ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດແລະອີກ 8 ປະເທດ ຕົກລົງສ້າງຕັ້ງ ພາຄີຂ້າມປາຊິຟິກ


ກອງປະຊຸມພວກຜູ້ນໍາ APEC ທີ່ໂຮໂນລູລູ ລັດຮາວາຍ
ກອງປະຊຸມພວກຜູ້ນໍາ APEC ທີ່ໂຮໂນລູລູ ລັດຮາວາຍ

ສະຫະລັດ​ແລະ​ອີກແປດ​ປະ​ເທດ ທີ່​ກອງ​ປະຊຸມ​ທີ່​ນະຄອນຫລວງໂຮ​ໂນ​ລູລູ ລັດ​ຮາ​ວາຍ
ໄດ້ເຫັນ​ພ້ອມ​ນໍາກັນ​ກ່ຽວ​ກັບ​ໂຄງ​ຮ່າງໂດຍ​ສັງ​ເຂບທີ່​ກ້ວາງ​ຂວາງ ​ຂອງ​ຂໍ້​ຕົກລົງສ້າງ​ຕັ້ງ​
ເຂດ​ການ​ຄ້າ​ເສລີ​ລຽບ​ຝັ່ງ​ມະຫາ​ສະມຸດ​ປາຊິ​ຟິກ.

ໃນ​ຖະ​ແຫລ​ງການ​ຮ່ວມ​ສະບັບ​ນຶ່ງ​ອອກເມື່ອ​ວັນ​ເສົາ​ວານ​ນີ້ ພວກ​ຜູ້​ນໍາ​ຂອງ​ເກົ້າປະ​ເທ​ດ​
ໄດ້​ເອີ້ນຂໍ້​ຕົກລົງ ​ພາຄີ​ຂ້າມ​ປາຊິ​ຟິກ​ ວ່າ​ເປັນ​ຂີດ​ໝາຍ​ໄປ​ສູ່​ເປົ້າໝາຍ​ຂອງ​ເຂົາ​ເຈົ້າໃນ​ການ
ເຊື່​ອມ​ໂຍງເສດຖະກິດ​ຂອງ​ພວກ​ເຂົາ​ເຈົ້າ​ເຂົ້າກັນ ແລະເຮັດ​ໃຫ້​ມີ​ເສ​ຮີ​ພາບ​ຫລາຍ​ຂຶ້ນ​ໃນ
ການ​ຄ້າ​ແລະ​ການ​ລົງທຶນນໍາ​ກັນ​ແລະ​ກັນ. ນອກ​ນີ້​ພວກ​ຜູ້​ນໍາ​ດັ່ງກ່າວ​ຍັງ​ໄດ້​ສະ​ແດງ​ຄວາມ
ໝັ້ນ​ໃຈ​ວ່າ ຂໍ້​ຕົກລົງ​ນີ້​ຈະ​ຊ່ວຍສ້າງ​ໜ້າ​ວຽກ ປັບປຸງ​ມາດຕະການ​ຄອງ​ຊີບແລະ​ລົດ​ຜ່ອນ
ຄວາມທຸກ​ຈົນ​ລົງ ​ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ.

ນອກເໜືອ​ຈາກ​ສະຫະລັດ​ແລ້ວ ສະມາຊິກ​ໃນ​ພາຄີ​ມີ ອອສ​ເຕຣ​ເລຍ ບຣູໄນ ຊີ​ເລ ມາ​ເລ
ເຊຍ ນີວ​ຊີ​ແລນ ​ເປຣູ ສິງ​ຄະ​ໂປ ​ແລະ ຫວຽດນາມ ສ່ວນ​ຍີ່ປຸ່ນ​ກໍໄດ້​ສະ​ແດງ​ຄວາມສົນ​ໃຈ​
ຢາກ​ຈະ​ເຂົ້າຮ່ວມ​ຢູ່ຄື​ກັນ.

ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ​ເປັນ​ເຈົ້າພາບ​ກອງ ປະຊຸມ​ພວກ​ຜູ້​ນໍາ​
ກຸ່ມ​ເອ​ເພັກ ເປັນ​ເວລາ​ສອງ​ມື້ຄັ້ງນີ້​ ທີ່​ລັດ​ບ້ານ​ເກີດຂອງ​ທ່ານ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ຂໍ້
ຕົກລົງ​ກັບ​ປະ​ເທດ​ຕ່າງໆ​ກຸ່ມນຶ່ງ ​ທີ່ໄດ້​ທໍາ​ການ​ຄ້າ​ປະ​ຈໍາປີ ​ໃນ​ມູນ​ຄ່າ​ປະມານ 200 ພັນ
ລ້ານ​ໂດ​ລາກັບ ສະຫະລັດ ຢູ່​ແລ້ວນັ້ນ ຈະ​ໃຫ້​ຜົນ​ປະ​ໂຍດ​ແກ່​ປະ​ເທດ​ທັງ​ໝົດ​ທີ່​ມີ​ສ່ວນ​ນໍາ
ກັນເພາະວ່າ​ ມັນ​ຈະ​ກະຕຸກ​ຊຸກຍູ້​ການ​ສົ່ງ​ອອກ ​ແລະ​ສ້າງ​ໜ້າ​ວຽກ.

ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ພວກ​ປະ​ເທດ​ສະມາຊິກ​ໄດ້​ສັ່ງ​ໃຫ້​ທີ​ມງານເຮັດ​ລາຍ​ລະອຽດ
ຕ່າງໆ​ທີ່​ຍັງ​ຄ້າງ​ຄາ​ນັ້ນ​ໃຫ້​ສໍາ​ເລັດ​ລຸ​ລ່ວງ ​ເພື່ອຈະສະ​ຫລູບຂໍ້​ຕົກລົງ​ກັນ ​ພາຍ​ໃນ​ປີ​ຕໍ່​ມາ​ນີ້.

ເບິ່ງວີດີໂອ ລາຍງານທີ່ກ່ຽວຂ້ອງກັນ:

XS
SM
MD
LG