ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ອະນຸມັດໃຫ້ ເຮືອບິນທະຫານ ສຫລ ໂຈມຕີ ພວກຫົວຮຸນແຮງ ຢູ່ອີຣັກ (ສະໄລດ໌/ວີດີໂອ)


ປ. ບາຣັກ ໂອບາມາ ແຫ່ງສະຫະລັດ ເວົ້າເຖິງສະຖານະການ
ບັນເທົາທຸກດ້ານມະນຸດສະທຳ ໃນອີຣັກ ທີ່ທຳນຽບຂາວ, ວັນທີ 7 ສິງຫາ 2014.
ປ. ບາຣັກ ໂອບາມາ ແຫ່ງສະຫະລັດ ເວົ້າເຖິງສະຖານະການ ບັນເທົາທຸກດ້ານມະນຸດສະທຳ ໃນອີຣັກ ທີ່ທຳນຽບຂາວ, ວັນທີ 7 ສິງຫາ 2014.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ໄດ້​ອະນຸມັດ​ໃຫ້
ເຮືອບິນ​ທະຫານ​ຂອງ​ສະຫະລັດ ທຳການ​ໂ​ຈມຕີ ​“​ແບບ​ມີເປົ້າ​
ໝາຍ”
ຕໍ່ພວກອິສລາມ​ຫົວ​ຮຸນ​ແຮງຈັດ​ໃນ​ພາກ​ເໜືອ​ຂອງ​ອີຣັກ.

​ໃນ​ຄຳຖະ​ແຫຼງ​ໃຫ້​ຊາບ​ໃນ​ຄືນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີ​
ໂອ​ບາ​ມາ ​ໄດ້​ກ່າວ​ເຊັ່ນ​ກັນ​ວ່າ ພວກ​ເຮືອບິນ​ອະ​ເມຣິກັນ ​ໄດ້​ຖິ້ມ
​ສະບຽງເຂົ້າປາອາຫານ​ແລະ​ນ້ຳ​ດື່ມ​ນ້ຳ​ໃຊ້​ສຸກ​ເສິນ ​ໃຫ້​ແກ່​ຊາວ​
ອີຣັກທີ່​ຖືກຂົ່ມ​ຂູ່ ​ໂດຍພວກ​ຫົວ​ຮຸນ​ແຮງ​ຈັດ​ນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ “ມື້​ນີ້ ຂ້າພະ​ເຈົ້າ​ໄດ້​ອະນຸມັດໃຫ້​ທຳ​
ການປະຕິບັດ​ງານ​ສອງ​ຢ່າງ​ໄດ້ ​ໃນ​ອີຣັກ ຄື: ການ​ໂຈມ​ຕີ​ທາງ​ອາກາດ​ທີ່ແນ​ໃສ່
ເປົ້າ​ໝາຍ​ສະ​ເພາະ ​ເພື່ອ​ປົກ​ປ້ອງ​ບັນດາພະນັກງານອະ​ເມຣິກັນ​ຂອງ​ພວກ​ເຮົາ ​
ແລະ​ຄວາມ​ພະຍາຍາມ​ດ້ານ​ມະນຸດສະທຳ​ ເພື່ອ​ຊ່ອຍ​ເຫຼືອ​ພວກ​ພົນລະ​ເຮືອນ
​ອີຣັກຫຼາຍ​ພັນ​ຄົນ​ ທີ່​ຖືກ​ຕົກ​ຄ້າງ​ຢູ່​ເທິງ​ພູ​ແຫ່ງ​ນຶ່ງ ​ໂດ​ບ​ບໍ່​ມີ​ເຂົ້າປາ​ອາຫານ​ແລະ
​ນ້ຳກິນ ​ແລະ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ການ​ເສຍ​ຊີວິດ​ ເກືອບ​ວ່າ​ແນ່ນອນ​ນັ້ນ.”

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ສະຫະລັດ​ມີ​ຄວາມ​ຮັບຜິດຊອບທີ່​ຈະ​ປ້ອງ​ກັນ “ບໍ່​ໃຫ້​ມີ​ການ​
ກະທຳ
ທີ່​ມີ​ຄວາມ​ບົ່ມ​ຊ້ອນ​ຈະ​ເປັນ​ການ​ດັບ​ສູນ​ເຊື້ອ​ຊາດ​ເຜົ່າ​ພັນ” ​ໂດຍ​ພວກ​ຫົວ
​ຮຸນ​ແຮງ​ທີ່​ຢາກ​ກໍ່​ຕັ້ງ​ລັດ​ອິສລາມ​ຂຶ້ນ ທີ່​ໄດ້​ທຳ​ການ​ບັງຄັບ​ແລະ​ສັງຫານ ​ພວກ​ຊົນເຜົ່າ
​ນ້ອຍແລະ​ພວກຖື​ສາສະໜາສ່ວນ​ນ້ອຍ​ ຈຳນວນ​ຫຼວງຫຼາຍ ​ໃນ​ຂະນະ​ທີ່ພວກ​ເຂົາ​
ເຂົ້າ​ຍຶດ​ເອົາ​ຫຼາຍເຂດໃນ​ພາກ​ເໜືອ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກນັ້ນ.

ທ່ານປະທານາທິບໍດີກ່າວອີກ​ວ່າ ທ່ານ​ໄດ້​ອະນຸມັດ​ໃຫ້​ມີ​ “ການ​ນຳໃຊ້​ແບບຈຳກັດ”​ ​
ແສນ​ຍານຸພາບ​ທາງ​ອາກາດ​ຂອງອະ​ເມຣິກາ ກໍ​ເພື່ອ​ປົກ​ປ້ອງ​ພວກ​ພະນັກງານ​ອະ​ເມຣິ
ກັນ ຖ້າ​ຫາກ​ພວກ​ຫົວ​ຮຸນ​ແຮງ​ເຄື່ອນ​ເຂົ້າໄປ ສູ່​ເມືອງຫຼວງ Irbil ຂອງ​ຊາວ​ເຄີ​ດ.​

​ເຖິງ​ແມ່ນ​ທ່ານ​ໂອ​ບາ​ມາໄດ້​ກ່າວ​ເນັ້ນ​ວ່າ ຈະ​ບໍ່​ມີ​ການ​ສົ່ງ​ທະຫານ​ທາງ​ພາກ​ພື້ນ​ດິນ​ຂອງ​ສະຫະລັດ​ໄປກໍ​ຕາມ ​ແຕ່​ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້ ກໍຍັງ​ເປັນ​ການ​ໃຊ້​ກຳລັງ​ທະຫານ​ອະ​ເມ
ຣິກັນ​ຢ່າງ​ຫຼວງຫຼາຍ​ທີ່​ສຸດ​ໃນອີຣັກ ນັບ​ແຕ່​ທະຫານ​ສະຫະລັດ ​ໄດ້​ຖອນ​ອອກ​ມາ ​ໃນ​ປີ 2011 ລຸນ​ຫຼັງ​ສົງຄາມ​ທີ່​ດຳ​ເນີນ​ມາ​ໄດ້​ເກືອບ​ນຶ່ງ​ທົດ​ສະ​ວັດ​ນັ້ນ.

Iraq8august14
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG