ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານ ປ. ໂອບາມາ ກ່າວວ່າ ການປ່ຽນແປງ ຂອງ ດິນຟ້າອາກາດ ເປັນໄພຂົ່ມ​ຂູ່ ຕໍ່ສຸຂະພາບ


Climate Change Is Threat to Health, White House Says
please wait

No media source currently available

0:00 0:01:24 0:00

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ໃນ​
ວັນ​ອັງຄານ​ວານ​ນີ້​ວ່າ ຄວາມ​ອົບ​ເອົ້າ​ຂອງ​ໂລກ ບໍ່ພຽງ​ແຕ່​
ເປັນ​ຜົນ​ກະທົບ​ຕໍ່​ດິນ​ຟ້າ​ອາກາດ ມັນ​ຍັງເປັນ​ໄພອັນຕະລາຍ
ຕໍ່ສຸຂະພາບຂອງ​ຊາວ​ອາ​ເມຣິກັນນຳດ້ວຍ.

ປະທານ​າທິບໍດີ ​ແລະ ຫົວໜ້າ​ພະ​ແນ​ກ​ສາທາລະນະ​ສຸກ ລັດ
ຖະບານ​ກາງສະຫະລັດທ່ານ Vivek Murthy ​ໄດ້​ພົບ​ປະ​ກັບ
​ບັນດາ​ຜູ້​ຊ່ຽວຊານທີ່​ໂຮງໝໍຂອງມະຫາວິທະຍາ​ໄລ Howard
ເພື່ອເນັ້ນໃຫ້ເຫັນ​ບາດ​ກ້າວຕ່າງໆທີ່ລັດຖະບານມີແຜນການ
​ເພື່ອໃຫ້​ມີ​ຄວາມ​ເຂົ້າ​ໃຈດີ​ຂື້ນແລະ​ຕໍ່ສູ້​ກັບ​ບັນຫາ​ດັ່ງກ່າວ.

ທ່ານ Obama ກ່າວ​ວ່າ ອັນຕະລາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ແມ່ນຮວມ
ທັງ​ໄຟ​ໄໝ້​ປ່າ ທີ່​ຈະສົ່ງ​ມົນ​ລະ​ພິດ​ຫລາຍ​ຂື້ນ ຂຶ້ນສູ່​ອາກາດ ລະດູ​ການ​ທີ່​ເປັນ​ພິດ​ໄພ​ຈາກ​
ພືດ​ຕ່າງໆ​ຍາວ​ອອກ​ຕື່ມ ​ແລະກໍລະນີຕິດພະຍາດທີ່ມາ ຈາກແມງໄມ້​ກໍເພີ້ມທະວີຂຶ້ນ. ທ່ານ
ກ່າວວ່າ “ພວກທ່ານຈະ​ບໍ່​ສາມາດ​ກີດ​ກັ້ນໂຕທ່ານ​ຈາກ​ອາກາດ​ໄດ້."​

ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຂວາ) ແລະ ຫົວໜ້າພະແນກສາທາລະນະສຸກ ລັດຖະບານກາງ ສະຫະລັດ ທ່ານ Vivek Murthy (ຊ້າຍ)
ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຂວາ) ແລະ ຫົວໜ້າພະແນກສາທາລະນະສຸກ ລັດຖະບານກາງ ສະຫະລັດ ທ່ານ Vivek Murthy (ຊ້າຍ)

ປະທານ​ນາ​ທິບໍດີ ​ແນ​ໃສ່ທີ່ຈະ​ເນັ້ນ​ໜັກ​ກ່ຽວກັບອັນຕະລາຍ​ຂອງ
​ການ​ປ່ຽນ​ແປງດິນ​ຟ້າ​ອາກາດ ​ໃນ​ຂະນະ​ທີ່​ທ່ານນຳອອກເຜີຍແຜ່
​ຂໍ້​ສະ​ເໜີ​ທີ່ເປັນບັນ ຫາໂຕ້ແຍ້ງກ່ຽວກັບການ​ຕັ້ງ​ກົດ​ລະບຽບເພື່ອ
ຄວບຄຸມການ​ປ່ອຍທາດ carbon ຈາກ​ໂຮງໄຟຟ້າຕ່າງໆ. ບັນດາ
​ພວກຕຳໜິຕິຕຽນ​ກ່າວ​ວ່າ ມັນ​ຈະ​ທຳ​ລາຍເສດຖະກິດ​ຂອງສະຫະ
ລັດ.

​ແຕ່ ທ່ານ Obama ​ເຫັນ​ວ່າ ມີ​ຄວາມ​ແຕກ​ຕ່າງກັນ ແລະທ່ານກໍ
ເວົ້າວ່າ “ຄວາມເສຍຫາຍຈາກ​ການ​ບໍ່​ເຮັດ​ຫຍັງ​ນັ້ນແມ່ນສູງກວ່າ​
ຄວາມເສຍຫາຍ ໃນການເຮັດສິ່ງໃດສິ່ງນຶ່ງລົງໄປ.”

XS
SM
MD
LG