ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີໂອບາມາ ຮຽກຮ້ອງ ພັກຣິພັບບລິກັນ ໃຫ້ຮັບເອົາ ແຜນການຕັດພາສີ (ວີດີໂອ)


ເບິ່ງວີດິໂອທ່ານໂອບາມາກ່າວຄໍາເຫັນຂອງທ່ານເລື້ອງການຕັດພາສີ

ປະທາ​ນາ​ທິບໍດີ​ ບາຣັກ ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ໄປ​ຍັງ​ບັນດາສະມາຊິກ​ພັກຣີພັບ​ບລິ​ກັນ
ຢູ່ໃນ​ສະພາ​ຕໍ່າ ​ໃຫ້ລົງມະຕິ​ຮັດເອົາ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ວິທີ​ທາງ​ທີ່​ຖືກຕ້ອງ” ສໍາລັບ​ການ
​ຕັດ​ພາສີ.

​ໃນ​ຄໍາ​ປາ​ໄສ​ປະ​ຈໍາ​ສັບປະດາ​ໃນ​ວັນ​ເສົາ​ມື້​ນີ້ ທ່ານ​ໂອ​ບາ​ມາ​ເລ່ງ​ລັດ​ໃຫ້​ພັກຣີພັບ​ບລິ​ກັນດໍາ
​ເນີນ​ການ​ໃນ​ອັນ​ທີ່​ທ່ານ​ໃຊ້​ຄໍາ​ເວົ້າ​ວ່າ ຢຸດ​ເຊົາ​ກັກ ການ​ຕັດ​ພາສີ​ສໍາລັບພວກ​ຄອບຄົວ​ຊົນ​ຊັ້ນ
​ກາງ​ແລະ​ພວກ​ເຈົ້າ​ຂອງ​ທຸລະ​ກິດ​ຂະໜາດ​ນ້ອຍ​ ເປັນ “​ໂຕ​ປະກັນ” ນັ້ນ​ເສຍ. ທ່ານ​ໂອ​ບາ​ມາ
​ກ່າວ​ວ່າ ພັກຣີພັບ​ບລິ​ກັນ​ບໍ່​ຍອມ​ເອົາ​ບາດ​ກ້າວ​ດັ່ງກ່າວ ຈົນ​ກວ່າ​ວ່າການ​ຕັດ​ພາສີ​ຈະ​ລວມ​ໄປ
​ເຖິງ​ຊາວ​ອາ​ເມຣິກັນ​ຜູ້​ທີ່​ຮັ່ງມີ​ທີ່​ສຸດ​ນັ້ນ​ນໍາ.

ສະພາ​ສູງ​ສະຫະລັດ​ໄດ້​ຮັບ​ຜ່ານ​ແຜນການ​ກ່ຽວ​ກັບພາສີ​ແຜນ​ນື່ງເມື່ອ​ຕົ້ນ​ອາທິດ​ນີ້ ທີ່ປົກ​ປ້ອງ
​ພວກ​ຊາວ​ອາ​ເມຣິກັນ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ແລະ​ພວກ​ເຈົ້າ​ຂອງ​ທຸລະ​ກິດ​ຂະໜາດ​ນ້ອຍ ​ໄວ້​ຈາກ
​ການ​ຖືກ​ຕັດ​ພາສີ​ໃນ​ອັດຕາ​ທີ່​ສູງ​ຂຶ້ນ​ໃນ​ປີໜ້າ. ບັດ​ນີ້ ​ແຜນການ​ດັ່ງກ່າວ​ຈະ​ຕ້ອງໄດ້​ຮັບ ການ
​ອະນຸມັດໂດ​ຍ​ສະພາ​ຕໍ່າ ຈຶ່ງ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ໄດ້.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ວິທີ​ການ​ຂອງ​ພັກຣີພັບ​ບລິ​ກັນ​ສໍາລັບ ປະ​ເທດ​ທີ່​ຈະ​ເລີ​ນຮຸ່ງ​
ເຮື່ອ​ງຫລາຍ​ກ່ວາ​ເກົ່າ​ ​ໂດຍ​ການ​ຕັດ​ພາສີ​ໃຫ້​ແກ່​ພວກ​ຮັ່ງມີ​ຈໍານວນ​ຫລາຍ​ພັນ​ຕື້​ດອລລ່າ​ນັ້ນ ​
ແມ່ນ​ໃຊ້​ບໍ່​ໄດ້ຜົນ ​ເພາະ​ຕາມ​ຄໍາ​ເວົ້າ​ຂອງທ່ານແລ້ວ ​ກໍ​ແມ່ນ​ວ່າ “ພວກ​ເຮົາໄດ້​ທົດ​ລອງ​ເຮັດ​ວິທີ
ນັ້ນມາ ​ຕະຫລອດ​ເວລາ​ສ່ວນ​ໃຫຍ່​ຂອງ​ທົດ​ສະ​ວັດທີ່​ຜ່ານ​ມາ​ນີ້​ແລ້​ວ” ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ
ການ​ຕັດ​ພາສີ​ເຫລົ່າ​ນັ້ນ “​ໄດ້​ຊ່ວຍ​ນໍາພາ​ພວກ​ເຮົາ ອອກ​ຈາ​ກການ​ມີດຸນ​ງົບປະມານ​ເຫລືອ​ເປັນ
​ຈໍານວນ​ຫລາຍ​ເປັນ​ປະວັດ​ການ ​ໄປ​ສູ່​ການ​ຂາດ​ດຸນ​ງົບປະມານ​ຢ່າງ​ເປັນ​ເປັນ​ປະວັດ​ການ.”

​ໃນ​ຄໍາ​ຖະ​ແຫລ​ງຕອບ​ຂອງ​ຝ່າຍ​ພັກຣີພັບ​ບລິ​ກັນ​ນັ້ນ ສະມາ​ຊິກ​ສະພາ​ສູງ Orin Hatch ກ່າວ
​ວ່​າ ທ່ານ​ປະທານາທິບໍດີ​ແລະ​ພັນທະ​ມິດ​ຄວນ​ຈະ​ຢຸດ​ເຊົາ​ກັກ​ເສດຖະກິດ​ຂອງ​ອາ​ເມຣິກາ​ໄວ້​ເປັນ​
ໂຕ​ປະກັນ​ນັ້ນ​ເສຍ ​ເພາະວ່າ​ພັກຣີພັບ​ບລິ​ກັນບໍ່​ເຫັນ​ພ້ອມ​ກັບ​ແຜນການ​ຂອງ​ພວກ​ເຂົາ​ເຈົ້າ ທີ່​
ຈະ​ຂຶ້ນ​ພາສີ​ຂອງ “​ນຶ່ງ​ໃນ​ບັນດາພວກ​ສ່ວນ​ທີ່​ມີ​ຜະລິດຜົນ​ທີ່​ສຸດ​ຂອງ​ເສດຖະກິດ​ຂອງ​ພວກ​ເຮົາ.”

​ເບິ່ງວີດິໂອການກ່າວຄໍາເຫັນຂອງ ທ່ານ Orin Hatch ຜູ້ແທນສະພາສູງລັດ Utah

XS
SM
MD
LG