ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມ ສຸດຍອດ ກຸ່ມເນໂຕ້ ໄຂຂຶ້ນແລ້ວ ທີ່ແຄວ້ນ Wales ຂອງ ອັງກິດ (ສະໄລດ໌/ວີດີໂອ)


President Obama Pledges Baltics Support Against Russia
please wait

No media source currently available

0:00 0:01:56 0:00

ເບິ່ງວີດີໂອເລື້ອງນີ້ ຈາກຜູ້ສື່ຂ່າວວີໂອເອ

ທ່ານ Anders Fogh Rasmussen ​ເລຂາທິການ​ໃຫຍ່​ກຸ່ມ​
ເນ​ໂຕ້ສະ​ແດງ​ຄວາມ​ສົງ​ໄສ​ອອກ​ມາ​ ກ່ຽວ​ກັບ​ແຜນການ​ຢຸດ​ຍິງ​
ທີ່ຢູ​ເຄຣນ ທີ່​ສະເໜີ​ຂຶ້ນ​ໂດຍ​ປະທານາທິບໍດີ Vladimi Putin
​ແຫ່ງຣັດ​ເຊຍ​ໃນ​ຂະນະ​ທີ່​ບັນດາ​ຜູ້ນຳ​ຂອງ​ໂລກເຕົ້າ​ໂຮມ​ກັນ​ຢູ່​
ແຄ້ວ​ນ Wales ຂອງ​ອັງກິດ​ເພື່ອເລີ້ມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​
ກຸ່ມ​ເນ​ໂຕ້​ທີ່​ສຳຄັນ​ທີ່​ສຸດ​ນັ້ນ.

ທ່ານ Rasmussen ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ກຸ່ມ​ເນ​ໂຕ້ ສະ​
ແດງ​ຄວາມ​ຍິນ​ດີ​ນຳ​ຄວາມ​ພະຍາຍາມ​ທັງ​ໝົດ​ເພື່ອ​ຫາ​ທາງ​ແກ້​
ໄຂ​ບັນຫາ​ຢ່າງ​ສັນຕິ ​ຕໍ່​ວິ​ກິດ​ການ​ໃນ​ຢູ​ເຄຣນ ​ແຕ່​ທ່ານ​ກ່າວ​ວ່າ
ອັນ​ທີ່​ສຳຄັນ​ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ຕ່າງໆ​ທາງ​ພາກ​ພື້ນ​ດິນນັ້ນໂດຍໃຫ້ຂໍ້ສັງເກດ​ວ່າ ຣັດ​ເຊຍ​ຍັງ​ທຳ​ການ “​ໂຈມ​ຕີ” ​ໃນ​ຢູ​ເຄຣນຢູ່.

ຄາດ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ເປັນເວລາສອງມື້ຂອງ​ກຸ່ມ​ເນ​ໂຕ້ຢູ່​ນອກ​ເມືອງ Newport ຂອງ​ຊາວ Welsh ຈະ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການຈັດ​ຕັ້ງກຳລັງ​ທະຫານ​ເພື່ອ​ຕອບ​ໂຕ້​ຢ່າງ​ໄວ ທີ່​ສາມາດ​ຈັດ​ສົ່ງ​ກຳລັງ​ນີ້ພາຍໃນ​ເວລາສັ້ນໆ ​ໄປ​ຍັງ​ເຂດ​ທີ່​ມີ​ບັນຫາ​ໃນ
​ພາກຕາ​ເວັນ​ອອກ ຂອງ​ຢູ​ໂຣບ.

ຣັດ​ເຊຍ ຊຶ່ງ​ໄດ້​ຄັດຄ້ານຢ່າງ​ແຂງ​ແຮງຕໍ່​ການ​ມີໜ້າ​ໃດໆ​ຂອງ​ກຸ່ມ​ເນ​ໂຕ້​ໃກ້​ກັບ​ຊາຍ​ແດນ​ຂອງ​ຕົນ ​ໄດ້​ປະນາມ​ແນວ​ຄິດ​ທີ່​ຈັດ​ຕັ້ງ​ກຳລັງ​ຕອບ​ໂຕ້​ຢ່າງ​ໄວ​ນີ້. ​ໃນ​ຕົ້ນ​ອາທິດ​ນີ້ ຣັດ​ເຊຍ​ກ່າວ​ວ່າ ຕົນ​ຈະ​ທົບ​ທວນ​ເບິ່ງ​ຍຸດ​ທະ​ສາດຕ່າງໆ​ທາງ​ດ້ານ​ທະຫານ​ຂອງ​ຕົນ​ໃນຢູ​ໂຣບຕາ​ເວັນ​ອອກ ຖ້າ​ກຸ່ມ​ເນ​ໂຕ້​ຫາກ​ສະໜັບສະໜຸນ​ກອງ​ກຳລັງ​ດັ່ງກ່າວ​ຂຶ້ນ.

NATO LEADERS ARRIVING
please wait
Embed

No media source currently available

0:00 0:02:39 0:00

​ເນ​ໂຕ້ ກະ​ປະມານ​ວ່າ ມີ​ທະຫານຣັດ​ເຊຍ​ຈຳນວນ 1 ພັນ​ຄົນ​ຢູ່​ໃນ​ຢູ​ເຄຣນ ​ແຕ່​ມົສກູ​ໄດ້​ປະຕິ​ເສດ​ຊ້ຳ​ແລ້ວ​ຊ້ຳ​ອີກ​ ຕໍ່ການ​ມີໜ້າ​ຂອງ​ທະຫານ​ຂອງ​ຕົນ​ໃນ​ດິນ​ແດນ​ຂອງ​ຢູ​ເຄຣນ
ນັ້ນ.

​ແຜນການ 7 ຂໍ້​ຂອງ​ທ່ານ​ພູ​ຕິນ ມີ​ວັດຖຸ​ປະສົງ​ແນໃສ່ເພື່ອ​ຢຸດ​ການ​ກໍ່ກະບົດ​ຂຶ້ນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ. ນອກນັ້ນຍັງຮຽກຮ້ອງ​ໃຫ້​ຖອນທະຫານທະຫານ​ຢູ​ເຄຣນຈຳນວນ
ຫຼວງຫລາຍອອກ​ຈາກ​ເຂດ​ຕາ​ເວັນອອກ​ທີ່​ປະຊາຊົນ​ປາກ​ພາສາຣັດ​ເຊຍ ​ແລະ​ໃຫ້​ສົ່ງ​ພວກ​ນັກ​ສັງ​ເກດ​ການ​ນາໆ​ຊາດ​ໄປ​ຍັງ​ເຂດ​ດັ່ງກ່າວ.

ປະທານາທິບໍດີ Petro Poroshenko ​ແຫ່ງ​ຢູ​ເຄຣນ ກຳນົດ​ຈະ​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ເນ​ໂຕ້ ​ໃນ​ຖານະ​ເປັນ​ແຂກ​ຮັບ​ເຊີນ​ທີ່​ບໍ່ໄດ້​ເປັນ​ປະ​ເທດ​ສະມາຊິກ ​ແລະ​ບັນດາ​
ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ​ຈະ​ທຳການ​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ຢູ່​
ຂ້າງ​ນອກ​ກອງ​ປະຊຸມ​ນັ້ນ.

ບັນດາ​ຜູ້ນຳ​ປະ​ເທດ​ໃນ​ກອງ​ປະຊຸມ​ສຸດ​ຍອດ ຍັງ​ຄາດ​ເຊັ່ນ​ກັນ​ວ່າ ຈະ​ທຳ​ການ​ໂອ້​ລົມ​ສົນ
ທະນາ​ກັນ​ເລື້ອງ​ຍຸດ​ທະ​ສາດ​ຕ່າງໆ ​ເພື່ອ​ຕອບ​ໂຕ້​ຕໍ່ໄພ​ຂົ່ມຂູ່​ຈາກ​ກຸ່ມ​ລັດ​ອິສລາມ​ຫົວ​ຮຸນ​ແຮງ ທີ່​ໄດ້​ຍຶດ​ເອົາ​ຫຼາຍ​ເຂດ​ແລ້ວໃນ​ພາກ​ເໜືອ​ຂອງ​ອີຣັກ ​ແລະ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍນັ້ນ.
ສະຫະລັດ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ມາ​ຕໍ່​ກຸ່ມ​ດັ່ງກ່າວ​ໃນ​ອີຣັກ ​ໃນ​ຂະນະ​ທີ່​ພວກ​ປະ​ເທດ​ສະມາຊິກ​ອື່ນໆ​ຂອງ​ກຸ່ມ​ເນ​ໂຕ້ ​ໄດ້​ເລີ້ມ​ໃຫ້ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸດສະທຳ​.

ພວກ ​28 ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ເນ​ໂຕ້ ​ເບິ່ງ​ຄື​ວ່າ ​ຈະ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ ກ່ຽວ​ກັບ​ບັ້ນ​ສຸດ​ທ້າຍ​ຂອງ​ສົງຄາມ​ໃນ​ອັຟກາ​ນິສຖານ​ທີ່ດຳເນີນມາ​ໄດ້ 13 ປີ​ເຊັ່ນ​ກັນ. ຄາດ​ວ່າ​ພວກ​ທະຫານ​ຕ່າງປະ​ເທດ​ທັງ​ໝົດ​ຈະຖອນ​ອອກ​ຈາກ​ອັຟກາ​ນິສຖານ​ ​ພາຍ​ໃນ​ທ້າຍ​ປີ​ນີ້.

POROSHENKO NATO LEADERS
please wait

No media source currently available

0:00 0:00:40 0:00

NATO Secretary-General Anders Fogh Rasmussen has voiced skepticism about a Ukraine cease-fire plan put forth by Russian President Vladimir Putin, as world leaders gather in Wales for the start of a critical NATO summit.

Rasmussen said Thursday that NATO welcomes all efforts to find a peaceful solution to the crisis in Ukraine. But he said what counts is developments on the ground, noting that Russia is still "attacking" Ukraine.

The two-day NATO summit outside the Welsh city of Newport is expected to discuss formation of a rapid response military force capable of deploying on short notice to trouble spots in eastern Europe

Russia, which has strongly opposed any NATO presence near its borders, has denounced the idea of a rapid response unit. Earlier this week, Russia said it will review its own military strategies in eastern Europe if NATO endorses creation of the force.

NATO estimates at least 1,000 Russian troops are in Ukraine. Moscow has repeatedly denied any military presence on Ukrainian territory.

Mr. Putin's 7-point plan is aimed at halting the separatist rebellion in eastern Ukraine. It calls for a large-scale Ukrainian military pullback in the Russian-speaking east and the deployment of international monitors.

Ukraine's President Petro Poroshenko is due to attend the summit as a non-member invitee, and officials say he will meet with Western leaders on the sidelines of the gathering.

Leaders at the summit are also expected to discuss strategies for countering the threat from the Islamic State militant group that has overrun large parts of northern Iraq and eastern Syria.

The U.S. has been carrying out airstrikes against the group in Iraq, while other alliance members have begun providing humanitarian aid.

The 28 NATO members are also likely to talk about the final stages of the 13-year Afghan war. All foreign combat troops are expected to leave Afghanistan by the end of the year.

XS
SM
MD
LG