ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວອາເມຣິກັນຢາກໃຫ້ ຖອນທະຫານອອກຈາກ ອັຟການິສຖານ ໂດຍໄວ (ເບິ່ງວີດີໂອກັບຮູບສະໄລດ໌)


ຊາວອາເມຣິກັນຢາກໃຫ້ ຖອນທະຫານອອກຈາກ ອັຟການິສຖານ ໂດຍໄວ (ເບິ່ງວີດີໂອກັບຮູບສະໄລດ໌)
ຊາວອາເມຣິກັນຢາກໃຫ້ ຖອນທະຫານອອກຈາກ ອັຟການິສຖານ ໂດຍໄວ (ເບິ່ງວີດີໂອກັບຮູບສະໄລດ໌)

ວັນທີ 7 ຕຸລາຜ່ານມານີ້ ​ແມ່ນເປັນວັນຄົບຮອບ 10 ປີ ໃນການເລີ່ມຂຶ້ນຂອງສົງ ຄາມຢູ່ໃນອັຟການິສຖານ ທີ່ມີສາເຫດມາຈາກການໂຈມຕີຂອງພວກກໍ່ການຮ້າຍຕໍ່ສະຫະລັດ ໃນວັນທີ 11 ກັນຍາ ປີ 2001. ມັນເປັນສົງຄາມທີ່ປະທານາທິບໍດີບາຣັກໂອບາມາໄດ້ຮັບ ຊ່ວງສືບທອດມາແລະທ່ານກໍ​ໄດ້​ປະຕິ​ຍານວ່າ ຈະຍຸຕິສົງຄາມດັ່ງກ່າວນີ້​ໃຫ້​ໄດ້. ນາຍ Dan Robinson ຜູ້ສື່ຂ່າວ VOA ມີລາຍງານກ່ຽວກັບເລື່ອງນີ້ ຈາກທຳນຽບຂາວ

ວີດີໂອລາຍງານພາສາອັງກິດຂ້າງເທິງ ແມ່ນມີເນື້ອໃນກົງກັນກັບລາຍງານພາສາລາວ


10 ປີ ແມ່ນໄລຍະເວລາທີ່ດົນນານກວ່າສົງຄາມໃດໆໃນປະວັດສາດຂອງສະຫະລັດ. ມີ
ທະຫານອາເມຣິກັນເກືອບ 1,800 ຄົນໄດ້ເສຍຊີວິດ​ໄປ​ໃນ​ອັຟກາ​ນິສຖານ​ນັ້ນ.

ນາຍ Osama bin-Laden ຜູ້ບົງການຢູ່ເບື້ອງຫຼັງ ການໂຈມຕີຂອງກຸ່ມກໍ່ການຮ້າຍອາລ
ກາຍດາຢູ່ທີ່ສະຫະລັດ ກໍໄດ້ເສຍຊີວີດແລ້ວ ໃນການບຸກເຂົ້າໄປສັງຫານໂດຍກຳລັງພິເສດ
ສະຫະລັດ ເມື່ອ​ເດືອນ​ພຶດສະພາປີນີ້.

ໃນເດືອນມິຖຸນາຜ່ານມາ ປະທານາທິບໍດີໂອບາ ກ່າວວ່າ ຄື້ນຟອງຂອງສົງຄາມພວມຫຼຸດ
ນ້ອຍລົງ ແລະທ່ານໄດ້ປະກາດກ່ຽວກັບການເລີ່ມຕົ້ນຖອນທະຫານສະຫະລັດອອກຈາກ
ອັຟການິສຖານ.

ປະທານາທິບໍດີໂອບາມາ ກ່າວວ່າ “ເລີ່ມແຕ່ເດືອນໜ້ານີ້ໄປ ພວກເຮົາຈະສາມາດ
ຖອນທະຫານ 10,000 ຄົນ ອອກຈາກອັຟການິສຖານ ພາຍໃນທ້າຍປີນີ້ ແລະ
ພວກເຮົາ ຈະຖອນທະຫານ ໃນຈຳນວນທັງໝົດ 33,000 ຄົນ ກັບຄືນປະເທດ
ພາຍໃນລະດູຮ້ອນປີໜ້າ.”

ປະຊາຊົນຊາວອາເມຣິກັນ ໄດ້ໃຫ້ການສະໜັບສະໜຸນຢ່າງແຂງຂັນ ຕໍ່ການປະຕິບັດງານ
ທາງທະຫານເມື່ອ 10 ປີກ່ອນ. ແຕ່ການຢັ່ງຫາງສຽງໃນເວລານີ້ສະແດງໃຫ້ເຫັນວ່າພວກ ເຂົາເຈົ້າໄດ້ອິດເມື່ອຍນໍາການເຮັດສົງຄາມແລ້ວ ແລະຕ້ອງການຢາກໃຫ້ຖອນທະຫານກັບ
ຄືນປະເທດໄວຂຶ້ນ.

ທ່ານ Peter Brown ທີ່ສະຖາບັນຢັ່ງຫາງສຽງຂອງມະຫາວິທະຍາໄລ Quinnipiac
ໃນລັດ Connecticut ສະ​ແດງ​ຄວາມ​ເຫັນ​ວ່າ:

“ເປັນທີ່ຈະແຈ້ງທີ່ວ່າປະ​ເທດ​ຊາດພວມອິດເມື່ອຍນໍາການເຮັດສົງຄາມ ແລະສິ່ງທີ່
ໜ້າສົນໃຈກໍຄືວ່າ ມັນບໍ່ແມ່ນພຽງແຕ່ພັກດຽວຫຼືຝ່າຍກົງກັນຂ້າມທໍ່ນັ້ນ. ແຕ່ໃດໆ
ມາແລ້ວ ພັກຣີພັບບລີກັນແມ່ນເປັນພັກທີ່ໃຫ້ການສະໜັບສະໜຸນຫຼາຍກວ່າ​ ໃນ
ການເຮັດສົງຄາມເຫຼົ່ານີ້ ແຕ່ການສະໜັບສະໜຸນຂອງພວກເຂົາເຈົ້າກໍກໍາລັງຫຼຸດ
ນ້ອຍຖອຍລົງຄືກັນ.”

ການຄັດຄ້ານຕໍ່ການເຮັດສົງຄາມ ໄດ້ມີການສະແດງອອກໃຫ້ເຫັນຢູ່ຕາມຫົວເມືອງຕ່າງໆ
ໃນທົ່ວປະເທດ. ແຕ່ຊາວອາເມຣິກັນຈຳນວນຫຼວງຫຼາຍ ແມ່ນມີຄວາມຈຳເປັນອັນຮີບດ່ວນ
ກ່ວາ​ນັ້ນ ຄືປະມານ 14 ລ້ານຄົນບໍ່ມີວຽກການເຮັດ.

ໃນເດືອນມິຖຸນາຜ່ານມານີ້ ພວກເຈົ້າຄອງກຳແພງຈາກທົ່ວປະເທດ ໄດ້ພາກັນຮຽກຮ້ອງ
ໃຫ້ເລັ່ງລັດຍຸຕິການພົວພັນທາງດ້ານທະຫານຂອງສະຫະລັດ ຢູ່ໃນອັຟການິສຖານ ແລະ
ອີຣັກໄວຂຶ້ນ ເພື່ອນຳເອົາເງິນທີ່ໃຊ້ຈ່າຍຢູ່ໃນປະເທດທັງສອງ ມາໃຊ້ຈ່າຍຢູ່ສະຫະລັດ.

ປະທານາທິບໍດີໂອບາມາໄດ້ຍອມຮັບກ່ຽວກັບຄ່າໃຊ້ຈ່າຍຈໍານວນ​ມະຫາສານ ໃນການເຮັດ
ສົງຄາມນັ້ນ.

ທ່ານໂອບາມາເວົ້າວ່າ “ພວກເຮົາໄດ້ໃຊ້ຈ່າຍເງິນນຶ່ງພັນຕື້ໂດລາ ໃນການເຮັດສົງ
ຄາມ ໃນຂະນະທີ່ໜີ້ສິນຂອງຊາດເພີ່ມທະວີຂຶ້ນ ແລະປະເທດປະສົບກັບບັນຫາ
ຄວາມຝືດເຄືອງ ທາງດ້ານເສດຖະກິດ. ບັດນີ້ ພວກເຮົາຕ້ອງໄດ້ລົງທຶນໃສ່ຊັບ ພະຍາກອນທີ່ຍິ່ງໃຫຍ່ທີ່ສຸດຂອງອະເມຣິກັນ ນັ້ນກໍຄືປະຊາຊົນຂອງພວກເຮົາ.”

ແມ່ນ​ແຕ່ໃນຂະນະທີ່ສະຫະລັດພວມເລີ່ມຖອນທະຫານກັບຄືນປະເທດຢູ່ແລ້ວ​ນັ້ນ ເພື່ອນ
ສະມາຊິກພັກເດໂມແຄຣັທບາງຄົນຂອງປະທານາທິບໍດີໂອບາມາ​ເອງ ກໍຍັງຢາກໃຫ້ທ່ານ
ທົບທວນຄືນເບິ່ງໃໝ່ຍຸດທະສາດ​ໂດຍ​ລວມຂອງ​ທ່ານ ຢູ່ໃນອັຟການິສຖານນັ້ນ.

ສະມາຊິກສະພາສູງ Jim Webb ຈາກລັດເວີຈີເນຍ ໄດ້ໃຫ້ການຕໍ່ລັດຖະສະພາສະຫະລັດ
ເມື່ອໄວໆມານີ້ ວ່າ:

“ຖ້າພວກເຮົາຫຼືທ່ານ ຈິງໆແລ້ວ ແມ່ນຕ້ອງການຢາກໃຫ້ປະເທດຊາດມີຄວາມ
ອົດທົນກ່ຽວກັບການສູ້ລົບໃນສົງຄາມທີ່ຍືດເຍື້ອຍາວນານນັ້ນ ມັນຈະຕ້ອງເປັນ
ສິ່ງສຳຄັນຫຼາຍທີ່ຈະຕ້ອງໄດ້ຈຳກັດຄວາມ ຢ່າງຈະແຈ້ງທີ່​ສຸດວ່າ ແມ່ນຫຍັງຄືຜົນ
ປະໂຫຍດແຫ່ງຊາດທີ່ຈຳເປັນ ຖ້າຈະເວົ້າກ່ຽວກັບການປະຕິບັດງານຂອງພວກ
ເຮົາ ໃນອັຟການິສຖານເວລານີ້.”

ບັນດາຜູ້ສະມັກເປັນປະທານາທິບໍດີຂອງພັກຣີພັບບລີກັນກ່າວວ່າ ການເມືອງໄດ້ມີອິດທິພົນ ຕໍ່ການຕັດສິນໃຈຂອງປະທາທິບໍດີໂອບາມາ ໃນການຖອນທະຫານສະຫະລັດອອກຈາກອັຟ
ການິສຖານນັ້ນ. ແຕ່ພວກທ່ານຕ່າງກໍເຫັນພ້ອມນຳວ່າ ຊາວອັຟການິສຖານຄວນຈະເປັນຜູ້
ແບກຫາບເອົາຄວາມຮັບຜິດຊອບໃນການຮັກສາຄວາມປອດໄພຂອງປະເທດຊາດຂອງພວກ
ເຂົາເຈົ້າ​ເອງ.

ໃນລາຍງານຕໍ່ລັດຖະສະພາສະຫະລັດເມື່ອໄວໆມານີ້ ກ່ຽວກັບຄວາມກ້າວໜ້າ​ໃນ​ການ​ປະຕິ
ບັດແຜນການ​ຂອງ​ທ່ານນັ້ນ ​ທ່ານໂອບາມາກ່າວວ່າ ແຜນການຖອນທະຫານຂອງທ່ານອອກ
ຈາກອັຟການິສຖານຍັງດຳເນີນໄປຕາມທີ່ໄດ້ວາງ​ໄວ້ ແຕ່ອີກຄັ້ງນຶ່ງ ທ່ານໄດ້ຊີ້ໃຫ້ເຫັນເຖິງບັນ ຫາທ້າທາຍຂະໜາດໃຫຍ່ຫຼາຍຢ່າງ ທີ່ຍັງຂວາງໜ້າຢູ່.

XS
SM
MD
LG