ່ເປັນ​ລາຍ ​ເຊັນ​ຂອງ
ປະທານາທິບໍດີ Obama.

XS
SM
MD
LG