ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ຢາກໃຫ້ ມີການຄ້າ ເພີ້ມຂຶ້ນ ກັບ ອາຟຣິກາ (ສະໄລດ໌/ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ຊ້າຍ) ແລະ ປະທານາທິບໍດີອາຟຣິກາໃຕ້ ທ່ານ Jacob Zuma ໃນການຖະແຫຼງຂ່າວຮ່ວມກັນ ລຸນຫຼັງການປະຊຸມ ທີ່ນະຄອນ ປຣີໂຕເຣຍ (29 ມິຖຸນາ 2013)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ຊ້າຍ) ແລະ ປະທານາທິບໍດີອາຟຣິກາໃຕ້ ທ່ານ Jacob Zuma ໃນການຖະແຫຼງຂ່າວຮ່ວມກັນ ລຸນຫຼັງການປະຊຸມ ທີ່ນະຄອນ ປຣີໂຕເຣຍ (29 ມິຖຸນາ 2013)
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ສະຫະ ລັດຕ້ອງການຢາກຄ້າຂາຍເພີ້ມຂຶ້ນກັບອາຟຣິກາ ແລະບໍ່ໄດ້ຮັບ
ການຂົ່ມຂູ່ໃດໆ ຈາກການລົງທຶນຂະໜາດໃຫຍ່ຂອງຈີນຢູ່ໃນທະ
ວີບດັ່ງກ່າວ.

ໃນການຖະແຫຼງຢູ່ກອງປະຊຸມສຳພາດຂ່າວຮ່ວມກັນກັບປະທາ
ນາທິບໍດີອາຟຣິກາໃຕ້ ທ່ານ Jocob Zuma ທີ່ນະຄອນຫລວງ
ປຣີໂຕເຣຍນັ້ນທ່ານໂອບາມາເວົ້າວ່າ ທ່ານຂໍຊົມເຊີຍທີ່ປະເທດ
ຕ່າງໆເຊັ່ນຈີນ ອິນເດຍ ແລະ ບຣາຊີລ ໃຫ້ຄວາມສົນໃຈແກ່ອາ
ຟຣິກາ.

ແຕ່ຂະນະດຽວກັນ ທ່ານກໍເວົ້າວ່າ ບັນດາປະເທດໃນອາຟຣິກາ ຄວນໃຫ້ການຄໍ້າປະກັນ
ວ່າ ການລົງທຶນເຫຼົ່ານີ້ສະໜອງວຽກເຮັດງານທຳແລະລາຍໄດ້ໃຫ້ແກ່ປະຊາຊົນທຳມະດາ ສາມັນ.

ບັນດາກຸ່ມປົກປ້ອງສິດທິມະນຸດກ່າວຫາບໍລິສັດຕ່າງໆຂອງຈີນວ່າສວຍໃຊ້ຜົນປະໂຫຍດ ຂອງຊັບພະຍາກອນທຳມະຊາດໃນອາຟຣິກາ ຂະນະທີ່ໃຫ້ການສະໜັບສະໜຸນຕໍ່ລັດຖະ ບານທີ່ສໍ້ລາດບັງຫຼວງ ຫຼືບໍ່ກໍລັດຖະບານກົດຂີ່ປະຊາຊົນ. ຈີນໄດ້ປະຕິເສດ ຕໍ່ການກ່າວ ຫາກ່ຽວກັບເລື່ອງນີ້.

ທ່ານໂອບາມາ ກ່າວວ່າ ສະຫະລັດຕ້ອງການຢາກຊຸກຍູ້ ການລົງທຶນ ທີ່ຈະພາໃຫ້ມີການ ເຕີບໃຫຍ່ຂະຫຍາຍໂຕໃນອາຟຣິກາໃຕ້ແຕ່ຂະນະດຽວກັນກໍໃຫ້ຜົນປະໂຫຍດແກ່ສະຫະ ລັດ. ເພື່ອກ້າວໄປສູ່ຈຸດໝາຍປາຍທາງດັ່ງກ່າວນີ້ ທ່ານເວົ້າວ່າ ທ່ານຢາກໃຫ້ຕໍ່ອາຍຸກົດ ໝາຍການເຕີບໂຕ ແລະ ໃຫ້ໂອກາດແກ່ອາຟຣິກາ ຊຶ່ງແນໃສ່ເພື່ອກະຕຸກຊຸກຍູ້ການສົ່ງ ອອກຂອງອາຟຣິກາມາຍັງຕະຫຼາດສະຫະລັດ.



ປະທານາທິບໍດີທັງສອງໄດ້ຖະແຫຼງຂ່າວຮ່ວມກັນ ຫຼັງຈາກໄດ້ທຳການເຈລະຈາສອງຝ່າຍ ທີ່ນະຄອນຫລວງປຣີໂຕເຣຍ. ອາຟຣິກາໃຕ້ ເປັນບ່ອນຢຸດແວ່ທີສອງ ໃນການຢ້ຽມຢາມ ສາມປະເທດ ໃນອາຟຣິກາຂອງທ່ານໂອບາມາ. ທ່ານ Zuma ໄດ້ເປັນເຈົ້າພາບຈັດງານ ລ້ຽງຮັບຮອງອາຫານຄໍ່າ ເພື່ອເປັນກຽດແກ່ປະທານາທິບໍດີສະຫະລັດ ໃນຕອນແລງຂອງ ວັນເສົາມື້ນີ້.

ນອກນັ້ນໃນວັນເສົາມື້ນີ້ທ່ານໂອບາມາຍັງຈະຈັດປະຊຸມແບບທາວຮອລທີ່ເມືອງ Soweto ໃນນະຄອນ Johannesburg ທີ່ມີບົດບາດສຳຄັນ ໃນລະຫວ່າງການປະທ້ວງຕໍ່ຕ້ານລະ ບົບແບ່ງແຍກເຊື້ອຊາດຜິວພັນອາພາເທ່.

ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ທ່ານໂອບາມາແລະສະຕີໝາຍເລກນຶ່ງທ່ານນາງ Mitchell ຈະບໍ່ໄປຢ້ຽມຢາມທ່ານ Nelson Mandela ຜູ້ນຳທີ່ມີຊື່ສຽງ ໃນການຕໍ່ຕ້ານລະບົບແບ່ງ ແຍກເຊື້ອຊາດຜິວພັນອາພາເທ່ ທີ່ໄດ້ເຂົ້າຮັບການປິ່ນປົວພະຍາບານຢູ່ໂຮງໝໍປຣີໂຕເຣຍ ມາໄດ້ສາມອາທິດແລ້ວ. ແຕ່ທ່ານໂອບາມາ ແລະພັນລະຍາ ຈະທຳການພົບປະເປັນການ ສ່ວນໂຕກັບບັນດາສະມາຊິກໃນຄອບຄົວຂອງອະດີດປະທານາທິບໍດີ Mandela ທີ່ມີອາ ການປ່ວຍຮ້າຍແຮງແຕ່ກໍທຸ່ນທ່ຽງ. ການຕັດສິນໃຈທີ່ວ່ານີ້ ມີຂຶ້ນເພື່ອເປັນການເຄົາລົບໃນ ການໃຫ້ທ່ານ Mandela ໄດ້ຢູ່ແບບສະຫງົບແລະສະບາຍໃຈແລະເປັນໄປຕາມຄວາມປະ ສົງຂອງທາງຄອບຄົວ.

ໃນຂະນະຢູ່ທີ່ອາຟຣິກາໃຕ້ນັ້ນປະທານາທິບໍດີໂອບາມາມີແຜນຈະໄປຢ້ຽມເກາະ Robben ຊຶ່ງເປັນຄຸກທີ່ທ່ານ Mandela ຖືກຄຸມຂັງເປັນເວລາ 27 ປີຫຼັງຈາກຖືກພົບເຫັນວ່າ ມີຄວາມ ຜິດໃນຖານສົມຮູ້ຮ່ວມຄິດ ເພື່ອໂຄ່ນລົ້ມລັດຖະບານແບ່ງ ແຍກເຊື້ອຊາດຜິວພັນອາພາເທ່ ຂອງອາຟຣິກາໃຕ້.

ລິງໂດຍກົງ
XS
SM
MD
LG