ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງປະຊຸມສຸດຍອດ ສຫລ - ອາຊຽນ ເພັ່ງເລັງໃສ່ ເລື່ອງຕ່າງໆ ໃນທະເລຈີນໃຕ້


Obama, ASEAN Talks Focus on South China Sea
please wait

No media source currently available

0:00 0:02:15 0:00

ເຊີນຊົມ ວີດີໂອ ລາຍງານນີ້

​ສະຫະລັດ ​ແລະ​ບັນດາ​ຜູ້​ນຳ​ຂອງ 10 ປະ​ເທດ​ສະມາຊິກ​ບັນດາ
​ປະຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫຼື ອາ​ຊຽນ ກ່າວ
​ວ່າ ຕ້ອງ​ໄດ້​ມີ​ການ ​ເອົາ​ມາດ​ຕະການ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ
​ຕຶງ​ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້.​ ການ ຂັດ​ແຍ້​ງ​ເລື້ອງ​ເຂດ​ນ້ຳ​ແດນດິນ
ໃນ​ພູມີພາກໄດ້​ຄອບ​ງຳ​ການ​ເຈລະຈາສຸດ​ຍອດ​ຄັ້ງ ປະຫວັດສາດ
​ທີ່​ເປັນ​ເຈົ້າພາບ​ໂດຍ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ທີ່​ເມືອງ
Rancho Mirage ລັດ​ຄາ​ລີ​ຟໍ​ເນຍ.​ ຜູ້​ສື່ຂ່າວ ​ວີ​ໂອ​ເອ ປະຈຳ​ທຳ
ນຽບຂາວ Mary Alice ມີ​ລາຍ​ງານ​ກ່ຽວ​ກັບ​ກອງ​ປະຊຸມ​ນີ້ ດັ່ງ​
ໄຊ​ຈະ​ເຣີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

ຖ້າມກາງ​ຄວາມ​ຫງຽບ​ສະຫງົບຂອງ​ບ່ອນ​ຕາກ​ອາກາດ​ຊັນ​ນີ​ແລນ​ ທີ່​ມີ​ຄວາມ​ສຳຄັນ​ທາງ
​ປະຫວັດສາດ​ນີ້ ປະທານາທິບໍດີ ບາຣັກ ​ໂອບາ​ມາ ແລະບັນດາຜູ້ນຳຂອງອາຊຽນ ໄດ້​ສຳ​
ເລັດ​ເສັດ​ສິ້ນກອງ​ປ​ະຊຸມ​ສຸດ​ຍອດ ​ເປັນ​ເວລາສອງ​ມື້ ດ້ວຍ​ຄວາມ​ໝາຍໝັ້ນທີ່​ຈະດຳ​ເນີນ
ງານ​ຮ່ວມ​ກັນຫຼາຍຂຶ້ນ ​ໃນ​ຫລາຍໆດ້ານ ຮວມທັງ​ບັນຫາ​ຂັດ​ແຍ້​ງເລື້ອງເຂດ​ນ້ຳ​ແດນ​ດິນ
​ຢູ່​ທະ​ເລ​ຈີນ​ໃຕ້ທີ່​ສະຫະລັດ​ໄດ້​ຖິ້ມ​ໂທດ​ໃສ່​ຈີນ ​ວ່າ ກໍ່ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ເພີ້ມຂຶ້ນນັ້ນ.

ປະທານາທິບໍດີໂອບາມາກ່າວວ່າ ພວກເຮົາໄດ້ຫາລືກັນກ່ຽວກັບຄວາມຈຳເປັນ ໃນການ
ເອົາບາດກ້າວທີ່ເປັນຮູບປະທຳ ຢູ່ທະເລຈີນໃຕ້ ເພື່ອຫລຸດຜ່ອນຄວາມ ເຄັ່ງຕຶງ ຮວມທັງ
ການຍຸດຕິ ບໍ່ໃຫ້ມີການຖົມເກາະຖົມດອນ ການກໍ່ສ້າງໃໝ່ເພີ້ມ ຕື່ມ ຕະຫຼອດທັງການເຮັດ
ໃຫ້ເຂດທີ່ີມີການຂັດແຍ້ງກັນ ກາຍເປັນການແຂ່ງຂັນທາງດ້ານທະຫານ. ອິດສະຫຼະພາບ
ໃນການເດີນເຮືອ ຕ້ອງໄດ້ຮັບການເຄົາລົບ ການຄ້າທີ່ຖືກຕ້ອງຕາມກົດໝາຍ ບໍ່ຄວນທີ່ຈະ
ມີບັນຫາ.

ປະທານາທິບໍດີໂອບາມາ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ສະຫະລັດຈະສືບຕໍ່ຊົມໃຊ້ ອິດສະຫຼະພາບໃນການເດີນເຮືອທີ່ນັ້ນ ແລະຈະຊ່ວຍບັນດາພັນທະມິດອາຊຽນ ໃນການ
ເສີມສ້າງຄວາມສາມາດທາງດ້ານທະເລ.

ກຸ່ມອາຊຽນໄດ້ນຳອອກເຜີຍແຜ່ຫລັກການຈຳນວນນຶ່ງທີ່ເວົ້າວ່າ ຈະເປັນສິ່ງນຳ ພາອາຊຽນ
ໃນອະນາຄົດຂ້າງໜ້າ.

ພວກເຂົາເຈົ້າໄດ້ຮຽກຮ້ອງໃຫ້ມີການຮ່ວມມືກັນເພີ້ມຂຶ້ນໃນດ້ານພານິດແລະການ ຄ້າກັບ
ບັນດາ ບໍລິສັດຂອງສະຫະລັດ ເພື່ອປະກອບການແລະນະວັດຕະກຳໃໝ່ໆ ຢູຸ່ໃນບັນດາ
ປະເທດອາຊຽນ.

ນອກນັ້ນ ຍັງໄດ້ເຫັນພ້ອມນຳກັນ ກ່ຽວກັບຄວາມຈຳເປັນ ໃນການປົກປ້ອງຊັບສິນທາງດ້ານ
ສະຕິປັນຍາ ການຫລັ່ງໄຫລຢ່າງເສລີຂອງຂໍ້ມູນຂ່າວສານ ແລະຄວາມ ໂປ່ງໃສ ແລະປະທາ
ນາທິບໍດີ ໂອບາມາ ໄດ້ສະແດງໃຫ້ເຫັນເຖິງ ການໃຫ້ຄວາມສະໜັບສະໜຸນ ຂອງສະຫະລັດ
ຕໍ່ກຸ່ມສັງຄົມພົນລະເຮືອນ.

ທ່ານໂອບາມາ ກ່າວວ່າ ຂ້າພະເຈົ້າໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ສະຫະລັດຈະສືບຕໍ່
ຢືນຄຽງຂ້າງ ກັບພວກທີ່ເຮັດວຽກ ເພື່ອສ້າງຄວາມກ້າວໜ້າ ໃນທົ່ວເຂດເອເຊຍຕາເວັນອອກ
ສຽງໃຕ້ໃຫ້ແກ່ການປົກຄອງດ້ວຍຕົວບົດກົດໝາຍ ການປົກຄອງທີ່ດີ ສະຖາບັນທີ່ມີຄວາມ
ຮັບຜິດຊອບ ແລະສິດທິມະນຸດສາກົນ ສຳລັບທຸກໆຄົນ.

ການສ້າງຄວາມກ້ຳເກິ່ງຄືນໃໝ່ ໄປສູ່ເຂດເອເຊຍປາຊີຟິກ ຂອງທ່ານໂອບາມາແມ່ນຂຶ້ນຢູ່
ກັບຄວາມສຳເລັດຂອງອາຊຽນ ໃນຖານະທີ່ເປັນສູນກາງ ບ່ອນທີ່ປະ ເທດຕ່າງໆ ສາມາດ
ຊອກສະແຫວງຫາຜົນປະໂຫຍດໄດ້ ຢ່າງຖືກຕ້ອງຕາມກົດໝາຍ ແລະດ້ວຍວິທີການແບບ
ສັນຕິ.

ປະທານາທິບໍດີໂອບາມາ ກ່າວວ່າ ເມື່ອໃດ ອາຊຽນຫາກປາກເວົ້າດ້ວຍນ້ຳສຽງອັນຈະແຈ້ງ
ເປັນເອກກະພາບກັນແລ້ວ ມັນສາມາດທີ່ຈະສ້າງຄວາມກ້າວໜ້າ ໃຫ້ແກ່ຄວາມໝັ້ນຄົງ
ໂອກາດ ແລະກຽດສັກສີຂອງມະນຸດ ບໍ່ແມ່ນພຽງແຕ່ສຳ ລັບ 600 ກວ່າລ້ານຄົນ ໃນທົ່ວ
ບັນດາປະເທດອາຊຽນເທົ່ານັ້ນ ແຕ່ຍັງສຳລັບປະຊາຊົນ ໃນທົ່ວພາກພື້ນມະຫາສະມຸດ
ປາຊີຟິກ ແລະໃນທົ່ວໂລກນຳດ້ວຍ.

ປະທານາທິບໍດີໂອບາມາ​ ມີແຜນການທີ່ຈະເດີນທາງໄປຢ້ຽມຢາມຂົງເຂດເອເຊຍຕາເວັນ
ອອກສຽງໃຕ້ຕື່ມອີກສອງເທື່ອ ໃນປີສຸດທ້າຍ ຂອງການດຳລົງຕຳແໜ່ງຂອງທ່ານ.

ທ່ານຫວັງຢາກຈະສົ່ງຂໍ້ຄວາມໄປຍັງລັດຖະບານໃນອະນາຄົດທີ່ວ່າ ອາເມຣິກາ ຕ້ອງສືບຕໍ່
ການພົວພັນໃນລະດັບສູງກັບຂົງເຂດດັ່ງກ່າວ ເພື່ອຄ້ຳປະກັນຄວາມ ໝັ້ນຄົງ ແລະຄວາມ
ອຸດົມຮັ່ງມີຂອງຕົນ ໃນອະນາຄົດຂ້າງໜ້າ.

The United States and leaders of the ten Association of Southeast Asian Nations (ASEAN) say action must be taken to lower tensions in the South China Sea.The territorial disputes in the region dominated talks during a historic summit hosted by President Barack Obama in Rancho Mirage, California.White House Correspondent Mary Alice Salinas is there and has this report.

Against a tranquil backdrop at the historic Sunnylands retreat…

President Obama and ASEAN leaders ended their two-day summit with a commitment to work together more on several fronts, including territorial disputes in the South China Sea…where the U.S. blames China for rising tensions.

"We discussed need for tangible steps in South China Sea to lower tensions, including a halt to further reclamation, new construction and militarization of disputed areas. Freedom of navigation must be held, lawful commerce should not be impeded."

Obama made clear the U.S. will continue freedom of navigation exercises there and to help ASEAN allies build up their maritime capabilities.

The group released a set of principles it says will guide ASEAN in the future.

They call for more cooperation on commerce and trade, with U.S. companies tapping into emerging entrepreneurship and innovation in ASEAN countries.

They agreed on the need to protect intellectual property, the free flow of information, and transparency.And Obama expressed U.S. support for civil society.

"I made it clear that the United States will continue to stand with those across southeast Asia who are working to advance rule of law, good governance, accountable institutions and the universal human right of all people."

Obama's rebalance to the Asia Pacific hinges on ASEAN's success as a central forum where nations can pursue interests legally and peacefully.

" When ASEAN speaks with a clear, unified voice, it can help advance security, opportunity and human dignity, not only for the more than 600 million people across ASEAN, but for people across the Asia Pacific and around the world."

Obama plans to visit the region two more times during his final year in office.

He hopes to send a message to future administrations that America must continue high-level engagement there to ensure its future security and prosperity.

XS
SM
MD
LG