ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳ ສຫລ ແລະອັງກິດ ກ່າວວ່າ ປະເທດຂອງພວກທ່ານ ຈະບໍ່ຖືກຂົ່ມຂູ່ ໂດຍພວກ ຫົວຮຸນແຮງ (ສະໄລດ໌/ວີດີໂອ)


islamicstatesotloff4september14
please wait

No media source currently available

0:00 0:01:02 0:00

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ​ແລະ​ນາຍົກ
ລັດຖະ ມົນຕີ David Cameron ​ແຫ່ງ​ອັງກິດ ກ່າວ​ວ່າ ​ປະ​
ເທດ​ຂອງ​ພວກ​ທ່ານ​ຈະ​ບໍ່​ຖືກ​ຂົ່ມຂູ່​ໂດຍ “ພວກ​ຄາດ​ຕະ
ກອນ​ປ່າ​ເຖື່ອນ”
ຫຼັງ​ຈາກ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ
ໄດ້ສັງຫານ​ພວກ​ນັກ​ຂ່າວ​ອາ​ເມຣິກັນ 2 ຄົນ.

ບັນດາ​ຜູ້ນຳ​ທັງ​ສອງ ​ໄດ້​ອອກ​ຄວາມ​ຄິດ​ຄວາມ​ເຫັນ​ດັ່ງກ່າວ
ຮ່ວມກັນໃນ​ໜັງສືພິມ Times of London ​ໃນ​ຂະນະ​ທີ່​ບັນ
ດາ​ເຈົ້າ​ໜ້າ​ທີ່​ກຸ່ມເນ​ໂຕ້ ​ປະກອບສ່ວນ​ເຂົ້າຮ່ວມ​ກອງ​ປະຊຸມ
​ສຸດ​ຍອດ​ທີ່​ອັງກິດ.

ທ່ານ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຂອງ​ນາໆ​ຊາດ ​ເພື່ອ​ຕອບ​ໂຕ້​ຕໍ່​ພວກ​
ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ທີ່​ໄດ້​ຄວບຄຸມຫຼາຍ​ເຂດ​ໃຫຍ່ໆ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ​ແລະ​ໃນພາກ​ເໜືອ​ແລະພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກ.

ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ ​ໄດ້​ນຳວີ​ດີ​ໂອອອກເຜີຍແຜ່ ທີ່ສະແດງ​ໃຫ້​ເຫັນ​ການ​ຕັດ​ຫົວ​ນາຍ James Foley ​ແລະ​ນາຍ Steven Sotloff ນັກ​ຂ່າວ​ອາ​ເມຣິກັນ ໂດຍ​ກ່າວ​ວ່າ ການ​ສັງຫານ​ພວກ​ເຂົາ​ເຈົ້າ ​ແມ່ນ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ​ໃນ​ອີຣັກ ທີ່ແນ​ເປົ້າ​ໝາຍ​ໃສ່​ພວກ​ລັດອິສລາມ​ນັ້ນ.

ທ່ານ​ໂອ​ບາ​ມາ ກຳນົດ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ທ້າຍ​ເດືອນ​ນີ້ ​ເພື່ອ​ເວົ້າ​ກ່ຽວ​ກັບ​ໄພ​ຂົ່ມຂູ່ ຈາກ​ພວກ​ນັກ​ຕໍ່ສູ້​ຕ່າງປະ​ເທດ ​ເຊັ່ນ​ພວກ​ທີ່​ເດີນທາງ​ໄປ​ຮ່ວມ​ກັບ​ບັນດາກຸ່ມ​ກໍ່​ການ​ຮ້າຍ​ໃນ​ອີຣັກ ​ແລະ​ຊີ​ເຣຍນັ້ນ.

US Looking for Broader Coalition to Combat Islamic State
please wait

No media source currently available

0:00 0:03:16 0:00

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Chuck Hagel ກ່າວ​ໃນວັນ​ພຸດວານ​ນີ້​
ວ່າ ພົນລະ​ເມືອງ​ອະ​ເມຣິກາ​ຈຳນວນ​ຫຼາຍ​ກວ່າ 100 ຄົນ​ກຳລັງ​ທຳ​ການ​ສູ້​ລົບ​ຮ່ວມ​ກັບ​ພວກ​ຫົວ​ຮຸນ​ແຮງ​ໃນ​ອີຣັກ ​ແລະ​ຊີ​ເຣຍ ​ແລະ​ວ່າ ສະຫະລັດ​ແລະ​ບັນດາ​ປະ​ເທດ​ພັນທະ​
ມິດ​ຂອງ​ຕົນ​ ຈຳເປັນ​ຈະ​ຕ້ອງ​ທຳ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເປັນ​ໄປ​ໄດ້​ເພື່ອ​ຍຸດຕິ​ກຸ່ມ​ລັດ​ອິສລາມ​ໃນ​ເວລາ​ນີ້.

ທ່ານ Hagel ກ່າວຖ້ອຍ​ຖະ​ແຫຼ​ງດັ່ງກ່າວ​ຕໍ່​ຕາໜ່າງຂ່າວ​ໂທລະພາບ CNN ​ແລະ​ເວົ້າ​ຕື່ມ​ວ່າ ການ​ຕັດ​ຫົວ​ນາຍ Sotloff ​ແລະ​ນາຍ Foley ເຮັດ​ໃຫ້​ທ່ານ​ປວດ​ທ້ວງ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ພວກ​ທີ່​ສັງຫານ​ພວກ​ນັກ​ຂ່າວ​ແມ່ນ
ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ​ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ກຳລັງ​ພະຍາຍາມເພື່ອໃຫ້​ບັນ
ລຸ​ຜົນ ​ເພ​າະວ່າ ​ໂລກ​ກຳລັງ​ “ປະຕິເສດຕໍ່ຄວາມປ່າເຖື່ອນຂອງພວກເຂົານັ້ນ.”

ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ກ່າວວ່າສະຫະລັດຈະຕິດຕາມຢ່າງບໍ່
ລົດລະຫາພວກຄາດຕະກອນທີ່ສັງຫານຄົນອະເມຣິກັນເຫຼົ່ານີ້ໄປຮອດ“ທາງເຂົ້າຫາໝໍ້
ນາ
ລົກ.”

ISLAMIC STATE SOTLOFF CNPK 1ST UPD
please wait

No media source currently available

0:00 0:02:53 0:00

XS
SM
MD
LG