ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ປະຕິເສດ ລາຍງານຂ່າວ ຂອງ ໜັງສືພິມຝຣັ່ງ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ລັດຖະບານ​ປະທານາທິບໍດີ ​ໂອ​ບາ​ມາ ປະຕິ​ເສດຕໍ່​ຂໍ້​ກ່າວ​ຫາ​ບາງ
​ຢ່າງໂດຍ​ໜັງສືພິມ​ຝຣັ່ງສະບັບ​ນຶ່ງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສືບ​
ລັບ​ຕ່າງໆ​ຂອງ​ສະຫະລັດໃນ​ປະ​ເທດ​ຝຣັ່ງ ​ໃນ​ຂະນະ​ທີ່​ລັດຖະ
ບານ​ກຸງ​ວໍ​ຊິງ​ຕັນ​ປະ​ເຊີນ​ກັບ​ການ​ຕຳ​ໜິຕິຕຽນ​ຢ່າງ​ແຂງ​ແຮງ​ກ່ຽວ
​ກັບ​ການ​ເປີດ​ເຜີຍຂ່າວ​ຄັ້ງໃໝ່​ທີ່​ວ່າ ​ສະຫະລັດ​ໄດ້​ທຳ​ການ​ສອດ
​ແນມ ​ບັນດາປະ​ເທດ​ພັນທະມິດ​ນັ້ນ.

ທ່ານ James Clapper ຫົວໜ້າອົງການ​ສືບ​ລັບ​ສະຫະລັດໄດ້​
ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້​ວ່າ
ລາຍ​ງານ​ຂ່າວ​ຂອງໜັງສືພິມ Le Monde ລົງຂ່າວ​ທີ່​ບໍ່​ຖືກຕ້ອງ
ແລະ​ເຮັດ​ໃຫ້​ຜູ້​ຄົນ​ເຂົ້າ​ໃຈ​ຜິດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສືບ​ລັບ​
ຂອງ​ສະຫະລັດ​ໃນ​ຕ່າງປະ​ເທດ​.

ທ່າ​ນ Clapper ກ່າວ​ວ່າ ຂ່າວ​ທີ່​ພິມ​ເຜີຍ​ແຜ່​ໃນ​ໜັງສືພິມ LeMonde ທີ່​ວ່າ​ອົງການ​ສືບ​ລັບ​ແຫ່ງ​ຊາດ ຫຼື NSA ຂອງ​ສະຫະລັດ​ ໄດ້​ເກັບ​ກຳຂໍ້​ມູນ​ທາງໂທລະສັບ ​ແລະ​ເອ​ເລັກ​ໂຕຣນິກ ຂອງ​ປະຊາຊົນ​ຝຣັ່ງ ຈຳນວນ​ຫລາຍ​ກວ່າ 70 ລ້ານ​ຄົນ​ນັ້ນ ​ຜິດ​ແລະ​ບໍ່​ຖືກຕ້ອງ ແລະ​ທ່ານ Clapper ກ່າວ​ຕື່ມ​ວ່າ ການ​ເກັບ​ກຳຂ່າວ​ກອງ ຫຼືຄວາມ​ລັບ​ຂອງ​ສະຫະລັດ ​ແມ່ນ​ແນວ​ດຽວ​ ກັບ​ກັບ​ວິທີ​ຊອກ​ຫາ​ຂ່າວ​ລັບ​ຂອງ​ໝົດ​ທຸກ​ປະ​ເທດ ອັນ​ເປັນ​ພາກສ່ວນນຶ່ງ​ຂອງ​ຄວາມ​ພະຍາ ຍາມ​ຂອງ​ພວກ​ຕົນເພື່ອ​ຮັບ​ມື​ກັບ​ການ​ກໍ່​ການ​ຮ້າຍ ແລະ​ການ​ຂົ່ມຂູ່​ອື່ນໆ.

​ໃນ​ຂະນະ​ດຽວ ປະ​ເທດ​ເມັກ​ຊິ​ໂກ ກຳລັງ​ທຳ​ການ​ສືບສວນ​ສອບສວນທີ່​ວ່າກຸງ​ວໍ​ຊິງ​ຕັນ​ສອດ​ແນມເບິ່ງ​ປະທານາທິບໍດີ Enrique Pena Nieto ກ່ອນ​ທີ່​ທ່ານ​ຖືກເລືອກ​ເປັນປະທານາ ທິບໍດີ​ແລະ​ອະດີດ​ປະທານາທິບໍດີ Felipe Calderon ທີ່​ທ່ານ Nieto ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ແທນນັ້ນ​.

Spying
please wait
Embed

No media source currently available

0:00 0:02:14 0:00
XS
SM
MD
LG