ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. Obama ເຫັນດີ ໃຫ້ການຊ່ວຍເຫຼືອ ທາງທະຫານຄັ້ງໃຫຍ່ແກ່ Costa Rica


ປະທານາທິບໍດີ Costa Rica ທ່ານ Luis Guillermo Solis.
ປະທານາທິບໍດີ Costa Rica ທ່ານ Luis Guillermo Solis.

ປະທານາທິບໍດີ Barack Obama ​ໄດ້​ພົບ​ປະ​ກັບ​ຄູ່​ຕຳແໜ່​ງ ປະທາ​ນາ​ທິບໍດີ Costa Rica ທ່ານ Luis Guillermo Solis ທີ່​ທຳນຽບຂາວ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ສະຫລຸບ​ຂໍ້​ຕົກລົງ ​ທີ່​ຈະ​ສົ່ງການ​ຊ່ວຍ​ເຫຼືອ​ທາງ​ທະຫານ​ຫລາຍ​ຮ້ອຍ​ລ້ານ​ໂດ​ລາ​ໄປໃຫ້​ແກ່​ປະ​ເທດ ​ອາ​ເມຣິກາ​ກາງດັ່ງກ່າວ.

​ໃນ​ຄວາມ​ພະຍາຍາມ​ເພື່ອຫາ​ທາງ​ຊ່ວຍ​ເຫລືອ​ໃນ​ການ​ປາບ​ປາມກຸ່ມຈັດ​ຕັ້ງອາ​ຊະ​ຍາ​ກຳ ແລະ​ການ​ຄ້າ​ມະນຸດ ປະທານາທິບໍດີ Obama ຊຶ່ງ​ມີ​ຮອງ​ປະທານາທິບໍດີ Joe Biden ​ເຂົ້າຮ່ວມ​ນຳ​ເຫັນ​ດີ​ທີ່​ຈະ​ມອບ​ອຸບປະກອນ​ທາງ​ທະຫານປະມານ 30 ລ້ານ​ໂດ​ລາ​ ໃຫ້​ແກ່​ປະ​ເທດ Costa Rica ທີ່​ຮວມທັງ​ເຮືອບິນ​ຂົນ​ສົ່ງສອງ​ລຳ ​ເຮືອ​ລາ​ດຕະ​ເວນ​ໃຫຍ່ສອງ​ລໍາ ​ແລະ​ເຮືອ​ລາດຕະເວນນ້ອຍ​ສອງ​ລຳ ອຸບປະ ກອນ​ສັງ​ເກ​ດການ​ທາງ​ອາກາດ ​ແລະ​ອຸບປະ ກອນຊອບ​ແວ​ເພື່ອຊ່ວຍ​ພິ​ສູດ​ຄົນ​ເຂົ້າເມືອງ​ຜິດກົດໝາຍ​ຢູ່​ໃນສະໜາມ.

ຂໍ້​ຕົກລົງດັ່ງກ່າວ ​ຍັງ​ຈະ​ສະໜອງ​ອຸບປະກອນໃຫ້ແກ່ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ ຮວມທັງ​ລົດ​ຫຸ້​ມ​ເກາະ​ສາມ​ຄັນ ພ້ອມ​ດ້ວຍ​ການ​ກໍ່​ສ້າງ​ບ່ອນຊ້ອມ​ຍິງ​ປືນ ​ແລະ​ອຸບ ປະກອນ​ສື່ສານ ໃຫ້​ແກ່​ພວກ​ຍາມ​ຢູ່​ສວນ​ອຸ​ທະຍານ​ແຫ່ງ​ຊາດ Corcovado.

​ນອກຈາກ​ອຸບປະກອນ​ແລ້ວ ສະຫະລັດ​ຍັງ​ຈະ​ໃຫ້ການ​ເຝິກ​ແອບຢ່າງ​ຫລວງ ຫລາຍ​ແກ່​ໜ່ວຍ​ຍາມ​ຝັ່ງ ​ແລະການ​ຮັກສາ​ບົວລະບັດ​ເຮືອ ​ແກ່ Costa Rica.

ປະທານາທິບໍດີ Solis ຮ້ອງ​ການ​ຊ່ວຍ​ເຫລືອຈາກ​ລັດຖະບານສະຫະລັດວ່າ “​ເປັນ​ການ​
ຊ່ວຍ​ເຫລືອ​ທີ່​ໃຫຍ່​ສຸດ​ໃນຮອບ 30 ປີ​ທີ່​ຜ່ານ​ມາ” ​ແລະ​ສັນລະ​ເສີນ​ວ່າ​ເປັນ​ຮ່ອງ​ຮອຍ​ອັນ​ດີ​ລະ​ຫວ່າງສອງ​ປະ​ເທດ.

ການ​ຊ່ວຍ​ເຫລືອ​ເປັນ​ພາກສ່ວນນຶ່ງຂອງ​ອັນ​ທີ່ຮອງ​ປະທານາທິບໍດີ Biden ອ້າງເຖິງ​ບົດ​ຄວາມ​ເຫັນໃນ​ວັນ​ຈັນ​ ຂອງ​ໂທລະພາບ Univision ວ່າ​ “​ເປັນ​ວິທີ​ການ​ ແບບ​ສອງ​ທາງ” ທີ່ແນ​ໃສ່​ເພື່ອ​ຮັບ​ມື​ກັບ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ ທີ່​ເຂົ້າ​ມາໃນ ສະຫະລັດ. ​ທາງ​ທີ່​ນຶ່ງນັ້ນ ​ກໍ​ຄື​ການ​ປະຕິບັດ​ງານ​ຢ່າງ​ຮີບ​ດ່ວນ​ແກ່​ຄົນ​ເຂົ້າ​ເມືອງ​ທີ່ຢູ່ໃ​ນອັນຕະລາຍ ​ແລະ​ທາງ​ທີ​ສອງ​ກໍ​ຄື​ການ​ແກ້​ໄຂ​ໃນ​ລະຍະ​ຍາວ ​ເພື່ອ​ຕໍ່ສູ້​ກັບ​ຮາກ​ເຫງົ້າ​ສາ​ເຫ​ດຂອງ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG