ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໂອບາມາ ກ່າວວ່າ ສັນຕິພາບ ໃນໄອແລນເໜືອ ເປັນແບບຢ່າງ ສໍາລັບໂລກ (ວີດີໂອ)


ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ຖະແຫລງ ຕໍ່ຊາວ​ໜຸ່ມ​ກຸ່ມ​ນຶ່ງ ​ໃນ​ນະຄອນ Belfast ໃນ​ວັນ​ຈັນ​ມື້​ນີ້ ກ່ອນກອງປະຊຸມສຸດຍອດ G-8.
ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ຖະແຫລງ ຕໍ່ຊາວ​ໜຸ່ມ​ກຸ່ມ​ນຶ່ງ ​ໃນ​ນະຄອນ Belfast ໃນ​ວັນ​ຈັນ​ມື້​ນີ້ ກ່ອນກອງປະຊຸມສຸດຍອດ G-8.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້ເອີ້ນ
ສັນຕິພາບ ​ໃນ ແຂວງໄອ​ແລນ​ເໜືອຂອງ​ອັງກິດ ວ່າ​ ເປັນ
“ແຜນຜັງ​ແບບຢ່າງ” ​ສໍາລັບ​ບັນດາ​ຜູ້​ທີ່ອາ​ໄສຢູ່​ທ່າມກາງ​ການ​
ຂັດ​ແຍ້​ງ ​ຢູ່​ໃນ​ທົ່ວ​ໂລກ.

​ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ເຊ່ນ​ນັ້ນ ໃນ​ຂະນະ​ທີ່ມີ​ຄວາມ​ເຫັນໃນ​
ວັນ​ຈັນ​ມື້​ນີ້ ຕໍ່ຊາວ​ໜຸ່ມ​ກຸ່ມ​ນຶ່ງ ​ໃນ​ນະຄອນ Belfast ຊຶ່ງທ່ານ
Obama ກ່າວຕໍ່​ໄປ​ວ່າ “​ເງື່ອນ​ໄຂ​ຂອງສັນຕິພາບ ອາດແມ່ນ
​ພວກ​ຜູ້​ນໍາ​ເປັນ​ຜູ້​ເຈລະຈາຕໍ່​ລອງ​ກັນ​ ​ແຕ່​ວ່າ ຊະຕາ​ກໍາ​ຂອງ
ສັນຕິພາບນັ້ນ ​ແມ່ນ​ຂື້ນ​ຢູ່​ກັບ​ພວກ​ທ່ານ.”

ປະ​ທາ​ນາ​ທິບໍດີ ສະຫະລັດ ​ໄດ້​ເດີນທາງໄປ​ເຖິງ ນະ​ຄອນ
Belfast ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ໄດ້​ບິນ​ຂ້າມ​ຄືນໄປຈາກ
ນະ​ຄອບ​ຫລວງ ວໍ​ຊິງ​ຕັນ ​ເພື່ອ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມສຸດ​
ຍອດຂອງ​ກຸ່ມ G8 ​ໃນ​ວັນ​ຈັນ ​ແລະວັນ​ອັງຄານ ຊຶ່ງ​ມີ​ທ່າ​
ທາງ​ວ່າ ຈະ​ຖືກ​ຄອບ​ງໍາໂດຍ ​ເລື້ອງການຕັດສິນ​ໃຈ​ຂອງ
ສະຫະລັດທີ່​ຈະ​ຕິດ​ອາວຸດ ​ໃຫ້​ແກ່​ຝ່າຍ​ຄ້ານ​ໃນຊີ​ເຣຍນັ້ນ.

ກອງ​ປະຊຸ​ມສຸດ​ຍອດ ຢູ່​ສະຖານ​ທີ່​ຕາກ​ອາກາດ​ Lough Erne ຈະ​ນໍາ​ເອົາ ບັນດາ​ຜູ້​ນໍາ​ຂອງ​ເສ​ດຖະກິດຊັ້ນ​ນໍາ​ຂອງ​ໂລກ 8 ປະ​ເທດ ມາ​ປະຊຸມ​ກັນ. ທ່ານ Obama ພົບ​ປະໃນ​ວັນ​ຈັນມື້​ນີ້ ​ກັບນາ​ຍົກ​ລັດຖະມົນຕີ​ອັງກິດ ທ່ານ David Cameronກ່ອນ​ກອງ​ປະຊຸມ
ສຸດ​ຍອດ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

Syria, Surveillance Issues Await Obama At G8, Berlin
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ

ຜູ້​ນໍາ ສະຫະລັດ ຍັງ​ມີ​ແຜນ​ພົບ​ປະໃນ​ວັນ​ຈັນນີ້ ກັບ ປະທານາທິບໍດີ ຣັດ​ເຊຍ ທ່ານ VladimirPutin ​ໃນ​ການ​ສົນທະນາ​ກ່ຽວ​ກັບ​ການ​ຂັດ​ແຍ້​ງ​ໃນ ຊີ​ເຣຍ. ຜູ້​ນໍາຣັດ​ເຊຍ
​ໄດ້​ໃຫ້ການ​ສະໜັບສະໜູນ ​ແກ່ລັດຖະບານ​ຂອງ ຜູ້​ນໍາ​ຊີ​ເຣຍ ທ່ານ Basharal-Assad.
ກອງ​ປະຊຸ​ມສຸດ​ຍອດ G8 ຍັງ​ຈະຫາລື​ກັນ ​ເລື້ອງຄວາມ​ພະຍາຍາມ ​ເພື່ອສົ່ງ​ເສີມເສດຖະ
ກິດ​ທີ່ຝືດ​ເຄືອງ ​ຂອງ​ໂລກ.

ບັນດາ​ປະ​ເທດກຸ່ມ G8 ​ອັນ​ມີ ອັງກິດ ຝຣັ່ງ ກາ​ນາ​ດາ ຍີ່ປຸ່ນ ​ອິຕາ​ລີ ເຢຍລະ​ມັນ ຣັດ​ເຊຍ
​ແລະສະຫະລັດ ​ແມ່ນ​ມີ​ຜົນ​ຜະລິດ​ລວມທາງ​ເສດຖະກິດ ທີ່​ເທົ່າ​ກັບ 50 ​ເປີ​ເຊັນ​ຂອງ​ຜົນ
ຜະລິດທັງໝົດ​ຂອງໂລກ. ​ແຕ່​ພວກ​ປະ​ເທດ​ເຫລົ່າ​ນີ້ ຕ່າງ​ກໍໄດ້ພະຍາຍາມ​ດິ້ນຮົນ​ເອົາ​ໂຕ ອອກ​ມາ​ຈາກ ສະພາບ​ການ​ເສດຖະກິດ​ຕົກ​ຕໍ່າ​ຢ່າງ​ຮ້າຍ​ແຮງ​ຂອງ​ໂລກ​ ໃນ ​ປີ 2008 ແລະ 2009 ນັ້ນ ​ໃນ​ລະດັບ​ທີ່​ແຕກ​ຕ່າງກັນ.

ທ່ານ​ນາງ Michelle Obama ສະຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ ທີ່​ໄດ້​ເດີ​ນທາງ​ຕິດ
ຕາມ​ໄປ​ກັບປະທານາທິບໍດີ​ໂອ​ບາ​ມາ ພ້ອ​ມກັບ​ລູກ​ສາວ​ທັງ​ສອງນັ້ນ ກໍ​ໄດ້​ໄປ​ພົບ​ຊາວ​
ໜຸ່ມ​ຮ່ວມ​ກັບ​ທ່ານ​ໂອ​ບາມາ​ເຊ່ນ​ກັນ ​ແລະ​ໄດ້​ມີ​ຄວາ​ມ​ເຫັນ​ຕໍ່​ພວກຊາວ​ໜຸ່ມ ກ່ອນ​ແນະ​ນໍາ​ທ່ານ​ໂອ​ບາ​ມາ​ວ່າ:

“​ນ​ຂະນະ​ທີ່​ຢືນ​ຢູ່​ກັບ​ພວກ​ທ່ານ​ຢູ່​ທີ່​ນີ້​ໃນ​ມື້​ນີ້ ຂ້າພະ​ເຈົ້າ​ຂໍ​ບອກ​ທ່ານ​ວ່າ
ຂ້າພະ​ເຈົ້າ​ບໍ່​ເຄີຍ​ມີ​ຄວາມ​ຮູ້ສຶກ​ໄປ​ໃນ​ແງ່​ດີ ຫລາຍ​ໄປ​ກ່ວາ​ນີ້​ອີກ​ແລ້ວ ​
ເພາະວ່າ ຄັ້ງ​ແລ້ວ​ຄັ້ງ​ເລົ່າ ຂ້າພະ​ເຈົ້າ​ໄດ້​ເຫັນ​ຊາວ​ໜຸ່ມ​ຄືກັນ​ກັບ​ພວກ​
ທ່ານ​ນີ້ ​ເລືອກ​ທີ່​ຈະທໍາ​ງານ​ຮ່ວມ​ກັນ ​ເລືອກ​ທີ່​ຈະ​ຍົກ​ກັນ​ແລະ​ກັນຂຶ້ນ​
ສູງ ​ເລືອກ​ທີ່​ຈະ​ປະປ່ອຍ​ຄວາມ​ຂັດ​ແຍ້​ງ ແລະຄວາມ​ຄິດ​ອະຄະຕິຕ່າງໆ
ໄວ້​ເບື້ອງ​ຫລັງ ​ແລະ​ສ້າງ​ອະນາຄົດ​ທີ່ສົດ​ໃສ​ ສໍາລັບ​ພວກ​ເຮົາ​ທຸກ​ຄົນ.


G8
please wait
Embed
G8

No media source currently available

0:00 0:02:13 0:00
XS
SM
MD
LG