ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ມຸ່ງໜ້າສູ່ ອາຟຣິກາໃຕ້ ບ່ອນຢຸດແວ່ ຕໍ່ໄປ ຂອງທ່ານ (ສະໄລດ໌/ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະສະຕີໝາຍເລກນຶ່ງ ທ່ານນາງ Michelle ໂບກມືຈາກເຮືອບິນ Air Force One ຂະນະທີ່ພວກທ່ານ ອອກຈາກສະໜາມບິນ ນະຄອນ Dakar ປະເທດເຊເນກາລ (28 ມິຖຸນາ 2013)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະສະຕີໝາຍເລກນຶ່ງ ທ່ານນາງ Michelle ໂບກມືຈາກເຮືອບິນ Air Force One ຂະນະທີ່ພວກທ່ານ ອອກຈາກສະໜາມບິນ ນະຄອນ Dakar ປະເທດເຊເນກາລ (28 ມິຖຸນາ 2013)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ມຸ່ງໜ້າໄປສູ່
ອາຟຣິກາໃຕ້ໃນວັນສຸກມື້ນີ້ ໃນການສືບຕໍ່ການຢ້ຽມຢາມສາມ ປະເທດໃນອາຟຣິກາທີ່ແນໃສ່ເພື່ອເສີມຂະຫຍາຍການພົວພັນ ຂອງສະຫະລັດຢູ່ໃນທະວີບດັ່ງກ່າວ.

ປະທານາທິບໍດີ ໂອບາມາ ພວມມ້ວນທ້າຍ ການຢ້ຽມຢາມປະ
ເທດເຊເນກາລ ບ່ອນທີ່ທ່ານຈະພົບປະ ກັບພວກຜູ້ນຳທາງທຸ ລະກິດແລະການກະສິກຳຂອງເຂດອາຟຣິກາຕາເວັນຕົກ ໃນ ກອງປະຊຸມນຶ່ງທີ່ເພັ່ງເລັງໃສ່ເລື່ອງຄວາມໝັ້ນຄົງທາງດ້ານສະ
ບຽງອາຫານ.



ໃນວັນພະຫັດວານນີ້ທ່ານໂອບາມາໄດ້ພົບປະກັບປະທານາທິບໍດີເຊເນກາລທ່ານ Macky Sall. ນອກນັ້ນ ທ່ານຍັງໄດ້ໄປຢ້ຽມເກາະ Goree ບ່ອນສົ່ງພວກຂ້າທາດອາຟຣິກາ ຂ້າມ ມະຫາສະມຸດອັດລັນຕິກ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ການຢຸດແວ່ທີ່ອາຟຣິກາໃຕ້ຂອງທ່ານໂອບາມາຈະຮວມທັງ ການໄປຢ້ຽມຢາມທ່ານ Nelson Mandela ຜູ້ນຳທີ່ມີຊື່ສຽງໃນການຕໍ່ຕ້ານການແບ່ງແຍກ ເຊື້ອຊາດຜິວພັນອາພາເທ່ທີ່ພວມລົ້ມປ່ວຍໃນຂັ້ນອັນຕະລາຍຢູ່ໂຮງໝໍນະຄອນປຣີໂຕເຣຍ.

ເຈົ້າໜ້າທີ່ທຳນຽບຂາວກ່າວໃນວັນພະຫັດວານນີ້ວ່າ ການຢ້ຽມຢາມດັ່ງກ່າວ ແມ່ນສຸດແລ້ວ ແຕ່ຄອບຄົວຂອງທ່ານ Mandela ຈະໃຫ້ການອະນຸມັດຫຼືບໍ່.

XS
SM
MD
LG