ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ມີ ຄວາມກ້ຳເກິ່ງ ລະຫວ່າງ ວຽກການ ແລະຊີວິດ


U.S. President Barack Obama.
U.S. President Barack Obama.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ສະຫະ
ລັດ ແມ່ນນຶ່ງໃນຈຳນວນ 3 ປະເທດທໍ່ນັ້ນ ທີ່ມີລາຍງານວ່າ ບໍ່ໄດ້
ສະເໜີຈ່າຍເງິນໃຫ້ໃນຍາມໄປພັກອອກລູກແລະທ່ານເວົ້າວ່ານັ້ນ
ຈະຕ້ອງປ່ຽນ.

ທ່ານໂອບາມາ ໄດ້ສະແດງຄວາມຮູ້ສຶກເສຍໃຈຕໍ່ອັນທີ່ທ່ານເອີ້ນ
ວ່າ ນະໂຍບາຍຢູ່ໃນບ່ອນເຮັດວຽກທີ່ລ້າສະໄໝ ຢູ່ໃນຄຳປາໄສ ປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້.

ປະທານາທິບໍດີ ກ່າວວ່າ ສະຫະລັດຕ້ອງເຮັດໃຫ້ ເປັນການງ່າຍ
ຂຶ້ນ ສຳລັບພວກທີ່ເປັນພໍ່ແມ່ ຫຼືພວກທີ່ມີຍາດພີ່ນ້ອງປ່ວຍ ເພື່ອຈະໄດ້ເຮັດວຽກເຮັດການຕໍ່
ໄປ. ທ່ານເວົ້າວ່າ ມີບາງສິ່ງບາງຢ່າງທີ່ບໍ່ຖືກຕ້ອງເວລາພວກຄົນງານທີ່ດຸໝັ້ນຕ້ອງໄດ້ເລືອກ ເອົາລະຫວ່າງວຽກການແລະຄອບຄົວ.

ໃນວັນຈັນມື້ອື່ນນີ້ ປະທານາທິບໍດີໂອບາມາ ຈະຈັດກອງປະຊຸມສຸດຍອດຂຶ້ນທີ່ທຳນຽບຂາວ ສຳລັບພວກຄອບຄົວທີ່ເຮັດວຽກເຮັດການ.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕ່ຳ Fred Upton ຈາກລັດ Michigan ກ່າວວ່າ ປະຫວັດຂອງທ່ານໂອບາມາ ກ່ຽວກັບການພັດທະນາພະລັງ ງານນັ້ນ ແມ່ນຂີ້ຮ້າຍຫຼາຍ. ທ່ານກ່າວວ່າ ສະຫະລັດຕ້ອງ ສ້າງໂຄງລ່າງພື້ນຖານ ທີ່ຈະນຳ ໄປສູ່ການມີພະລັງງານ ທີ່ອຸດົມສົມບູນ.
XS
SM
MD
LG