ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ໂອບາມາ ກ່າວວ່າ ຄວາມກ້າວໜ້າ ຂອງອາຟຣິກາ ກາງຕໍ່ ການພັດທະນາ ແລະ ປະຊາທິປະໄຕ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ (ຊ້າຍ), ຄຽງຫຼັງ ປະທານສະຫະພາບ ອາຟຣິກາ ທ່ານນາງ ເອັນໂກຊາສານນາ ດີລາມີນີ ສູມາ (ກາງ), ແລະ ນາຍົກລັດຖະມົນຕີ ເອທິໂອເປຍ ທ່ານ ແຮວເລີແມຣຽມ ເດີຊາເລນ໌ ເດີນທາງໄປຮອດສຳນັກງານໃຫຍ່ ຂອງສະຫະພາບອາຟຣິກາ ເພື່ອທີ່ຈະ ກ່າວຄຳປາໄສ ກ່ຽວກັບ ຄວາມໝັ້ນຄົງ ແລະ ບັນຫາເສດຖະກິດ ຕ່າງໆ ແລະ ການພົວພັນ ລະຫວ່າງ ສະຫະລັດ ແລະ ອາຟຣິກາ.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ (ຊ້າຍ), ຄຽງຫຼັງ ປະທານສະຫະພາບ ອາຟຣິກາ ທ່ານນາງ ເອັນໂກຊາສານນາ ດີລາມີນີ ສູມາ (ກາງ), ແລະ ນາຍົກລັດຖະມົນຕີ ເອທິໂອເປຍ ທ່ານ ແຮວເລີແມຣຽມ ເດີຊາເລນ໌ ເດີນທາງໄປຮອດສຳນັກງານໃຫຍ່ ຂອງສະຫະພາບອາຟຣິກາ ເພື່ອທີ່ຈະ ກ່າວຄຳປາໄສ ກ່ຽວກັບ ຄວາມໝັ້ນຄົງ ແລະ ບັນຫາເສດຖະກິດ ຕ່າງໆ ແລະ ການພົວພັນ ລະຫວ່າງ ສະຫະລັດ ແລະ ອາຟຣິກາ.

ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ ອຳ​ລາ ສຳ​ຫລັບ​ການ​ເດີນທາງ ​ໄປຢ້ຽມ
ຢາມ​ປະ​ເທດ ​ເຄັນ​ຢາ ​ແລະ ​ເອ​ທິ​ໂອ​ເປຍ ອັນ​ເປັນ​ປະຫວັດ​ການ
ເມື່ອອາທິດແລ້ວນີ້ ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​
ໂອ​ບາ​ມາ ​ໄດ້​ຊົມ​ເຊີຍ ຄວາມ​ກ້າວ​ໜ້າພິ​ເສດ ຂອງອາ​ຟຣິກາ ​
ຊຶ່ງໃນຂະນະດຽວກັນ ກໍ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຄວາມ​ກ້າວໜ້າ​
ເຊັ່ນນັ້ນ ພຽງສາມາດ​ຍືນ​ຍົງ​ຢູ່ໄດ້​ ​ໂດຍ​ຜ່ານ​ການພັດທະນາ
ຢ່າງ​ຕໍ່​ເນື່ອງ ​ແລະ ​ໃຫ້ເປັນ​ປະຊາ​ທິປະ​ໄຕ ​ສຳ​ຫລັບ​ໝົດ​ທຸກ​ຄົນ.
ຜູ້​ສື່​ຂ່າວວີ​ໂອ​ເອ ປະຈຳ​ທຳນຽບຂາວ Aru Pande ມີ​ລາຍ​ງານ
​ຕື່ມ​ ຈາກ​ສຳນັກງານ​ໃຫຍ່ ຂອງ​ສະຫະພາບ ອາ​ຟຣິກາ ​ໃນ
ນະຄອນຫຼວງ ອາ​ດິສ ອາ​ບາ​ບາ ປະ​ເທດ​ເອ​ທິ​ໂອ​ເປຍ ຊຶ່ງ​
ໄ​ຊຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.


ທ່ານ ​ໂອ​ບາ​ມາ ​ເວົ້າວ່າ “ຂ້າພະ​ເຈົ້າ ຢືນ​ຢູ່​ຕໍ່ໜ້າ​ທ່ານ ຢ່າງພາກພູມ​ໃຈ ໃນຖານະ
ທີ່ເປັນ​ຄົນ​ອາ​ເມຣິກັນ. ຂ້າ​ພະ​ເຈົ້າຢືນ​ຢູ່​ຕໍ່​ໜ້າ​ທ່ານ ດັ່ງ​ກັບ ລູກ​ຊາຍ​ຂອງ​ອາ​ຟຣິກາ
​ເຊັ່ນ​ກັນ.”

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຄຳປາໄສ ຢູ່ທີ່ ສຳນັກງານໃຫຍ່ ຂອງສະຫະພາບ ອາຟຣິກາ ໃນນະຄອນຫຼວງ ອາດິສ ອາບາບາ ເມື່ອວັນທີ 28 ກໍລະກົດ 2015.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຄຳປາໄສ ຢູ່ທີ່ ສຳນັກງານໃຫຍ່ ຂອງສະຫະພາບ ອາຟຣິກາ ໃນນະຄອນຫຼວງ ອາດິສ ອາບາບາ ເມື່ອວັນທີ 28 ກໍລະກົດ 2015.

​ດ້ວຍ​ຄຳ​ເວົ້າ​ເຫຼົ່ານັ້ນ ທ່ານ ບາຣັກ ​ໂອ​ບາ​ມາ ​ເປັນປະທານາທິບໍດີ ສະຫະລັດ ຄົນ​ທຳ​ອິດ
ທີ່​ໄດ້​ກ່າວ​ຄຳ​ປາໄສ ຕໍ່​ສະຫະພາບອາ​ຟຣິກາ ຊຶ່ງ​ເປັນ​ການ​ສະຫລຸບຄວາມສົນໃຈ ທີ່ເປັນ
ສ່ວນ​ຕົວ​ຂອງ​ທ່ານ ​ທີ່ຢາກ​ເຫັນເສດຖະກິດ ​ແລະ ການ​ພັດທະນາ​ ຂອງອາ​ຟຣິກາ ສືບຕໍ່ຂະຫຍາຍ​ໂຕ​ຂຶ້ນ​.

ທ່ານ ​ໂອ​ບາ​ມາ​ ​ເວົ້າວ່າ “ມັນ​ເປັນ​ເວລາ​ຢາ​ວນານ​ຜ່ານມາ​ແລ້ວ ທີ່ຈະ​ນຳ​ເອົາ​ເລື້​ອງ
ຂອງການມີ​ທັດສະນະ​ຄະຕິ​ ອັນ​ເກົ່າ​ແກ່ ວ່າ ອາ​ຟຣິກາ ​ເປັນ​ປະ​ເທດ​ທີ່ຕົກຢູ່ໃນ
ຄວາມທຸກ​ຍາກຕະຫລອດໄປ ​ແລະ ມີການ​ຂັດ​ແຍ້​ງກັນນັ້ນ ອອກ​ໄປ​ເສຍ​. ​ໂລກ​
ຕ້ອງ​ໄດ້​ຮັບຮູ້ ​ເຖິງ​ຄວາມ​ກ້າວໜ້າພິເສດ​ ຂອງ​ອາ​ຟຣິກາ.”

ທ່ານ ໂອບາມາ ໄດ້ຍ້ອງຍໍ ຜົນສຳເລັດຕ່າງໆທີ່ໄດ້ຮັບຂອງທະວີບ ແຫ່ງນັ້ນ ຈາກການຕົກ
ຢູ່ພາຍໃຕ້ ການຕິດແປດຂອງເຊື້ອໄວຣັສ HIV/AIDS ຕະຫລອດຈົນ ຊາວ​ອາ​ຟຣິກາ ຫຼາຍ
ລ້າຍ​ຄົນ​ ທີ່​ໄດ້ຫລຸດພົ້ນອອກ​ຈາກ​ສະພາບ​ທີ່​ທຸກ​ຍາກ ​ໃນ​ຂະນະ​ດຽວ​ກັນ ​ກໍໄດ້​ເນັ້ນ​ ໃຫ້
​ເຫັນ​ເຖິງ​ບົດບາດ ​ໃນ​ການ​ສົ່ງເສີມດ້ານການ​ຄ້າ ປັບປຸງຄວາມໝັ້ນຄົງດ້ານອາຫານ ແລະ
ພື້ນຖານໂຄງລ່າງ.

ໂດຍປາດສະຈາກ ການ​ກ່າວເຖິງຈີນ ຜູ້ທີ່ລົງທຶນຂະໜາດໃຫຍ່ ຢູ່ໃນທະວີບດັ່ງກ່າວ
ທ່ານ ໂອບາມາ ໄດ້ເນັ້ນຢ້ຳ ໃນອັນທີ່ທ່ານ ກ່າວວ່າ ໄດ້ເຮັດໃຫ້ການລົງທຶນຂອງສະຫະລັດ
ໃນອາຟຣິການັ້ນ ຫ່າງ​ໄກກັນຫຼາຍ.

Obama Remarks on Term Limits During AU Speech
please wait

No media source currently available

0:00 0:00:29 0:00

ທ່ານ ໂອບາມາ ເວົ້າວ່າ “ການພົວພັນດ້ານເສດຖະກິດ ບໍ່ສາມາດ ເປັນໄປໄດ້ ກ່ຽວ
ກັບແຕ່ການກໍ່ສ້າງພື້ນຖານໂຄງລ່າງ ຂອງບັນດາປະເທດເຫຼົ່ານັ້ນ ດ້ວຍ​ແຮງງານ
ຕ່າງຊາດ ຫຼື ການຂຸດຄົ້ນ ຊັບພະຍາກອນທຳມະຊາດ ຂອງອາຟຣິກາເທົ່ານັ້ນ.
ພາຄີ​ທາງ​ດ້ານ​ເສດຖະກິດ ອັນ​ແທ້​ຈິງ ຄວນ​ມີ​ຂໍ້​ຕົກລົງ​ທີ່​ດີ ສຳ​ຫລັບ ອາ​ຟຣິກາ
ພວກ​ເຂົາ​ເຈົ້າ ຕ້ອງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຄວາມ​ອາສາ​ມາດ ​ໃຫ້​ແກ່
ຊາວອາ​ຟຣິກາ.”

ແຕ່ຜູ້ນຳຂອງອາເມຣິກາ ໄດ້ເຕືອນວ່າ ຄວາມກ້າວໜ້າຂອງທະວີບ “ນອນຢູ່ບົນພື້ນຖານ
ທີ່ບອບບາງ”
ໂດຍມີຊາວອາຟຣິກັນ ຫຼາຍລ້ານຄົນ ທີ່ຍັງມີຊີວິດການເປັນຢູ່ ໃນສະພາບ
ທີ່ທຸກຍາກລຳບາກທີ່ສຸດ ທີ່ປາດສະຈາກ ການໄດ້ນຳໃຊ້ ສາທາລະນຸປະໂພກ ຂັ້ນພື້ນຖານ
ໃນຂະນະ ດຽວກັນນັ້ນ ຕ້ອງໄດ້ປະເຊີນກັບອັນທີ່ທ່ານເອີ້ນວ່າ “ມະເຮັງຂອງການສໍ້ລາດ
ບັງຫຼວງ.”

ທ່ານ ໂອບາມາ ໄດ້ຮັບສຽງຕອບຮັບ ທີ່ຕື່ນເຕັ້ນໃຈ ໃນເວລາທ່ານ ກ່າວເຖິງວິທີການ
ຄວາມກ້າວໜ້າ ໃນອາຟຣິການັ້ນ ແມ່ນຕ້ອງກາງຕໍ່ ປະຊາທິປະໄຕ ທີ່ເໜືອໄປຈາກ
ການເລືອກຕັ້ງທີ່ເປັນທາງການ ອີກດ້ວຍ.

ທ່ານ ໂອບາມາ ເວົ້າວ່າ “ໃນເມື່ອບັນດານັກຂ່າວ ຖືກຈັບເຂົ້າຄຸກ ຍ້ອນການທຳໜ້າທີ່
ຂອງພວກເຂົາເຈົ້າ ຫຼື ບັນດານັກເຄື່ອນໄຫວ ຖືກຂົ່ມຂູ່ ແລະ ໃນຂະນະທີ່ລັດຖະບານ ທຳການປາບປາມ ກຸ່ມສັງຄົມພົນລະເມືອງ ດັ່ງນັ້ນ ທ່ານມີປະຊາທິປະໄຕ ແຕ່ໃນນາມ ເທົ່ານັ້ນ ແຕ່ບໍ່ແມ່ນຕົວຈິງ.”

ທ່ານ ໂອບາມາ ກ່າວວ່າ ທ່ານບໍ່ເຂົ້າໃຈ ກ່ຽວກັບບັນດາຜູ້ນຳອາຟຣິ ກາ ທີ່ບໍ່ຍິນຍອມອອກ
ຈາກຕຳແໜ່ງເວລາສະໄໝການດຳລົງຕຳແໜ່ງ ຂອງພວກເຂົາໄດ້ສິ້ນສຸດລົງແລ້ວ ໂດຍຍົກ ໃຫ້ເຫັນວາ ເວລາໃນການ ດຳລົງຕຳແໜ່ງ ຂອງທ່ານເອງ ແມ່ນກຳລັງຈະໝົດລົງ.

ທ່ານເວົ້າວ່າ “ພາຍໃຕ້ລັດຖະທຳມະນູນ ຂອງພວກເຮົາ ຂ້າພະເຈົ້າ ບໍ່ສາມາດສະໝັກ ແຂ່ງຂັນອີກ. ຂ້າພະເຈົ້າ ບໍ່ສາມາດສະໝັກແຂ່ງຂັນ ອີກ. ຂ້າພະເຈົ້າ ຄິດວ່າ ແທ້ຈິງແລ້ວ ຂ້າພະເຈົ້າ ເປັນປະທານາທິບໍດີ ທີ່ດີຫຼາຍ. ຂ້າພະເຈົ້າ ຄິດວ່າ ແທ້ຈິງແລ້ວ ຖ້າຂ້າພະເຈົ້າ ລົງແຂ່ງຂັນ ອີກ ຂ້າພະເຈົ້າ ອາດຈະໄດ້ຮັບໄຊຊະນະ. ແຕ່ຂ້າພະເຈົ້າບໍ່ສາມາດເຮັດໄດ້.”

ປະທານາທິບໍດີ ໂອບາມາ ສະຫລຸບ ການກ່າວຄຳປາໄສ ດ້ວຍການ ສະທ້ອນເຖິງຂໍ້ຄວາມ
ທີ່ທ່ານໄດ້ກ່າວ ຢູ່ໃນເຄັນຢາ ບ່ອນທີ່ທ່ານໄດ້ ຮຽກຮ້ອງໃຫ້ສ້າງຄວາມເຂັ້ມແຂງ ແກ່ພວກ ແມ່ຍິງ ແລະ ພວກເດັກຍິງ.

ທ່ານກ່າວອີກວ່າ ການເຄົາລົບສິດທິມະນຸດ ຄວາມສະເໝີພາບ ແລະ ກຽດສັກສີ ຂອງ
ໝົດທຸກຄົນ ແມ່ນເສັ້ນທາງ ໄປສູ່ຄວາມກ້າວໜ້າ ອັນ ແທ້ຈິງ ແລະ ໂອກາດ ບໍ່ພຽງແຕ່
ຢູ່ໃນອາຟຣິກາເທົ່ານັ້ນ ແຕ່ທົ່ວທຸກຫົນແຫ່ງໃນໂລກ.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​ ໂອ​ບາ​ມາ (ຊ້າຍ) ໂອ້ລົມກັບ ກະເສດຕະກອນ ແມ່ຍິງຄົນໜຶ່ງ ທີ່ເຂົ້າຮ່ວມ ໂຄງການ ອາຫານ ເພື່ອອະນາຄົດ ໃນຂະນະທີ່ ທ່ານ ຢ້ຽມຊົມ ໂຮງງານຜະລິດອາຫານ Faffa ໃນນະຄອນຫຼວງ ອາດິສ ອາບາບາ ຂອງເອທິໂອເປຍ, ວັນທີ 28 ກໍລະກົດ 2015.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​ ໂອ​ບາ​ມາ (ຊ້າຍ) ໂອ້ລົມກັບ ກະເສດຕະກອນ ແມ່ຍິງຄົນໜຶ່ງ ທີ່ເຂົ້າຮ່ວມ ໂຄງການ ອາຫານ ເພື່ອອະນາຄົດ ໃນຂະນະທີ່ ທ່ານ ຢ້ຽມຊົມ ໂຮງງານຜະລິດອາຫານ Faffa ໃນນະຄອນຫຼວງ ອາດິສ ອາບາບາ ຂອງເອທິໂອເປຍ, ວັນທີ 28 ກໍລະກົດ 2015.

On The Scene: Obama Visits Faffa Foods Plant in Ethiopia
please wait

No media source currently available

0:00 0:00:30 0:00

In his farewell speech capping a historic trip to Kenya and Ethiopia, President Obama hailed Africa's extraordinary progress, while noting that such progress can only be sustained through continued development and democracy for all. VOA White House correspondent Aru Pande has more from African Union Headquarters in Addis Ababa.

((PRESIDENT BARACK OBAMA))
"I stand before you as a proud American. I also stand before you as the son of an African."

With those words, Barack Obama the first U.S. president to address the African Union encapsulated his personal interest in seeing Africa's continued economic and developmental growth.

((PRESIDENT BARACK OBAMA))
"It is long past time to put aside old stereotypes of an Africa forever mired in poverty and conflict.The world must recognize Africa's extraordinary progress."

Mr. Obama hailed the continent's gains, from a plummeting HIV/AIDS-infection rate to millions of Africans being lifted out of poverty, while highlighting the U.S. role in boosting trade, improving food security and infrastructure.

Without naming China -- a large investor in the continent -- Mr. Obama emphasized what he said sets the U.S. apart in its investment in Africa.

((PRESIDENT BARACK OBAMA))
"Economic relationships cannot simply be about other building countries' infrastructure with foreign labor or extracting Africa's natural resources.Real economic partnerships have to be a good deal for Africa—they have to create jobs and capacity for Africans."

But the American leader cautioned the continent's progress "rests on a fragile foundation," with hundreds of millions of Africans still living in extreme poverty without access to basic infrastructure while dealing with what he called the "cancer of corruption."

He received a rousing response when he talked of how progress in Africa depends on democracy that goes beyond just formal elections.

((PRESIDENT BARACK OBAMA))
"When journalists are put behind bars for doing their jobs, or activists are threatened as governments crack down on civil society, then you may have democracy in name, but not in substance."

Mr. Obama said he did not understand African leaders who refuse to step aside when their terms end, noting his own time in office was coming to a close.

((PRESIDENT BARACK OBAMA))
"Under our constitution I can not run again. I can't run again. I actually think I am a pretty good president. I actually think if I ran again, I would win. But I can't."

President Obama ended his speech by echoing his remarks in Kenya, where he urged the empowerment of women and girls.

He said respect for human rights, equality and the dignity of all people is the true path to progress and opportunity not just in Africa, but all over the world.

XS
SM
MD
LG