ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂອບາມາ ແຕ່ງຕັ້ງ ນັກການທູດ ອາວຸໂສ ເປັນເອກອັກຄະລັດຖະທູດ ປະຈຳຄິວບາ


ທ່ານ Jeffrey DeLaurentis, ອຸປະທູດ ປະຈຳສະຖານສະຫະລັດ ໃນນະຄອນຫຼວງ Havana ຂອງຄິວບາ, ກ່າວຖະແຫລງ ໃນນະຄອນ Atlanta, ວັນທີ 18 ມັງການ 2016.
ທ່ານ Jeffrey DeLaurentis, ອຸປະທູດ ປະຈຳສະຖານສະຫະລັດ ໃນນະຄອນຫຼວງ Havana ຂອງຄິວບາ, ກ່າວຖະແຫລງ ໃນນະຄອນ Atlanta, ວັນທີ 18 ມັງການ 2016.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ເລືອກເອົາ ນັກການທູດລະດັບ ສູງສຸດ ຢູ່​ໃນ​ຄິວ​ບາ ໃຫ້ເປັນເອກອັກຄະລັດຖະທູດສະ ຫະລັດຜູ້​ທຳ​ອິດ ປະຈຳປະເທດ ເກາະດອນດັ່ງກ່າ​ວ ໃນຮອບ 50 ກວ່າປີ.

ແຕ່ການແຕ່ງຕັ້ງ ທ່ານ Jeffrey DeLaurentis ເຊິ່ງຍັງຈະຕ້ອງໄດ້ຮັບການຮັບຮອງ​ເອົາ ໂດຍສະພາສູງ ນັ້ນ ແມ່ນເບິ່ງຄືວ່າ ຈະມີ ການອະພິປາຍກັນຢ່າງດຸເດືອດ ກັບບັນດາ ສະມາຊິກພັກຣີພັບບລີກັນ ທີ່ໄດ້ຄັດຄ້ານ ຕໍ່ການຟື້ນຟູສາຍສຳພັນຄືນໃໝ່ ກັບປະເທດ ຄອມມິວນິສແຫ່ງນີ້.

ທ່ານ DeLaurentis ໄດ້ເຮັດວຽກຢູ່ທີ່ສະຖານທູດສະຫະລັດແຫ່ງໃໝ່ ໃນນະຄອນຫຼວງ Havana ນັບຕັ້ງແຕ່ໄດ້ມີ​ການເປີດ ເມື່ອເດືອນກໍລະ ກົດປີກາຍນີ້. ປະທານາທິບໍດີ ໂອບາມາ ໄດ້ກ່າວວ່າ “ບໍ່ມີຜູ້ໃດ ເປັນລັດຖະກອນ ທີ່ມີຄຸນສົມບັດດີກວ່ານີ້ອີກ​ແລ້ວ.”

ບັນດາສະມາຊິກສະພາສູງອາເມຣິກັນ ທີ່​ມີເຊື້ອສາຍຄິວບາ ທ່ານ Marco Rubio ຈາກລັດ Florida ແລະ ທ່ານ Ted Cruz ຈາກລັດ Texas ຊຶ່ງ​ຕ່າງ​ກໍສັງກັດພັກ ຣີພັບບລີກັນ ໄດ້ພະຍາຍາມຈຳກັດການໃຫ້ທຶນ ແກ່ສະຖານທູດສະຫະລັດ ໃນນະ ຄອນຫຼວງ Havana ແລະ ໄດ້ກ່າວວ່າ ພວກເພິ່ນ ຈະຄັດຄ້ານ ຕໍ່ການນຳສະເໜີ ຊື່ເອກອັກຄະລັດຖະທູດໃດໆກໍ​ຕາມ ໂດຍປະທານາທິບໍດີ ໂອບາມາ.

ທ່ານ DeLaurentis ນັກການທູດອາຊີບ ໄດ້ປະຕິບັດໜ້າທີ່ ຢູ່ໃນນະຄອນຫຼວງ Havana ໃນລະຫວ່າງ ໄລຍະຂ້າມຜ່ານ ໄປສູ່ສາຍ ສຳພັນອັນໃໝ່ ທີ່ສຳຄັນ ເຊິ່ງປະເທດຄິວບາ ໃນຄັ້ງໜຶ່ງ ເຄີຍເປັນຄູ່ປໍລະປັກ ໃນຊ່ວງສົງຄາມເຢັນ ທີ່ປະກອບດ້ວຍ ການເປີດຄືນໃໝ່ ສະຖານທູດ ໃນນະຄອນຫຼວງ ວໍຊິງຕັນ ແລະ ໃນນະຄອນຫຼວງ Havana ແລະ ເລີ່ມ ຟື້ນຟູການເດີນທາງ ແລະ ການຄ້າ ລະຫວ່າງກັນ ​ໃນ​ຂອບ​ເຂດ ​ທີ່​ຍັງ​ມີ​ການຈຳກັດຢູ່ ມາເຖິງຕອນນີ້.

ທ່ານ DeLaurentis ຈະເປັນ​ເອກ​ອັກ​ຄະ​ລັດຖະທູດສະຫະລັດ ຄົນທຳອິດ ນັບຕັ້ງແຕ່ ທ່ານ Philip Bonsal ທີ່ໄດ້ຖືກແຕ່ງຕັ້ງໂດຍ ປະທາ ນາທິບໍດີ Dwight Eisenhower ​ແລະຕຳແໜ່ງດັ່ງກ່າວ​ໄດ້ເປົ່າຫວ່າງ ໃນທ້າຍຊຸມ​ປີ 1960 ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG