ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ປ. ​ໂອ​ບາ​ມາ ເຈລະຈາ​ກັບ ​​ພວກຜູ້​ນໍາຂົງເຂດ​​ເອ​ເຊຍ


ປະທານາທິບໍດີ Barack Obama, ທີ 2 ຈາກຊ້າຍ, ກັບປະທານາທິບໍດີອິນໂດເນເຊຍ ທ່ານ Susilo Bambang Yudhoyono, ກາງ, ແລະພັນລະຍາ ທ່ານນາງ Kristiani, ຊ້າຍສຸດ, ພ້ອມກັບຜູ້ນໍາປະເທດອື່ນໆ ຂະນະທີ່ຍ່າງໄປ ຍັງງານລ້ຽງອາຫານຄໍ່າ, ຢູ່ເກາະບາຫລີ, ອິນໂດເນເຊຍ, ວັນທີ 18 ພະຈິກ 2011. (AP Pho
ປະທານາທິບໍດີ Barack Obama, ທີ 2 ຈາກຊ້າຍ, ກັບປະທານາທິບໍດີອິນໂດເນເຊຍ ທ່ານ Susilo Bambang Yudhoyono, ກາງ, ແລະພັນລະຍາ ທ່ານນາງ Kristiani, ຊ້າຍສຸດ, ພ້ອມກັບຜູ້ນໍາປະເທດອື່ນໆ ຂະນະທີ່ຍ່າງໄປ ຍັງງານລ້ຽງອາຫານຄໍ່າ, ຢູ່ເກາະບາຫລີ, ອິນໂດເນເຊຍ, ວັນທີ 18 ພະຈິກ 2011. (AP Pho

ປະທານາທິບໍດີ​ສະຫະລັດ ​ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້ທໍາ​ການ​ເຈລະຈາ​ກັບ​ພວກ​ຜູ້​ນໍາ
​ຂົງເຂດ​ເອ​ເຊຍ ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ສຸດຍອດ​ເອ​ເຊຍ​ຕາ​ເວັນ​ອອກ​ທີ່​ເກາະ​ບາ​ຫລີ
ປະ​ເທດ​ອິນ​ໂດ​ເນ​ເຊຍ.

ຫລັງ​ຈາກ​ການ​ເດີນທາງໄປ​ຮອດ ທ່ານ​ໂອ​ບາ​ມາ ກໍ​ໄດ້ເປັນ​ພິຍານ​ໃນ​ການ​ເຊັນ​ສັນຍາ
​ສັ່ງເຮືອບິນ​ໄອ​ພົ່ນໂບອິ້ງຫລາຍ​ລໍາ ​ໂດຍ​ບໍລິສັດ​ການ​ບິນ​ພາຍ​ໃນປະ​ເທດ Lion Air ​
ຂອງອິນ​ໂດ​ເນ​ເຊຍ.

ບໍລິສັດ​ໂບອິ້ງກ່າວ​ເມື່ອ​ວັນ​ພະຫັດ​ວານ​ນີ້​ວ່າ ການ​ສັ່ງ​ຊື້ຍົນ​ໄອ​ພົ້ນ​ໂບອິ້ງ ລຸ້ນ 737
ຈໍານວນ 230 ລໍາ ທີ່ຕົກ​ເປັນ​ເງິນ​ເກືອບ 22 ພັນ​ລ້ານ​ໂດລານັ້ນ ​ນັບ​ວ່າ​ເປັນການ​ສັ່ງ
​ຊື້​ທາງ​ພານິດ ຈໍານວນ​ຫລາຍ​ທີ່​ສຸດ​ໃນ​ປະວັດ​ສາດ ຂອງ​ບໍລິສັດ.

ກອງ​ປະຊຸມ​ສອງ​ຝ່າຍ​ເທື່ອ​ທໍາ​ອິດ​ໃນ​ລາຍການ​ຂອງ​ທ່ານ​ໂອບາ​ມາ ​ແມ່ນປະຊຸມ​ກັບ
​ນາຍົກລັດຖະມົນຕີອິນ​ເດຍ ທ່ານ Manmohan Singh. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ
ທັງ​ສອງ​ປະ​ເທດຫລິງ​ເຫັນ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກ​ວ່າ​ ເປັນ​ເວທີ​ຊັ້ນ
​ນໍາ​ສໍາລັບ​ປະ​ຕິ​ບັດ​ງານຮ່ວມ​ກັນ​ໃນຫລາຍໆບັນຫາ ​ນັບ​ຕັ້ງ​ແຕ່​ຄວາ​ມໝັ້ນຄົງ​ຂອງ​
ການ​ເດີນທະ​ເລ ​ແລະ​ການ​ຫ້າມແຜ່ຜາຍ​ນີວ​ເຄລຍ ​ໄປ​ຫາ ການເສີມ​ຂະຫຍາຍຄວາມ​
ຮ່ວມ​ມື​ກັນໃນ​ເລື່ອງການບັນ​ເທົາ​ໄພພິບັດ ແລະ​ການ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທໍາ​.

ນອກ​ນີ້​ແລ້ວ ປະທານາທິບໍດີ​ສະຫະລັດ ຍັງ​ໄດ້​ພົບ​ປະ​ກັບ​ພວກ​ຜູ້​ນໍາ​ຈາກ ຟິລິບ​ປິນ
ມາ​ເລ​ເຊຍ ແລະ​ເຈົ້າພາບ​ກອງ​ປະຊຸມ​ສຸດ​ຍອດ​ກໍ​ຄື​ອິນ​ໂດ​ເນ​ເຊຍ ກ່ອນ​ຈະ​ເຂົ້າຮ່ວມ​
ງານ​ລ້ຽງ​ອາຫານ​ຄໍ່າ​ ຂອງ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍຕາ​ເວັນ​ອອກ.

ໃນ​ລະຫວ່າງ​ການ​ຢ້ຽມຢາມ​ເກາະ​ຕາກ​ອາກາດ​ບາ​ຫລີ​ຂອງ​ອິນ​ໂດ​ເນ​ເຊຍຄັ້ງ​ນີ້ ທ່ານ​
ໂອ​ບາ​ມາຍັງ​ຈະ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້​ນໍາຂອງພວກ​ປະ​ເທດເອ​ເຊຍ ທີ່​ສະ​ແຫວ​ງຫາ
​ຄວາມ​ສະໜັບສະໜຸນ​ຈາກສະຫະລັດ​ ໃນ​ກໍລະນີ​ພິພາດ​ເລຶ່ອງ​ເຂດນໍ້າ​ແດນ​ດິນ​ກັບ​ຈີນ​
ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນນໍາ.

XS
SM
MD
LG