ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາຢ້ຽມຢາມ ອິນໂດເນເຊຍ


ປະທານາທິບໍດີໂອບາມາ ຍ່າງຮຽງຂ້າງກັບປະທານາທິບໍດີ ຊູຊີໂລບັມບັງ ຢຸດໂທໂຢໂນະ ແຫ່ງອິນໂດເນເຊຍ ວັນທີ 9 ພະຈິກ 2010.
ປະທານາທິບໍດີໂອບາມາ ຍ່າງຮຽງຂ້າງກັບປະທານາທິບໍດີ ຊູຊີໂລບັມບັງ ຢຸດໂທໂຢໂນະ ແຫ່ງອິນໂດເນເຊຍ ວັນທີ 9 ພະຈິກ 2010.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ​ໄດ້​ເດີນ
ທາງ​ໄປ​ຮອດອິນ​ໂດ​ເນ​ເຊຍ​ແລ້ວ ຊຶ່ງ​ເປັນ​ການ​ຢ້ຽມ​ຢາມ
ທີ່​ຜູ້​ຄົນ​ລໍຄອຍ​ມາ​ເປັນ​ເວລາດົນ​ນານ ບ່ອນ​ທີ່​ທ່ານ​ຫວັງ​ວ່າ
ຈະ​ສົ່ງ​ເສີມ​ສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດ ​ແລະ​ຄວາມ
ປອດ​ໄພ ​ແລະ​ສືບ​ຕໍ່​ການພົວພັນ​ຂອງ​ທ່ານ​ກັບ​ໂລກ​ມຸສລິ​ມ​ນັ້ນ.

ມັນ​ເປັນ​ການ​ກັບ​ຄືນ​ໄປ​ຢ້ຽມຢາມບ້ານ​ເກີດ​ເມືອງ​ນອນ​ແບບ​
ໃດ​ແບບ​ນຶ່ງສໍາລັບ​ທ່ານ​ໂອ​ບາ​ມາ ຊຶ່ງ​ທ່ານ​ເຄີຍ​ອາ​ໄສ​ຢູ່​ໃນ
ປະ​ເທດ​ນັ້ນ ​ເປັນ​ເວລາ 4 ປີ ​ເວລາ​ຍັງ​ເປັນ​ເດັກນ້ອຍ​ຢູ່​.
ແຕ່ຄວາມ​ດີ​ອົກ​ດີ​ໃຈ​ຢ່າງ​ລົ້ນເຫລືອ​ຂອງ​ການ​ຢ້ຽມຢາມ​ນີ້​
ໄດ້​ມືດມົວ​ລົງ​ແບບ​ໃດ​ແບບ​ນຶ່ງ ​ຫລັງ​ຈາກແຜນການ​ຢ້ຽມ
ຢາມ 2 ຄັ້ງກ່ອນ​ນັ້ນ​ ໄດ້​ຖືກ​ລົບ​ລ້າງ​ໄປ.

ບັນດາ​ຜູ້​ຊ່ອຍ​ວຽກ​ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ປະທານາທິບໍດີ​ຈະ​ເພ່ງ​ເລັງໃສ່​ຫລາຍ​ຢ່າງ​ໃນ
ເລື້​ອງດຽວ​ກັນ​ຄື​ກັນ​ກັບ​ການ​ຢ້ຽມຢາມ​ອິນ​ເດຍທີ່​ຫາ​ກໍເສັດ​ສິ້ນ​ລົງ​ນັ້ນ ທີ່​ຮວມທັງ​ການ​
ຮ່ວມ​ມື​ທີ່​ໃກ້ຊິດ​ຂຶ້ນ​ວ່າ​ດວຍການ​ຕໍ່ຕ້ານການ​ກໍ່​ການ​ຮ້າຍ ການ​ເຕີບ​ໂຕ​ຂອງ​ເສດຖະກິດ
ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ແລະ​ພະລັງງານ​ທີ່​ສະອາດ. ການ​ໂອ້​ລົມ​ສົນທະນາ​ກັນ
ດໍາ​ເນີນສືບ​ຕໍ່​ໄປ​ໃນ​ງານລ້ຽງ​ອາຫານ​ຄໍ່າ​ຕ້ອນຮັບ​ກັບ​ປະທານາທິບໍດີ Susilo Bam-
bang Yudhoyono ​ແຫ່ງ​ອິນ​ໂດ​ເນ​ເຊຍ​ນັ້ນ.

ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ທ່ານ​ໂອ​ບາ​ມາ​ມີ​ໝາຍ​ກໍານົດ​ຈະ​ໄປ​ຢ້ຽມຢາມໂບດ Istiqlal ຊຶ່ງ​ເປັນ
ໂບດ​ອິສລາມ​ໃຫຍ່​ທີ່​ສຸດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້ ​ແລະ​ກ່າວ​ຄໍາ​ປາ​ໄສ​ໃນ​ກາງ
ແຈ້ງ​ຕໍ່​ປະຊາຊົນ​ອິນ​ໂດ​ເນ​ເຊຍ. ​ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ຜູ້​ຊ່ອຍ​ວຽກ​ປະ​ຈໍາ​ທໍານຽບຂາວ
ກ່າວ​ວ່າລາຍການ​ຂອງ​ທ່ານ​ອາດ​ຈະ​ຕ້ອງ​ໄດ້ຕັດ​ສັ້ນ​ລົງ ​ເພາະວ່າ ຂີ້​ເຖົ່າ​ໄຟຈາກ​ພູໄຟ​ໃນ​
ເກາະ Java ​ໃນ​ພາກ​ກາງ​ເປັນ​ໄພ​ອັນຕະລາຍ​ທີ່​ຈະ​ລົບ​ກວນ​ຕໍ່​ການ​ຈະລາຈອນ​ທາງ​ອາ
ກາດ​ນັ້ນ.

ທ່ານ​ໂອ​ບາ​ມາ​ກໍາລັງ​ຢູ່​ໃນ​ລະຫວ່າງ​ການ​ທ່ຽວ​ຢ້ຽມຢາມ 4 ປະ​ເທດ​ໃນເຂດ​ເອ​ເຊຍ ຊຶ່ງ​
ຕໍ່​ໄປ​ທ່ານ​ຈະ​ເດີນທາງ​ກັບ​ໄປ​ກັບ​ມາຍັງ​ເກົາຫລີ​ໃຕ້​ແລະ​ຍີ່ປຸ່ນ​ເພື່ອ​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ
ຍອດ​ດ້ານ​ເສດຖະກິດຢູ່​ທີ່​ນັ້ນ.

XS
SM
MD
LG